ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ເທີກີ ກ່າວວ່າ ພວກບົງການ ກໍ່ລັດຖະປະຫານ ຄວນຖືກ ຕັດຫົວຖິ້ມໝົດ


ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສຕໍ່ບັນດາຜູ້ສະໜັບສະໜູນທ່ານ ໃນລະຫວ່າງ ພິທີສະເຫຼີມສະຫຼອງການພະຍາຍາມກໍ່ລັດຖະປະຫານຄົບ
ຮອບໜຶ່ງປີ ຢູ່ຂົວ Bosporus ໃນນະຄອນ ອິສຕານບູລ. 15 ກໍລະກົດ, 2017.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສຕໍ່ບັນດາຜູ້ສະໜັບສະໜູນທ່ານ ໃນລະຫວ່າງ ພິທີສະເຫຼີມສະຫຼອງການພະຍາຍາມກໍ່ລັດຖະປະຫານຄົບ ຮອບໜຶ່ງປີ ຢູ່ຂົວ Bosporus ໃນນະຄອນ ອິສຕານບູລ. 15 ກໍລະກົດ, 2017.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວວ່າ ພວກຜູ້ທີ່ຢູ່ເບື້ອງຫຼັງ
ການກໍ່ລັດຖະປະຫານທີ່ປະສົບຄວາມລົ້ມແຫຼວໃນປີກາຍນີ້ໃນ ເທີກີ ແມ່ນ “ພວກທໍລະ
ຍົດ”
ຜູ້ທີ່ຄວນຖືກຕັດຫົວຖິ້ມ.

ທ່ານ Erdogan ໄດ້ກ່າວໃນຂະນະທີ່ ເທີກີ ໄດ້ສະເຫຼີມສະຫຼອງວັນຄົບຮອບດັ່ງກ່າວ
ພ້ອມວັນຢຸດແຫ່ງຊາດ, ດ້ວຍການເປີດ “ອະນຸສາ ວະລີ ຜູ້ຍອມເສຍສະຫຼະຊີວິດ” ຢູ່ຂົວ Bosporus ທີ່ມີຊື່ສຽງໃນນະຄອນ ອິສຕານບູລ ເພື່ອລະນຶກເຖິງປະຊາຊົນ 250 ທີ່ຄຳ
ນວນວ່າໄດ້ເສຍຊີວິດໃນການປະທະກັນ ກັບຜູ້ຄັດຄ້ານການກໍ່ລັດຖະປະຫານ. ຂົວດັ່ງ
ກ່າວ, ໄດ້ຖືກຕັ້ງຊື່ໃໝ່ໃນວັນເສົາວານນີ້ ວ່າ ຂົວຜູ້ສະລະຊີບ, ເຊິ່ງເປັນຈຸດເກີດເຫດ
ຂອງການປະທະກັນ ລະຫວ່າງ ພົນລະເຮືອນ ກັບ ລົດຖັງທະຫານ.

ໃນການໃຫ້ຄຳປາໄສໃນຕອນແລງຂອງມື້ນັ້ນ,​ ທ່ານ Erdogan ກ່າວວ່າ ພວກຜູ້ກະທຳ
ຜິດໃນການກໍ່ລັດຖະປະຫານ ຄວນຖືກຂ້າຖິ້ມ ຫຼື ຖືກຂັງຄຸກ ໃນສະຖານທີ່ຄືກັບຄຸກ Guantanamo Bay ຂອງ ສະຫະລັດ. ທ່ານໄດ້ກ່າວວ່າ ຖ້າສະພາແຫ່ງຊາດຂອງ ເທີກີ ຮັບຮອງກົດໝາຍສະບັບໜຶ່ງ ທີ່ອະນຸຍາດການປະຫານຊີວິດ ສຳລັບພວກບົງການນັ້ນ,
ທ່ານກໍຈະເຊັນມັນ.

ທ່ານ Erdogan ກ່າວວ່າ “ພວກເຂົາບໍ່ໄດ້ສະແດງຄວາມເມດຕາໃນເວລາທີ່ພວກເຂົາ
ແນປືນໃສ່ຄົນຂອງຂ້າພະເຈົ້າ. ຄົນຂອງຂ້າພະເຈົ້າມີຫຍັງ? ພວກເຂົາເຈົ້າມີແຕ່ທຸງຊາດ.
ດັ່ງກັບທີ່ພວກເຂົາເຈົ້າເຮັດໃນທຸກມື້ນີ້ ແລະ ສິ່ງທີ່ມີຄວາມສຳຄັນກວ່ານັ້ນ: ພວກເຂົາ
ເຈົ້າມີຄວາມເຊື່ອໝັ້ນຂອງເຂົາເຈົ້າ.”

ແນ່ນອນ, ພວກເດີນຂະບວນໄດ້ໂບກທຸງຊາດສີແດງຂອງ ເທີກີ ທີ່ມີດາວ ແລະ ເດືອນ
ໃນວັນເສົາວານນີ້. ຫຼາຍພັນຄົນໄດ້ເດີນຂະບວນຜ່ານຖະໜົນເສັ້ນຕ່າງໆໃນນະຄອນ
ອິສຕານບູນ ໃນການກະທຳແຫ່ງຄວາມເປັນອັນໜຶ່ງອັນດຽວກັນ, ໄດ້ລວມຕົວກັນຊຸມ
ນຸມຢູ່ຂົວ ບ່ອນທີ່ປະຊາຊົນ ເທີກີ ໄດ້ປະທະກັບລົດຖັງ ແລະ ສະມາຊິກຂອງກອງທັບ
ຜູ້ທີ່ໄດ້ພະຍາຍາມເຂົ້າຄວບຄຸມ. ຜູ້ເດີນຂະບວນບາງຄົນໄດ້ຖືຮູບຂອງຜູ້ທີ່ເສຍຊີວິດ
ໃນການຕໍ່ສູ້, ເຊິ່ງລວມມີການໂຈມຕີດ້ວຍລະເບີດຢູ່ສະພາແຫ່ງຊາດດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG