ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ທີ່ຕູນີເຊຍ ຈະມຸ້ງໜ້າ ໄປສູ່ການເລືອກຕັ້ງ ຮອບຊີ້ຂາດ


ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ຕູນີເຊຍ ຢືນຢາມຢູ່ຂ້າງນອກໜ່ວຍປ່ອນບັດ ວັນທີ 23 ພະຈິກ ,2014,
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ຕູນີເຊຍ ຢືນຢາມຢູ່ຂ້າງນອກໜ່ວຍປ່ອນບັດ ວັນທີ 23 ພະຈິກ ,2014,

ປະຊາຊົນ​ຕູ​ນີ​ເຊຍ ພາກັນ​ອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທາ
ນາທິບໍດີ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ ນັບ​ແຕ່​ໄດ້​ມີ​ການ​ລຸກ​ຮື​ຂຶ້ນ
​ຂອງ​ພວກ​ນິຍົມ​ປະຊາ​ທິປະ​ໄຕ​ໃນ​ປີ 2011 ​ເປັນ​ຕົ້ນ​ມາ ຊຶ່ງ​
2 ພັກ​ການ​ເມືອງ​ໃຫຍ່ໆຂອງ​ປະ​ເທດ​ພວມກະກຽມ​ສຳລັບ
​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ໃນ​ເດືອນ​ໜ້າ​ນີ້.

ຜົນ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ຍັງ​ບໍ່​ທັນ​
ໄດ້​ປະກາດ​ໃຫ້​ຮູ້​ເທື່ອ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້. ​ແຕ່​ຫົວໜ້າ​ໂຄສະ
ນາ​ຫາ​ສຽງ​ເລືອກ​ຕັ້ງຂອງ​ທ່ານ Beji Caid Essebsi ​ໄວ 87
ປີ ທີ່​ບໍ່​ພົວພັນ​ກັບ​ສາສະໜາ ກ່າວ​ວ່າ ຜູ້​ສະໝັກ​ເລືອກ​ຕັ້ງ​ສັງ
ກັດພັກ Nidaa Tounes ​ໄດ້​ໂຜ່​ໂຕ​ຂຶ້ນ​ມາເປັນ​ຜູ້​ໄດ້​ຮັບ​ຄະ​
ແນນ​ສຽງ​ນຳ​ໜ້າ. ບັນດາ​ທີ່​ປຶກສາ​ຂອງ​ທ່ານ Moncef Marzouki ທີ່​ຄອງ​ຕຳ​ແໜ່​ງປະ
ທານາທິບໍດີ​ມາ ​ແລະ​ເປັນ​ຄູ່ແຂ່ງຂັນນັ້ນ ​ໄດ້ຍອມຮັບ​ຮູ້ວ່າ​ຈະ​ມີການ​ເລືອກ​ຕັ້ງຮອບ​ຊີ້
​ຂາດ ​ແຕ່​ບໍ່​ໄດ້ແຈ້ງ​ລາຍ​ລະອຽດ​ໃດໆ​ໃຫ້​ຊາບ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ ​ໄດ້​ເປັນ​ຂີດ​ໝາຍ​ຂອງ​ການ​ມອບ​ໂອ​ນອຳນາດ​ທີ່​ຄອງ​ຄອຍ​ກັນ​
ມາ​ເປັນ​ເວລາ​ດົນ​ນານ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ ທີ່​ໄດ້​ເລີ້ມ​ຂຶ້ນ​ດ້ວຍ​ການ​ໂຄ່ນ​ລົ້ມ​ຜູ້​
ຜະ​ເດັດ​ການ Zine El Abidine Ben Ali ​ອອກ​ຈາກ​ອຳນາດ​ໃນ​ປີ 2011. ການ​ປະຕິ
ວັດ​ດັ່ງກ່າວ ​ໄດ້ກະ​ຕຸ້ນ​ໃຫ້​ເກີດ​ການ​ລຸກ​ຮື​ຂຶ້ນ​ໃນ​ອີ​ຈິບ ຊີ​ເຣຍ ​ເຢ​ເມນ ​ແລະ​ລີ​ເບຍ ຊຶ່ງທັງ​
ໝົດ​ນີ້ ​ເອີ້ນ​ກັນ​ວ່າ ຂະ​ບວນການ​ນິຍົມ​ປະຊາທິປະ​ໄຕ​ອາຫຣັບ​ໃນ​ລະດູບານ​ໃໝ່​ນັ້ນ.

ພວກ​ຜູ້​ສະໝັກ​ເລືອກຕັ້ງ​ທີ່​ບໍ່​ສັງກັດ​ໃນ​ສາສະໜາ ​ໄດ້​ຮັບ​ບ່ອນ​ນັ່ງ​ເປັນ​ສ່ວນ​ຫຼາຍ​ໃນ​ລັດ
ຖະສະພາ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ແລ້ວ​ນີ້.

XS
SM
MD
LG