ໂທລະພາບທາງການຂອງຕູນີເຊຍລາຍງານວ່າ ພວກ
ລັດຖະມົນຕີໃນຄະນະລັດຖະບານຮັກສາການຊົ່ວຄາວ
ໄດ້ພາກັນລາອອກຈາກພັກຂອງລັດຖະບານຂອງປະທາ
ນາທິບໍດີ Zine El Abidine Ben Ali ທີ່ໄດ້ຖືກໂຄ່ນ
ລົ້ມອອກຈາກອຳນາດໄປນັ້ນ.
ການລາອອກດັ່ງກ່າວນີ້ໄດ້ມີຂຶ້ນບໍ່ເທົ່າໃດມື້ ລຸນຫລັງທີ່
ພວກລັດຖະມຸນຕີຝ່າຍຄ້ານ 4 ທ່ານ ໄດ້ລາອອກຈາກ
ຄະນະລັດຖະບານຊົ່ວຄາວເພື່ອປະທ້ວງຕໍ່ການສືບຕໍ່ມີ
ອິດທິພົນຂອງພັກທີ່ປົກຄອງປະເທດໃນປັດຈຸບັນຢູ່ໃນ
ເລື້ອງການເມືອງຂອງປະເທດ.
ໃນວັນຈັນສັບປະດານີ້ ນາຍົກລັດຖະມຸນຕີ Mohamed
Ghannouchi ໄດ້ປະກາດຈັດຕັ້ງລັດຖະບານປະສົມຂຶ້ນ
ທີ່ຮວມທັງພວກລັດຖະມຸນຕີກະຊວງປ້ອງກັນປະເທດ, ກະ
ຊວງພາຍໃນ, ກະຊວງການຕ່າງປະເທດແລະກະຊວງການເງິນຈາກຄະນະລັດຖະບານຊຸດເກົ່າ.
ໃນວັນພຸດວານນີ້ ພວກປະທ້ວງຫລາຍຮ້ອຍຄົນໄດ້ພາກັນໂຮມຊຸມນຸມຢູ່ໃນນະຄອນຫລວງ Tunis ຮຽກຮ້ອງໃຫ້ກຳຈັດສາຍພົວພັນຕ່າງໆກັບຄະນະລັດຖະບານປົກຄອງຊຸດກ່ອນ.
ໃນຄວາມພະຍາຍາມທີ່ຈະ “ຕັດຂາດຢ່າງສິ້ນເຊີງກັບອະດີດ” ນັ້ນ ຄະນະນຳພາຮັກສາການຊົ່ວຄາວຂອງຕູນີເຊຍ ໄດ້ປ່ອຍຕົວພວກນັກໂທດການເມືອງຂອງປະເທດທີ່ຍັງຖືກຂັງຢູ່ນັ້ນ ແລະໄດ້ທໍາການເຄື່ອນໄຫວເພື່ອຊອກຄົ້ນຫາຊັບສິນຕ່າງໆ ທີ່ປະທານາທິບໍດີທີ່ຖືກໂຄ່ນລົ້ມ ແລະຄອບຄົວຂອງທ່ານໄດ້ເຊື່ອງຊ້ອນໄວ້ຢູ່ຕ່າງປະເທດນັ້ນ.
ນອກນີ້ ໂທລະພາບທາງການຂອງຕູນີເຊຍຍັງລາຍງານວ່າ ພີ່ນ້ອງຫ່າງໆຂອງ ທ່ານ Ben Ali 33 ຄົນ ໄດ້ຖືກຈັບກຸມ ໃນຂະນະທີ່ພວກເຂົາເຈົ້າກພະຍາຍາມຈະໂຕນໜີອອກຈາກປະເທດ. ແລະໂທລະພາບກໍໄດ້ຖ່າຍທອດ ຮູບພາບຂອງຄໍາແລະເຄື່ອງເພັດພອຍຕ່າງໆທີ່ຖືກຍຶດໄດ້ນັ້ນໃຫ້ປະຊາຊົນເບິ່ງ.