ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທີກີ ເຕືອນປະຊາຊົນ ກ່ຽວກັບ ການເດີນທາງ ໄປ ຣັດເຊຍ


ຜູ້ຄົນກຳລັງລໍຖ້າ ທີ່ສະໜາມບິນນາໆຊາດ Ataturk ໃນນະຄອນອິສຕັນບູລ.
ຜູ້ຄົນກຳລັງລໍຖ້າ ທີ່ສະໜາມບິນນາໆຊາດ Ataturk ໃນນະຄອນອິສຕັນບູລ.

ໃນ​ວັນ​ເສົາ​ມື້ນີ້ເທີ​ກີ​ໄດ້​ແນະນຳ​ໃຫ້​ປະຊາຊົນ​ຂອງ​ຕົນ ​ເລື່ອນ​ເວ
ລາໃນ​ການ​ເດີນທາງ​ທີ່​ບໍ່​ຈຳ​ເປັນ​ໄປ​ຍັງ​ປະ​ເທດຣັດ​ເຊຍ ຊຶ່ງ​ເປັນ
​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການທູດ​ຫລ້າ​ສຸດໃນ​ການ​ຜິດ​ຖຽງ​ກັນ​
ກ່ຽວ​ກັບ​ການ​ຍິງ​ເຮືອບິນ​ລົບຣັດ​ເຊຍ​ຕົກ.

​ໃນ​ຖະ​ແຫຼ​ງການ ກະຊວງ​ການ​ຕ່າງປະ​ເທດ​ເທີ​ກີ​ກ່າວ​ວ່າ​ ຕົນ​ໄດ້
​ອອກ​ຄຳ​ເຕືອນກ່ຽວ​ກັບ​ການ​ເດີນທາງ​ຍ້ອນ​ມີ​ບັນຫາ​ຄວາມ​ຫຍຸ້ງ
ຍາກ​ຈຳນວນ​ນຶ່ງ ທີ່​ພວກ​ນັກ ທ່ອງ​ທ່ຽວ​ຊາວ​ເທີ​ກີ ​ແລະ​ຊາວ​ເທີ​ກີ
​ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ຣັດ​ເຊຍ​ປະ​ເຊີນ​ໜ້າ​ໃນ​ເວລາ​ນີ້.

ຣັດ​ເຊຍ​ ໄດ້​ສະ​ແດງ​ປະຕິກິລິຍາ​ແບບ​ໂກດ​ແຄ້ນ ຫລັງ​ຈາກ​ເຮືອ
ບິນ​ລົບ​ອາຍ​ພົ່ນຂອງ​ເທີ​ກີ​ໄດ້​ຍິງ​ເຮືອບິນ​ລົບ​ຂອງ​ຕົນ​ຕົກ​ໃນ​ວັນ​ອັງຄານ​ແລ້ວ​ໃກ້​ຊາຍ​ແດນ
​ເທີ​ກີ ຕິດ​ກັບ​ຊີ​ເຣຍ ​ບ່ອນ​ທີ່​ມົສກູ​ໄດ້​ປະຕິບັດ​ງານ​ທາງ​ອາກາດ​ນັ້ນ.

ບັນຫາ​ດັ່ງກ່າວ​ຍັງ​ຂົ່ມຂູ່​ຕໍ່ຄວາມ​ສຳພັນ​ລະຫວ່າງ​ປະ​ເທດ​ທັງ​ສອງ ​ຊຶ່ງ​ຢູ່​ຄົນ​ລະ​ຝ່າຍໃນ​ສົງ
ຄາມກາງ​ເມືອງ​ຊີ​ເຣຍ ​ແລະ​ພາ​ໃຫ້ມີ​ຄວາມ​ຢ້ານ​ກົວ​ວ່າ ​ຈະ​ເກີດ​ບັນຫາ​ຂັດ​ແຍ້​ງ ລະຫວ່າງ​
ປະ​ເທດ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂຶ້ນ.

ມົສກູໄດ້​ປ​ະກາດ​ມາດ​ຕະການ​ຕອບ​ໂຕ້​ຈຳນວນ​ນຶ່ງ​ຕໍ່​ອັງກາຣາ ຮວມທັງ​ການຈຳກັດ​ຮັດ
​ແຄບ​ກ່ຽວ​ກັບ​ການ​ເດີນທາງ​ຂອງ​ພວກ​ນັກ​ທ່ອງ​ທ່ຽວ​ ​ໂຈະ​ການ​ຕິດ​ຕໍ່​ທາງ ທະຫານແລະ​
ເພີ້ມການ​ກວດກາຫລາຍ​ຂຶ້ນ​ເປັນ​ພິ​ເສດກ່ຽວ​ກັບ​ການ​ນຳ​ເຂົ້າ​ໃນ​ດ້ານອາຫານ​ການ​ກິນ
​ຈາກ​ເທີ​ກີ.

Russia Sanctions Turkey as Syria Coalition Efforts Fizzle
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ

ສົງຄາມ​ຄຳ​ເວົ້າ​ ລະຫວ່າງ​ຣັດ​ເຊຍ ແລະເທີ​ກີ ກ່ຽວ​ກັບ​ການ​ຍິງ​ເຮືອບິນ​ລົບ ​ຂອງຣັດ​ເຊຍ
ຕົກຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ທີ່ປະທານາທິບໍດີ​ເທີ​ກີ ທ່ານ Recep Tay-
yip Erdogan ​ເຕືອນ​ມົສກູ​ວ່າ ຢ່າ​ຫລິ້ນກັບ​ໄຟ.

​ໃນ​ລະຫວ່າງ ​ການ​ກ່າວ​ຄຳ​ປາ​ໄສ​ ຢູ່​ທີ່​ເມືອງ Bayburt ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​
ຂອງ​ເທີ​ກີ​ນັ້ນ ທ່ານ Erdogan ​ໄດ້​ກ່າວ​ຫາຣັດ​ເຊຍ​ວ່າ ຢ່າຫຼີ້ນກັບ​ໄຟໂດຍ​ທຳ​ການ​ໂຈມ
​ຕີ​ກຸ່ມ​ຕ່າງໆ ​ທີ່​ຕໍ່ຕ້ານ​ປະທານາທບໍດີຊີ​ເຣຍ ທ່ານ Bashar al-Assad ພາຍ​ໃຕ້​ຂໍ້​ອ້າງ​
ການ​ໂຈມ​ຕີ​ກຸ່ມ​ລັດ​ອິສລາມ ​ແລະ​ໄດ້​ແນ​ເປົ້າ​ໃນ​ການ​ໂຈມ​ຕີ​ແບບບໍ່ມີ​ຄວາມ​ຮັບຜິດຊອບ
​ຕໍ່​ຂະ​ບວນລົດ​ບັນທຸກ​ທີ່​ປະຕິບັດ​ງານ​ຢູ່​ໃນ​ຊີເຣຍ​ ທີ່​ເຮັດ​ວຽກ​ໃນ​ດ້ານ​ການ​ຄ້າຫລື​ບໍ່​ກໍໃຫ້​
ຄວາມ​ຊ່ອຍດ້ານມະນຸດ​ສະ​ທຳ.

ອົງການ​ຂ່າວ​ຂອງ​ທາງ​ການ​ເທີ​ກີ​ ​ແລະ​ອົງການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ຂອງ​ເທີ​ກີລາຍ​ງານ
​ໃນມື້ວັນ​ພຸດ​ຜ່ານ​ມານີ້ວ່າ ​ເຮືອບິນ​ລົບ​ຣັດ​ເຊຍ​ໄດ້​ໂຈມ​ຕີ​ຂະ​ບວນລົດ​ໃຫ້​ຄວາມຊ່ອຍ​ເຫຼືອ
ຂອງ​ເທີ​ກີ ຢູ່​ໃນ​ຊີ​ເຣຍ ​ໃກ້ໆ​ກັບ​ຊາຍ​ແດນ​ເທີ​ກີ ທີ່​ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີວິດ 7​ ຄົນ​ແລະ​ບາດ​
ເຈັບ 10 ຄົນ.

​ໃນ​ການ​ໃຫ້ຄວາ​ມ​ເຫັນ​ຂອງ​ທ່ານ ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Erdogan ປາກົດ​ວ່າ​ໄດ້​ຕອບ​
ໂຕ້​ຕໍ່ປະທານາທິບໍດີ​ຣັດ​ເຊຍ ທ່ານ Vladimir Putin ຊຶ່ງ​ນຶ່ງ​ມື້ກ່ອນ​ໜ້ານັ້ນໃນ​ອັນ​ທີ່​ທ່ານ​
ໝາຍ​ເຖິງ​ເທີ​ກີ​ ​ເວົ້າວ່າ ພວກ​ທີ່​ເຮັດ​ທຸລະ​ກິດ​ແບບ​ຜິດ​ກົດໝາຍ​ກັບ​ພວກ​ກໍ່​ການ​ຮ້າຍ​ແລະ
​ໃຊ້​ພວກ​ເຂົາ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ທາງ​ດ້ານ​ການ​ເມືອງ​ນັ້ນແມ່ນ​ຫລິ້ນກັບ​ໄຟ.

ນອກ​ນັ້ນ ທ່ານ Erdogan ຍັງ​ໄດ້​ກ່າວ​ຫາຣັດ​ເຊຍ​ວ່າ ​ໃຊ້​ການ​ຍິງ​ເຮືອບິນ​ລົບ​ອາຍ​ພົ່ນ
​ຂອງ​ຕົນ​ຕົກ ​ເປັນ​ຂໍ້​ອ້າງ ເພື່ອ​ທຳ​ການ​ກ່າວ​ຫາ​ໃນ​ລະດັບ​ທີ່​ຮັບ​ເອົາ​ບໍ່​ໄດ້ ຕໍ່​ເທີ​ກີ.​ ທ່ານ​
ເອີ້ນຂໍ້​ຫາ​ຂອງ​ຣັດ​ເຊຍ ​ທີ່​ວ່າ​ ເທີ​ກີ​ຊື້ນ້ຳມັນ ​ຈາກ​ກຸ່ມ​ລັດ​ອິສລາມ​ນັ້ນ ​ເປັນ​ການ​ໃສ່​ຮ້າຍ
​ປາຍ​ສີ.

Turkey Jet
please wait
Embed

No media source currently available

0:00 0:02:09 0:00

XS
SM
MD
LG