ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງກຳລັງ ຕູນີເຊຍ ສັງຫານສະມາຊິກ ອາວຸໂສຂອງອົງການ ກໍ່ການຮ້າຍ ອາລ ໄກດາ


ທະຫານ ຕູນີເຊຍ ລາດຕະເວນໃກ້ກັບພູ ຈາອຳປີ ໃນພາກພື້ນ ຄັສເຊຣີນ ໃກ້ກັບເຂດຊາຍແດນຕິິດກັບປະເທດ ອາລຈີເຣຍ
ທະຫານ ຕູນີເຊຍ ລາດຕະເວນໃກ້ກັບພູ ຈາອຳປີ ໃນພາກພື້ນ ຄັສເຊຣີນ ໃກ້ກັບເຂດຊາຍແດນຕິິດກັບປະເທດ ອາລຈີເຣຍ

ກອງກຳລັງພິເສດຂອງປະເທດ ຕູນີເຊຍ ໄດ້ສັງຫານສະມາຊິກອາວຸ ໂສຂອງກຸ່ມ ອາລ
ໄກດາ ໃນມາເກຣັບ ອິສລາມ ຫຼື AQIM ໃນຂົງ ເຂດຊົນນະບົດທາງພາກຕາເວັນຕົກ
ຂອງປະເທດ, ໃກ້ໆກັບເຂດຊາຍ ແດນ ຕິດກັບປະເທດ ອາລຈີເຣຍ.

ບັນດາເຈົ້າໜ້າທີ່ ຕູນີເຊຍ ໄດ້ລະບຸຕົວຫົວຮຸນແຮງຄົນນັ້ນວ່າ ແມ່ນ ທ້າວ ບິແລລ໌
ໂຄປີ "Bilel Kobi," ຜູ້ຊ່ວຍອາວຸໂສ ຂອງທ້າວ ອາບູ ມູຊາບ ອັບດູລ ວາດຸດ "Abu
Musab Abdul Wadud" ທີ່ເປັນຫົວໜ້າຂອງກຸ່ມຫົວຮຸນແຮງດັ່ງກ່າວ.

ພວກ ຈີຮາດ ອີກຄົນນຶ່ງ ກໍຖືກຂ້າຕາຍ ໃນການປະຕິບັດການນັ້ນເຊັ່ນກັນ ໃນຂະນະ
ທີ່ໜ່ວຍປະຕິບັດການພິເສດຂອງກອງກຳລັງປ້ອງກັນປະເທດ ແລະ ທະຫານໄດ້ຕີວົງ
ປິດລ້ອມ ກຸ່ມຫົວຮຸນແຮງຕິດອາວຸດ ໃນພາກພື້ນ ຄັສເຊຣີນ "Kasserine" ຢູ່ທາງ
ພາກຕາເວັນອອກຂອງປະເທດ ໃນຂ້າມຄືນວັນ ເສົາທີ່ຜ່ານມາ. ອີງຕາມການກ່າວ
ຂອງກະຊວງພາຍໃນ.

ກຸ່ມລັດອິສລາມ ໄດ້ອ້າງເອົາຜົນງານການໂຈມຕີສ່ວນໃຫຍ່ ໃນປະເທດ ຕູນີເຊຍ ລວມ
ທັງການໂຈມຕີໂຮງແຮມ ແລະ ການໂຈມຕີຫໍພິພິດທະພັນ ທີ່ໄດ້ສັງຫານນັກທ່ອງທ່ຽວ
ຫຼາຍສິບຄົນ ໃນປີ 2015 ພ້ອມກັບການບຸກ ໂຈມຕີໂດຍພວກຫົວຮຸນແຮງ ຜູ້ທີ່ໄດ້ເດີນ
ທາງຂ້າມຈາກປະເທດ ລີເບຍ ເຂົ້າໄປໃນ ຕູນີເຊຍ ເມື່ອປີ 2016.

ປະຊາຊົນ ຕູນີເຊຍ ຫຼາຍກວ່າ 3,000 ຄົນໄດ້ຫຼົບໜີ ອອກຈາກປະເທດ ໃນສອງສາມ
ປີທີ່ຜ່ານມາ ເພື່ອຕໍ່ສູ້ໃຫ້ພວກລັດອິສລາມ ແລະ ກຸ່ມຫົວ ຮຸນແຮງອື່ນໆໃນປະເທດ
ອີຣັກ, ຊີເຣຍ ແລະ ລີເບຍ. ບັນດາເຈົ້າໜ້າ ທີ່ແມ່ນກຳລັງກຽມພ້ອມ ສຳລັບໄພຂົ່ມຂູ່
ຫຼັງຈາກພວກເຂົາເດີນທາງ ກັບຄືນປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG