ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕູນີເຊຍ ນັບບັດຄະແນນສຽງ ໃນການເລືອກຕັ້ງເອົາ ສະມາຊິກສະພາແຫ່ງຊາດ


ຊາວຕູນີເຊຍ ສະແດງນີ້ວມື ທີ່ຕິດນ້ຳໝຶກຂອງເຂົາເຈົ້າ ຫຼັງຈາກປ່ອນບັດແລ້ວ ທີ່ນະຄອນຕູນີສ, ວັນທີ 26 ຕຸລາ 2014.
ຊາວຕູນີເຊຍ ສະແດງນີ້ວມື ທີ່ຕິດນ້ຳໝຶກຂອງເຂົາເຈົ້າ ຫຼັງຈາກປ່ອນບັດແລ້ວ ທີ່ນະຄອນຕູນີສ, ວັນທີ 26 ຕຸລາ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ທີ່​ຕູ​ນີ​ເຊຍ ກຳລັງ​ນັບ​ບັດ​ຄະ​ແນນ​ສຽງ
​ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​ການ​ປ່ອນ​ບັດ​ທີ່​ສຳຄັນ ​ເພື່ອ​ເລືອກ​ຕັ້ງ​ເອົາ
ສະມາຊິກ​ສະພາ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ ນັບ​ແຕ່​ຮັບ​ຜ່ານ​ລັດຖະທຳ
​ມະນູນ​ສະບັບ​ໃໝ່​ໃນ​ເດືອນ​ມັງກອນ​ປີ​ນີ້​ເປັນ​ຕົ້ນ​ມາ.

ຜົນ​ຂັ້ນ​ຕົ້ນຂອງ​ການເລືອກ​ຕັ້ງ​ ອາດສາມາດ​ປະກາດ​ໃຫ້​ຮູ້ຈັກໃນ
ແລງວັນ​ຈັນ​ມື້​ນີ້ກໍ​ເປັນ​ໄດ້ ​ຊຶ່ງການນັບ​ບັດເລືອກ​ຕັ້ງ​ຂັ້ນ​ສຸດ​ທ້າຍ
​ກຳນົດ​ຈະ​ປະກາດ​ໃຫ້​ຊາບໃນ​ວັນ​ພະຫັດ​ສັບປະດາ​ນີ້.

ກ່ອນ​ການ​ປ່ອນ​ບັດນັ້ນ ​ເປັນ​ທີ່​ຄາດ​ກັນ​ວ່າ ພັກ Ennahda ຫົວ
ອິສລາມ​ພໍ​ປານ​ກາງ ​ແລະ​ພັກສາ​ສະ​ໜາ​ຊັ້ນ​ນຳ Nidaa Tounes
ຈະ​ຊະນະ​ບ່ອນ​ນັ່ງ​ຫຼາຍ​ກວ່າ​ໝູ່​ຢູ່​ໃນສະພາ​ ທີ່​ມີ​ສະມາຊິກ​ທັງ​ໝົດ 217 ຄົນ ​ນັ້ນ.

ທ່ານ Beji Caid Essebsi ຜູ້ນຳ​ພັກ Nidaa Tounes ກ່າວ​ວ່າ ພັກ​ຂອງ​ທ່ານ​ໄດ້ເຫັນ “ຮ່ອງຮອຍ​ຕ່າງໆ​ໃນ​ທາງ​ບວກ” ທີ່​ສະ​ແດງ​ວ່າ ອາດ​ສາມາດມີ​ສຽງ​ນຳ​ໜ້າ​ໄດ້ ຫຼັງ​ຈາກ
ໜ່ວຍ​ປ່ອນ​ບັດ​ອັດ​ລົງ​ແລ້ວ ​ໃນ​ວັນ​ອາທິດ​ວານ​ນີ້.

ມີ​ພັກ​ການ​ເມືອງ​ປະມານ 90 ພັກ​ແຂ່ງຂັນ​ກັນ​ໃນ​ການ​ເລືອກ​ຕັ້ງຄັ້ງ​ນີ້ ອັນ​ເປັນ​ບາດກ້າວ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ຄັ້ງ​ຫຼ້າ​ສຸດ ນັບ​ແຕ່ປະຊາຊົນ​ຕູ​ນີ​ເຊຍ​ໄດ້ໂຄ່ນ​ລົ້ມ ທ່ານ Zine El Abidine Ben Ali ຜູ້ນຳ​ຜະ​ເດັດ​ການ​ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ປີ 2011 ​ເປັນ​ຕົ້ນ​ມາ.

ພັກ Ennahda ​ໄດ້​ຄອບ​ງຳ​ການ​ເລືອກ​ຕັ້ງ ​ຫຼັງ​ຈາກ​ການ​ປະຕິວັດ​ໃນ​ປີ​ນັ້ນ​ ​ແລະ​ທ່ານ Rachid Ghannouchi ຫົວໜ້າ​ພັກ ບັນ​ລະ​ຍາຍ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ
“​ເປັນ​ຄັ້ງ​ປະຫວັດສາດ.”

tunisia27october14
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG