ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ Tunisia ຮຽກຮ້ອງໃຫ້ ປະທານາທິບໍດີ Ben Ali ລາອອກ


ການຈະລາຈົນໃນ Tunisia ກ່ຽວກັບລາຄາເຂົ້າປາອາຫານແພງແລະ
ຈໍານວນຄົນຫວ່າງງານທີ່ເພີ່ມຂຶ້ນນັ້ນ
ການຈະລາຈົນໃນ Tunisia ກ່ຽວກັບລາຄາເຂົ້າປາອາຫານແພງແລະ ຈໍານວນຄົນຫວ່າງງານທີ່ເພີ່ມຂຶ້ນນັ້ນ

ໄດ້ມີຝູງຄົນຈໍານວນຫຼາຍໆພັນຄົນເດີນຂະບວນປະທ້ວງ
ໃນນະຄອນຫຼວງ ຂອງ Tunisia ເພື່ອຮຽກຮ້ອງໃຫ້
ປະທານາທິບໍດີ Zine El Abidine Ben Ali ລາອອກ
ຈາກຕໍາແໜ່ງ ມື້ນຶ່ງຫຼັງຈາກທີ່ທ່ານໄດ້ປະກາດໃຫ້ມີການ
ຜ່ອນຜັນ ເພື່ອພະຍາຍາມຫາທາງຢຸດການປະທ້ວງຮ້າຍ
ແຮງນັ້ນ.


ພວກປະທ້ວງພາກັນຖືປ້າຍໂປສເຕີ້ແລະໂຫ່ຮ້ອງຄໍາຂັວນ
ຕ່າງໆ ຢູ່ທາງນອກ ຂອງກະຊວງພາຍໃນທີ່ນະຄອນຫຼວງ
Tunis ໃນວັນສຸກມື້ນີ້.

ໃນວັນພະຫັດວານນີ້ ທ່ານ Ben Ali ໄດ້ໃຫ້ຄຳໝັ້ນສັນຍາກ່ຽວກັບການປະຕິຮູບ
ທາງດ້ານການເມືອງແລະສື່ມວນຊົນແລະເວົ້າວ່າທ່ານຈະອອກຈາກຕໍາແໜ່ງ ໃນເວລາ
ທີ່ສະໄໝການປົກຄອງຂອງທ່ານສິ້ນສຸດລົງໃນປີ 2014.

ນອກນັ້ນທ່ານຍັງໄດ້ສັ່ງໃຫ້ກຳລັງຮັກສາຄວາມສະຫງົບຢຸດເຊົາການໃຊ້ອາວຸດຕໍ່ພວກ
ປະທ້ວງແລະສັ່ງໃຫ້ຕັດລາຄານໍ້າຕານ, ນົມ, ເຂົ້າຈີ່ ແລະສິນຄ້າຢ່າງອື່ນໆນັ້ນລົງ.

ເຈົ້າໜ້າທີ່ Tunisia ກ່າວວ່າ ການຈະລາຈົນກ່ຽວກັບລາຄາເຂົ້າປາອາຫານແພງ
ແລະຈໍານວນຄົນຫວ່າງງານທີ່ສູງນັ້ນ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 23 ຄົນແລ້ວ. ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າຈໍານວນຜູ້ເສຍຊີວິດນັ້ນແມ່ນມີສູງກວ່າທີ່ໄດ້
ລາຍງານກັນ.

ສະຫະພັນກຳມະບານແລະພວກປະທ້ວງປະກາດວ່າ ຈະສືບຕໍ່ການນັດຢຸດງານທີ່ໄດ້ຮຽກ
ໃຫ້ມີຂຶ້ນໃນຫົວເມືອງຕ່າງໆໃນວັນສຸກນີ້ ຮວມທັງນະຄອນຫຼວງ Tunis ນໍາ.


ການປະທ້ວງໃນທົ່ວປະເທດກ່ຽວກັບຄົນຫວ່າງງານແລະການປາບປາມຂອງຕຳ ຫລວດ ໄດ້ລະເບີດຂຶ້ນເປັນບ່ອນທຳອິດທີ່ເຂດ Sidi Bouzid ໃນພາກຕາເວັນຕົກຂອງປະເທດ ແລະໄດ້ແຜ່ລາມຢ່າງໄວໄປທົ່ວປະເທດ ແລະໃນທີ່ສຸດໃນສັບປະດານີ້ກໍໄດ້ລະເບີດຂຶ້ນທີ່
ນະຄອນຫຼວງ.

XS
SM
MD
LG