ການປະທະກັນລະຫວ່າງຕໍາຫລວດແລະພວກປະທ້ວງ ໄດ້ລະ
ເບີດຂື້ນໃນວັນສຸກວານນີ້ ທີ່ນະຄອນຫຼວງຂອງຕູນີເຊຍ ໃນລະ
ຫວ່າງພິທີສົ່ງສະ ການໃຫ້ແກ່ຜູ້ນໍາຝ່າຍຄ້ານທີ່ບໍ່ຝັກໄຝ່ທາງ
ດ້ານສາສະໜາທີ່ຖືກສັງຫານ.
ພວກໄວ້ທຸກຫຼາຍສິບພັນຄົນໄດ້ໄປເຕົ້າໂຮມກັນຢູ່ສຸສານໃຫຍ່ທີ່ນະຄອນ ຫລວງຕູນິເຊຍ ເພື່ອແຫ່ສົບຂອງທ່ານ Chokri Belaid ທີ່ໄດ້ຖືກຍິງຕາຍຢູ່ນອກເຮືອນຂອງທ່ານ ໃນຕົ້ນອາທິດນີ້.
ນັກຂ່າວວີໂອເອ ໃນຕູນິເຊຍ ນາງ Lisa Bryant ກ່າວວ່າ ຕໍາຫລວດ ໄດ້ໃຊ້ລະເບີດນໍ້າຕາ ຢູ່ທີ່ສຸສານເພື່ອແຜ້ວທາງ ໃຫ້ແກ່ຂະບວນແຫ່ສົ່ງ ສະການ.
ພວກໄວ້ທຸກພາກັນປີນຂື້ນກຳແພງ ແລະຫີນປ້າຍຝັງສົບ ທ່າມກາງຟ້າລົມຝົນຕົກ ເພື່ອສ່ອງເບິ່ງລົດທະຫານເປີດຫລັງຄາ ທີ່ບັນທຸກຫີບສົບ ຂອງທ່ານ Belaid. ບັນດາຜູ້ເຫັນ ເຫດການກ່າວວ່າ ບາງຄົນພາກັນແກວ່ງກ້ອນຫີນເຂົ້າໃສ່ຕໍາຫລວດ.
ພວກໄວ້ທຸກຫລາຍຄົນ ພາກັນຮ້ອງຄຳຂວັນຕໍ່ຕ້ານອິສລາມ ແລະອີກຈໍານວນນຶ່ງພາກັນຖືປ້າຍ ປະນາມທ່ານ Rachid Ghannouchi ຜູ້ນໍາພັກນິຍົມສາສະໜາອິສລາມ Ennahda ທີ່ປົກຄອງປະເທດຢູ່ໃນເວ ລານີ້ວ່າ ເປັນ “ມືສັງຫານ.”
ຄອບຄົວຂອງ ທ່ານ Belaid ໄດ້ກ່າວຫາພັກລັດຖະບານວ່າ ເປັນຜູ້ສົມຮູ້ຮ່ວມຄິດໃນການສັງຫານ ແຕ່ພັກດັ່ງກ່າວໄດ້ປະຕິເສດກ່ຽວກັບ ເລື່ອງນີ້.
ລັດຖະມົນຕີພາຍໃນຂອງຕູນິເຊຍກ່າວວ່າ ມີ 132 ຄົນໄດ້ຖືກຈັບໃນວັນສຸກວານນີ້.