ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສົນທະນາແຫ່ງຊາດ ສີ່ອົງການ ຂອງຕູນີເຊຍ ຊະນະ ລາງວັນໂນແບລ ຂະແໜງສັນຕິພາບ


ທ່ານນາງ Kaci Kullmann Five ຫົວໜ້າຄະນະກຳມະການ ລາງວັນໂນແບລ ຂອງນໍເວ ປະກາດ ຜູ້ຊະນະ ລາງວັນໂນແບລ ຂະແໜງສັນຕິພາບ ປີ 2015 ໃນລະຫວ່າງກອງ ປະຊຸມຖະແຫລງຂ່າວ ທີ່ນະຄອນອົສໂລ ປະເທດນໍເວ
ວັນທີ 9 ຕຸລາ 2015.
ທ່ານນາງ Kaci Kullmann Five ຫົວໜ້າຄະນະກຳມະການ ລາງວັນໂນແບລ ຂອງນໍເວ ປະກາດ ຜູ້ຊະນະ ລາງວັນໂນແບລ ຂະແໜງສັນຕິພາບ ປີ 2015 ໃນລະຫວ່າງກອງ ປະຊຸມຖະແຫລງຂ່າວ ທີ່ນະຄອນອົສໂລ ປະເທດນໍເວ ວັນທີ 9 ຕຸລາ 2015.

ລາງວັນໂນແບລຂະແໜງສັນຕິພາບ ປີ 2015 ຈະມີການມອບ
ໃຫ້ ກຸ່ມສົນທະນາແຫ່ງຊາດ ສີ່ຝ່າຍ ຂອງຕູນີເຊຍ ໃນການປະ
ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງປະຊາທິປະໄຕທີ່
ມີຫຼາຍພັກຝ່າຍຢູ່ໃນຕູນີເຊຍຫລັງຈາກໄດ້ມີການປະວັດດອກ
ຊ້ອນ ໃນປີ 2011.

ຄະນະກຳມະການ ລາງວັນໂນແບລ ທີ່ນະຄອນ Oslo ປະເທດ
Norway ໄດ້ປະກາດໃນວັນສຸກມື້ນີ້ໂດຍໃຫ້ຂໍ້ສັງເກດວ່າ ລາງ
ວັນດັ່ງກ່າວນີ້ຈະມີການມອບໃຫ້ 4 ອົງການຈັດຕັ້ງຮ່ວມບໍ່ແມ່ນ
ໃຫ້ແຕ່ລະອົງການແຍກກັນ ຍ້ອນວຽກງານ ຂອງພວກເຂົາເຈົ້າ ໃນການເສີມສ້າງຂັ້ນຕອນທາງດ້ານການເມືອງແບບສັນຕິ ລຸນ ຫຼັງການດຳເນີນຄວາມພະຍາຍາມ ແບບປະຊາທິປະໄຕ ຫລັງຈາກການປະທ້ວງໃນລະດູ ບານໃໝ່ໄດ້ມີການບ່ອນທຳລາຍຍ້ອນການລອບສັງຫານທາງດ້ານການເມືອງແລະຄວາມ ວຸ້ນວາຍທາງດ້ານສັງຄົມ. ຄະນະກຳມະການລາງວັນໂນແບລໄດ້ອ້າງເຫດຜົນວ່າ ອົງການ ຮ່ວມທັງສີ່ໄດ້ສ້າງຄວາມທຸ່ນທ່ຽງໃຫ້ແກ່ປະເທດຊາດໃນເວລາທີ່ພວມຈະເກີດສົງຄາມກາງ
ເມືອງຢູ່ແລ້ວ.

ຮູບຈາກຊ້າຍຫາຂວາ: ເລຂາທິການຂອງສະຫະພັນກຳມະບານຕູນີເຊຍ ຫຼື UGTT ທ່ານ Houcine Abbassi ປະທານສະຫະພັນນາຍຈ້າງຕູນີເຊຍ ຫຼື UTICA ທ່ານ Wided Bouchamaoui ປະທານສັນນິບາດສິດທິມະນຸດຕູນີເຊຍ ຫຼື LTDH ທ່ານ Abdessa
ຮູບຈາກຊ້າຍຫາຂວາ: ເລຂາທິການຂອງສະຫະພັນກຳມະບານຕູນີເຊຍ ຫຼື UGTT ທ່ານ Houcine Abbassi ປະທານສະຫະພັນນາຍຈ້າງຕູນີເຊຍ ຫຼື UTICA ທ່ານ Wided Bouchamaoui ປະທານສັນນິບາດສິດທິມະນຸດຕູນີເຊຍ ຫຼື LTDH ທ່ານ Abdessa

ອົງການຕ່າງໆ ທີ່ສັງກັດໃນກຸ່ມສົນທະນາແຫ່ງຊາດສີ່ຝ່າຍຂອງຕູນີເຊຍ ແມ່ນປະກອບສະ
ຫະພັນກຳມະບານໃຫຍ່ຕູນີເຊຍ ສະຫະພັນອຸດສາຫະກຳ ການຄ້າ ແລະ ສີມືແຮງງານຕູນີ ເຊຍ ສັນນິບາດສິດທິມະນຸດຕູນີເຊຍແລະອົງການຄຸ້ມຄອງລະບຽບກົດໝາຍຂອງຕູນີເຊຍ.

ການປະທ້ວງໃນລະດູບານໃໝ່ຂອງຊາວອາຣັບເລີ້ມຕົ້ນຂຶ້ນທີ່ປະເທດຕູນີເຊຍໃນ ປີ 2004
ແລະໄດ້ແຜ່ລາມຢ່າງວ່ອງໄວໄປຍັງປະເທດອື່ນໆຊຶ່ງພາໃຫ້ມີການລຸກ ຮືຂຶ້ນຮຽກຮ້ອງໃຫ້ມີ ການປະຕິຮູບປະຊາທິປະໄຕ.

ໃນຂະນະທີ່ຕູນີເຊຍໄດ້ຫັນປ່ຽນຢ່າງສຳເລັດຜົນໄປສູ່ປະຊາທິປະໄຕ ບັນດາປະເທດອື່ນໆ
ໃນອາຟຣິກາເໜືອແລະພາກຕາເວັນອອກກາງ ຍັງສືບຕໍ່ດີ້ນຮົນຫາທາງເພື່ອໃຫ້ຄວາມທຸ່ນ ທ່ຽງກັບຄືນມາ.

Nobel Peace Prize
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG