ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ວິກິດການ ໃນຕູນີເຊຍ ຈະໄດ້ຮັບ ການແກ້ໄຂ ໂດຍລັດຖະບານໃໝ່ (ວີດິໂອກັບສະໄລດ໌)


ທ່ານ Rachid Ghannouchi ຜູ້ນຳອະວຸໂສຂອງຂະບວນ ພັກສາສະໜາອິສລາມ Ennahda ທີ່ນິຍົມແນວທາງປານກາງ ກ່າວຄໍາປາໄສໃນລະຫວ່າງການໃຫ້ສໍາພາດ ກັບອົງການຂ່າວ Reuters ໃນນະຄອນ Tunis ຂອງຕູນີເຊຍ ໃນວັນທີ 12 ກຸມພາ 2013.
ທ່ານ Rachid Ghannouchi ຜູ້ນຳອະວຸໂສຂອງຂະບວນ ພັກສາສະໜາອິສລາມ Ennahda ທີ່ນິຍົມແນວທາງປານກາງ ກ່າວຄໍາປາໄສໃນລະຫວ່າງການໃຫ້ສໍາພາດ ກັບອົງການຂ່າວ Reuters ໃນນະຄອນ Tunis ຂອງຕູນີເຊຍ ໃນວັນທີ 12 ກຸມພາ 2013.
ຫົວໜ້າພັກການເມືອງໃຫຍ່ທີ່ສຸດຂອງຕູນີເຊຍເວົ້າວ່າ ວິກິດ
ການຂອງປະເທດ ຈະຖືກແກ້ໄຂໂດຍລັດຖະບານໃໝ່ ທີ່ປະ ກອບມີຜູ້ບໍລິຫານທີ່ຊໍານານງານດ້ານວິຊາການ ແລະພວກ
ນັກການເມືອງ.

ທ່ານ Rachid Ghannouchi ຜູ້ນຳອະວຸໂສຂອງພັກສາສະ
ໜາອິສລາມ Ennahda ທີ່ນິຍົມແນວທາງປານກາງເວົ້າວ່າ
ບັນດາພັກໃຫຍ່ໆ ເຫັນດີນໍາການທີ່ຈະໃຫ້ມີການບໍລິຫານງານ ລັດຖະບານທີ່ມີຂອບເຂດຈໍາກັດ ທີ່ດໍາເນີນໄປ ສູ່ການເລືອກ
ຕັ້ງໃໝ່ ໃຫ້ໄວເທົ່າທີ່ຈະໄວໄດ້.

ກ່ອນໜ້ານັ້ນ, ທ່ານ Hamadi Jebali ນາຍົກລັດຖະມົນຕີຕູ
ນີເຊຍເວົ້າວ່າ ແຜນການ ຂອງທ່ານ ທີ່ຈະຕັ້ງລັດຖະບານບໍ່ ໃຫ້ເປັນຂອງພັກໃດພັກນຶ່ງຢ່າງສິ້ນເຊີງຂຶ້ນນັ້ນ ບໍ່ໄດ້ຮັບການສະໜັບສະໜຸນຢ່າງພຽງພໍ ແລະເວົ້າວ່າ ທ່ານຈະສົນ ທະນາຫາລືການເອົາບາດກ້າວຕໍ່ໄປກັບປະທານາທິບໍດີ Moncef Marzouki. ທ່ານກ່າວອີກວ່າ ການແກ້ໄຂບັນຫາຄວນຈະເລີ້ມໂຜ່ຕົວຂຶ້ນມາ “ໃນບໍ່ເທົ່າໃດ ມື້ຕໍ່ໜ້ານີ້.”

ພັກ Ennahda ຊຶ່ງເປັນພັກຂອງທ່ານນັ້ນ ໄດ້ປະຕິເສດຕໍ່ຄວາມຄິດລິເລີ້ມຂອງທ່ານ ແຕ່ພັກດັ່ງກ່າວກໍຍັງຢາກໃຫ້ທ່ານ Jebali ສືບຕໍ່ເປັນຜູ້ນໍາຂອງປະເທດ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


ຕູນີເຊຍໄດ້ກ້າວເຂົ້າສູ່ວິກິດການ ລຸນຫລັງທີ່ນັກການເມືອງຝ່າຍຄ້ານລັດຖະບານທີ່ບໍ່ນິ ຍົມສາສະໜາ ທ່ານ Chokri Belaid ໄດ້ຖືກຍິງຕາຍຢູ່ນອກເຮືອນຂອງທ່ານ ໃນນະ ຄອນຫລວງ Tunis ໃນຕົ້ນເດືອນນີ້ ຊຶ່ງໄດ້ພາໃຫ້ເກີດການກໍ່ຈາລະຈົນຕໍ່ຕ້ານລັດຖະ ບານຢູ່ທົ່ວປະເທດ.

ທ່ານ Jebali ໄດ້ສະເໜີຄວາມຄິດລິເລີ້ມທີ່ໃຫ້ມີລັດຖະບານປົກຄອງໂດຍ ພວກນັກວິ ຊາການຂອງທ່ານ ນໍາພາປະເທດໄປສູ່ການເລືອກຕັ້ງໃໝ່ ຖ້າມກາງຄວາມໂກດແຄ້ນ ຂອງປະຊາຊົນຕໍ່ການຄາດຕະກໍາທ່ານ Belaid ແລະນາບຂູ່ວ່າ ທ່ານຈະລາອອກຈາກ ຕໍາແໜ່ງ ຖ້າຫາກແຜນການຂອງທ່ານຖືກປະຕິເສດ.

ປະມວນພາບຫລ້າສຸດກ່ຽວກັບຕູນີເຊຍ:
XS
SM
MD
LG