ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດ ປະທະກັນດ້ວຍຄວາມຮຸນແຮງ ທີ່ສຳນັກງານ ໜັງສືພິມ ໃນນະຄອນ ອິສຕັງບູລ


ຕຳຫຼວດໃຊ້ ແກ໊ສນ້ຳຕາ ແລະ ລົດສີດນ້ຳໃສ່ປະຊາຊົນ ທີ່ໄປເຕົ້າໂຮມກັນ ເພື່ອສະໜັບສະໜູນ ຫ້ອງການຈຳໜ່າຍ
ໜັງສືພິມ Zaman ທີ່ສຳນັກງານໃຫຍ່ ໃນນະຄອນ ອິສຕັງບູລ. 5 ມີນາ 2015.
ຕຳຫຼວດໃຊ້ ແກ໊ສນ້ຳຕາ ແລະ ລົດສີດນ້ຳໃສ່ປະຊາຊົນ ທີ່ໄປເຕົ້າໂຮມກັນ ເພື່ອສະໜັບສະໜູນ ຫ້ອງການຈຳໜ່າຍ ໜັງສືພິມ Zaman ທີ່ສຳນັກງານໃຫຍ່ ໃນນະຄອນ ອິສຕັງບູລ. 5 ມີນາ 2015.

ຕຳຫຼວດ ເທີກີ ໄດ້ຍິງແກ໊ສນ້ຳຕາ ແລະ ລູກປືນຢາງໃສ່ພວກປະ ທ້ວງຫຼາຍຮ້ອຍຄົນ ທີ່ພະຍາຍາມຕໍ່ຕ້ານການຍຶດຫ້ອງການໜັງສື ພິມທີ່ໃຫຍ່ ທີ່ສຸດຂອງປະເທດ, ທີ່ຖືກຍຶດໂດຍບັນດາເຈົ້າໜ້າທີ່ໃນ ການປາບປາມພວກຄັດຄ້ານສື່ມວນຊົນທີ່ເຊື່ອມໂຍງກັບກຸຸ່ມສາສະ ໜາ ເຊິ່ງຜູ້ນຳຂອງພວກເຂົາເຈົ້າທີ່ອອກຈາກປະເທດມາອາໄສຢູ່ ໃນ ສະຫະລັດ.

ຕຳຫຼວດໄດ້ປະເຊີນໜ້າກັບພວກປະທ້ວງປະມານ 500 ຄົນໃນວັນ ເສົາວານນີ້ ຢູ່ນອກສຳນັກງານໜັງສືພິມ Zaman, ເປັນຫ້ອງທີ່ຈຳ ໜ່າຍໜັງ ສືພິມລາຍໃຫຍ່ທີ່ສຸດຂອງປະເທດ.

ປະຊາຊົນຫຼາຍພັນຄົນເຕົ້າໂຮມກັນດ້ວຍຄວາມສາມັກຄີ ຢູ່ນອກສຳນັກ ງານໃຫຍ່ໜັງສືພິມ Zaman ໃນນະຄອນຫຼວງ ອິສຕັນບູລ.​ 4 ມີນາ 2016.
ປະຊາຊົນຫຼາຍພັນຄົນເຕົ້າໂຮມກັນດ້ວຍຄວາມສາມັກຄີ ຢູ່ນອກສຳນັກ ງານໃຫຍ່ໜັງສືພິມ Zaman ໃນນະຄອນຫຼວງ ອິສຕັນບູລ.​ 4 ມີນາ 2016.

​ ພວກປະທ້ວງໄດ້ຮ້ອງຄຳວ່າ “ສື່ມວນຊົນອິດສະຫຼະບໍ່ສາມາດຖືກ ປິດປາກໄດ້” ໃນລະຫວ່າງທີ່ຕຳຫຼວດໄດ້ຫຍັບໃກ້ເຂົ້າ, ສີດແກ໊ສ ນ້ຳຕາ ແລະ ຍິງລູກປືນຢາງໃສ່ພວກນັກປະທ້ວງ, ເຊິ່ງຈຳນວນ ຫຼາຍແມ່ນແມ່ຍິງ.

ການກະທຳຂອງຕຳຫຼວດໄດ້ເກີດຂຶ້ນໃນວັນສຸກທີ່ຜ່ານມາ, ເມື່ອຕຳ ຫຼວດຊຸດປ້ອງກັນໄດ້ໃຊ້ການສີດນ້ຳກຳລັງແຮງໃສ່ ພ້ອມດ້ວຍແກ໊ສ ນ້ຳຕາຢ່າງ ຫຼວງຫຼາຍເພື່ອຜັກດັນພວກປະທ້ວງໃຫ້ຫ່າງອອກຈາກ ສຳນັກງານໃຫຍ່ ຂອງໜັງສືພິມ, ແລ້ວກໍຕັດຮົ້ວເຫຼັກເພື່ອເຂົ້າຍຶດ ຕຶກ ແລະ ຈັດຕັ້ງຜູ້ເບິ່ງ ແຍງທີ່ໄດ້ຮັບການແຕ່ງຕັ້ງຈາກສານ.

ຫົວໜ້າບັນນາທິການຂອງໜັງສືພິມ Zaman, ທ່ານ Abdullhamit Bilici, ໄດ້ກ່າວຕໍ່ບັນດາ ພະນັກງານຂອງທ່ານ ກ່ອນທີ່ຕຳຫຼວດຈະບຸກ ເຂົ້າວ່າ, ວັນສຸກທີ່ຜ່ານມາແມ່ນ “ວັນທີ່ມືດມົວ ສຳລັບປະຊາທິປະໄຕ” ໃນປະເທດ ເທີກີ. ກຸ່ມສິດທິສື່ມວນຊົນໄດ້ກ່າວປະນາມ ການປາບ ປາມ ໂດຍລັດຖະບານຂອງປະທານາທິບໍດີທ່ານ Recep Tayyip Erdogan.

ນັກສອນສາສະໜາ ອິສລາມ ເທີກີ ທ່ານ Fethullah Gulen.
ນັກສອນສາສະໜາ ອິສລາມ ເທີກີ ທ່ານ Fethullah Gulen.

ການປາບປາມ, ເຊິ່ງກໍຍັງໄດ້ສົ່ງຜົນກະທົບຕໍ່ໜັງສືພິມ Today’s Zaman ທີ່ພິມເປັນພາສາອັງກິດນຳ, ເຊິ່ງເປັນຄັ້ງຫຼ້າສຸດຂອງການ ກະທຳຫຼາຍຄັ້ງຕໍ່ນັກສອນສາສະໜາ ອິສລາມ ທ່ານ Fethullah Gulen, ຜູ້ທີ່ລັດຖະບານນະຄອນຫຼວງ Ankara ກ່າວຫາວ່າທໍລະ ຍົດເຊິ່ງ ປະຈຸບັນທ່ານອາໄສຢູ່ໃນ ສະຫະລັດ.

ສະຫະພາບ ຢູໂຣບ ແມ່ນກໍາລັງຕົກຢູ່ພາຍໃຕ້ຄວາມກົດດັນທີ່ເພີ່ມ ຂຶ້ນ ເພື່ອໃຫ້ກ່າວກ່ຽວກັບເສລີພາບຂອງສື່ມວນຊົນໃນ ເທີກີ, ເຊິ່ງ ໄດ້ຖືກກົດດັນໃຫ້ຮັບເຂົ້າເປັນປະເທດສະມາຊິກມາຫຼາຍປີມາແລ້ວ. ແນວໃດກໍຕາມ, ພັນທະ ມິດກໍຍັງເພິ່ງພາອາໄສການສະໜັບສະໜູນ ແລະ ການຮ່ວມມືຂອງ ເທີກີ ໃນການຮັບມືກັບຄື້ນ ຂອງອົບພະຍົບທີ່ບໍ່ເຄີຍມີມາກ່ອນ ເຊິ່ງຫຼັ່ງໄຫຼເຂົ້າທະວີບ ຢູໂຣບ ຜ່ານ ເທີກີ ຈາກປະເທດ ຊີເຣຍ ທີ່ໄດ້ຮັບຄວາມເສຍຫາຍຈາກສົງຄາມນັ້ນ.

Turkish Authorities Seize Newspaper Close to Cleric Gulen
please wait

No media source currently available

0:00 0:00:34 0:00

XS
SM
MD
LG