ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເທີກີ ຈັບນັກເຄື່ອນໄຫວ 6 ຄົນ ເຂົ້າຄຸກ ຖານຊ່ວຍເຫຼືອ ພວກກໍ່ການຮ້າຍ


ປະຊາຊົນຍ່າງຢູ່ນອກສານ ຂອງນະຄອນອິສຕານບູລ. 17 ກໍລະກົດ, 2017.
ປະຊາຊົນຍ່າງຢູ່ນອກສານ ຂອງນະຄອນອິສຕານບູລ. 17 ກໍລະກົດ, 2017.

ເທີກີ ໄດ້ຈັບນັກເຄື່ອນໄວສິດທິມະນຸດ 6 ຄົນ ລວມທັງຫົວໜ້າອົງການ ນິລະໂທດກຳ
ສາກົນ ຂອງ ເທີກີ ເຂົ້າຄຸກ, ໃນຂໍ້ຫາ ຊ່ວຍເຫຼືອພວກກໍ່ການຮ້າຍ.

ຕຳຫຼວດໄດ້ຈັບກຸມບຸກຄົນ​ທັງ 6 ໃນລະຫວ່າງການບຸກກວດຄົ້ນໂຮງ ແຮມແຫ່ງໜຶ່ງທີ່
ເກາະ Buyukada ໃນວັນທີ 5 ກໍລະກົດທີ່ຜ່ານມາ, ໃນລະຫວ່າງການຈັດກອງປະຊຸມ
ຮັກສາຄວາມປອດໄພທາງລະບົບດິຈິຕອລ. ໃນວັນອັງຄານວານນີ້ ສານໃນນະຄອນ
ອິສຕານບູລ ໄດ້ສັ່ງໃຫ້ພວກເຂົາເຈົ້າຖືກຂັງຄຸກຈົນເຖິງການພິຈາລະນາຄະດີ.

ພ້ອມກັນນັ້ນ ຜູ້ອຳນວຍການ ການປະຕິບັດງານຂອງອົງການນິລະໂທດກຳໃນ ເທີກີ
ທ່ານ Idil Eser, ພະນັກງານສິດທິມະນຸດຊາວ ເຢຍຣະມັນ ແລະ ສວິດເຊີແລນ ກໍລວມ
ຢູ່ໃນຈຳນວນຜູ້ທີ່ຖືກກັກຂັງດ້ວຍ.

ສື່ມວນຊົນ ເທີກີ ໄດ້ລາຍງານວ່າ ທັງ 6 ຄົນຖືກກ່າວຫາວ່າ ໄດ້ຕິດຕໍ່ກັບພວກຫົວຮຸນ
ແຮງຊາວ ເຄີດ ແລະ ພວກຝ່າຍຊ້າຍ ແລະສະມາຊິກ ທີ່ຕ້ອງສົງໄສຂອງຂະບວນການ
ທີ່ນຳພາໂດຍຜູ້ສອນສາສະໜາອິສລາມ ທີ່ອາໄສຢູ່ນອກປະເທດ ທ່ານ Fetullah
Gulen ເຊິ່ງຄັ້ງໜຶ່ງເຄີຍເປັນພັນທະມິດທີ່ໃກ້ຊິດຂອງປະທານາທິບໍດີ Recep Tayyip Erdogan, ແຕ່ຕອນນີ້ແມ່ນຢູ່ໃນລາຍຊື່ຜູ້ທີ່ລັດຖະບານ ເທີກີ ຕ້ອງການຕົວຫຼາຍທີ່ສຸດ.

ເທີກີ ໄດ້ຖີ້ມ​ໂທດ​ໃສ່ທ່ານ Gulen ນັກສອນສາສະໜາ ທີ່ໄດ້ອາໄສຢູ່ໃນ ສະຫະລັດ ໂດຍ
ບໍ່ອອກຊື່ສຽງເປັນເວລາຫຼາຍທົດສະວັດ, ໃນການກໍ່ລັດຖະປະຫານທີ່ປະສົບຄວາມລົ້ມ
ແຫຼວໃນປີກາຍນີ້. ນັກສອນສາສະໜາທີ່ມີອາຍຸສູງຄົນດັ່ງກ່າວ ໄດ້ປະຕິເສດ ຂໍ້ກ່າວຫາຕໍ່
ທ່ານ.

ເລຂາທິການໃຫຍ່ຂອງອົງການນິລະໂທດກຳສາກົນ ທ່ານ Salil Shetty ໄດ້ກ່າວໃນ
ວັນອັງຄານວານນີ້ວ່າ “ນີ້ບໍ່ແມ່ນການສືບສວນສອບສວນທີ່ຖືກຕ້ອງຕາມກົດໝາຍ.
ນີ້ແມ່ນການປະຫັດປະຫານ ສັດຕູທາງການເມືອງ ທີ່ໄດ້ສ້າງອະນາຄົດ ທີ່ເປັນຕາ
ຢ້ານ ສຳລັບສິດທິມະນຸດໃນ ເທີກີ.”

ສະຫະລັດ ໄດ້ກ່າວປະນາມຕໍ່ການຈັບກຸມດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ Heather Nauert ໄດ້ກ່າວຕໍ່ບັນດານັກ
ຂ່າວວ່າ “ການລົງໂທດດ້ວຍຂໍ້ມູນຫຼັກຖານ ຫຼື ຄວາມໂປ່ງໃສ ທີ່ເລັກນ້ອຍພວກນີ້
ໄດ້ທຳລາຍລະບຽບກົດໝາຍຂອງປະເທດ ແລະພັນທະທີ່ຈະເຄົາລົບສິດທິບຸກຄົນ ຂອງປະເທດ.”

ສະຫະລັດ ໄດ້ຮຽກຮ້ອງໃຫ້ ເທີກີ ຍົກເລີກຂໍ້ກ່າວຫາຕ່າງໆ, ປ່ອຍຕົວນັກໂທດທັງ 6
ຄົນ,ແລະຍົກເລີກພາວະສຸກເສີນຂອງປະເທດ ທີ່ໂຄສົກຍິງກະຊວງຕ່າງປະເທດ ສະ
ຫະລັດກ່າວວ່າ ອະນຸຍາດ “ໃຫ້ມີການລົງໂທດບຸກຄົນຕ່າງໆຕາມລຳພັງໃຈ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG