ຊາວຕູນີເຊຍ ກຳລັງພາກັນໄປປ່ອນບັດ ໃນວັນອາທິດມື້ນີ້ ເພື່ອ
ເລືອກເອົາປະທານາທິບໍດີໂດຍກົງ ເປັນຄັ້ງທຳອິດ ນັບຕັ້ງແຕ່
ການປະຕິວັດໃນປີ 2011 ທີ່ພາໃຫ້ເກີດການປະທ້ວງ ເພື່ອ
ປະຊາທິປະໄຕ ໃນບັນດາປະເທດຕ່າງໆຢູ່ໃນຂົງເຂດ ທີ່ຮູ້ຈັກກັນ
ໃນນາມ ການລຸກຮືຂຶ້ນໃນລະດູບານຂອງຊາວອາຣັບ ຫຼື Arab
Spring ນັ້ນເອງ.
ການປ່ອນບັດໃນວັນອາທິດມື້ນີ້ ເປັນຂີດໝາຍ ທີ່ລໍຄອຍກັນມາ
ເປັນເວລາດົນມາແລ້ວ ໃນການຂ້າມຜ່ານ ໄປສູ່ປະຊາທິປະໄຕ
ຢ່າງຄົບຖ້ວນ ຫຼັງຈາກຊາວຕູນີເຊຍ ໄດ້ລິເລີ້ມການລຸກຮື້ຂຶ້ນໃນ
ທົ່ວຂົງເຂດ ໂດຍທຳການໂຄ່ນລົ້ມ ຜູ້ນຳຜະເດັດການ ທ່ານ Zine
El Abidine Ben Ali ເມື່ອ 3 ປີກ່ອນ.
ຮວມຢູ່ໃນບັນດາຜູ້ສະໝັກເປັນປະທານາທິບໍດີ ຫຼາຍກວ່າ 20 ຄົນ ກໍມີ ທ່ານ Beji Caid Essebsi ໄວ 87 ປີ ນັກການເມືອງອະວຸໂສ ຊຶ່ງ ໄດ້ກາຍມາ ເປັນຜູ້ມີຄະແນນສຽງນຳໜ້າ ຕິດຕາມມາດ້ວຍປະທານາທິ ບໍດີໃນປັດຈຸບັດ ທ່ານ Moncef Marzouki.
ການເລືອກຕັ້ງຂັ້ນຊີ້ຂາດ ຈະມີຂຶ້ນ ໃນເດືອນທັນວາ ຖ້າບໍ່ມີໃຜ ໄດ້ຮັບ ສຽງສ່ວນຫລາຍກາຍ 50 ເປີເຊັນ.
ຫຼາຍກວ່າ 3 ປີ ຫຼັງຈາກການສິ້ນສຸດລົງ ຂອງການປົກຄອງດ້ວຍພັກດຽວ ຂອງທ່ານ Ben Ali ນັ້ນ ປະເທດຕູນີເຊຍ ໄດ້ກາຍມາເປັນຕົວແບບ ຂອງການປ່ຽນແປງ ສຳຫລັບບັນດາປະເທດໃນຂົງເຂດ ໂດຍຮັບຮອງເອົາ ລັດຖະທຳມະນູນສະບັບໃໝ່ ແລະ ຫລີກເວັ້ນ ຄວາມວຸ້ນວາຍ ທັງຫຼາຍ ທີ່ບັນດາປະເທດເພື່ອນບ້ານ ກຳລັງປະເຊີນໜ້າຢູ່ນັ້ນ.