ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຄັ້ງໃໝ່ມີຂຶ້ນ ໃນວັນຄົບຮອບ 7 ປີ ຂອງການລຸກຮືຂຶ້ນ ໃນລະດູບານໃໝ່ ອາຣັບ


ພວກຄົນທັງຫຼາຍ ໂບກທຸງຊາດຕູນີເຊຍ ໃນລະຫວ່າງ ການເດີນຂະບວນປະທ້ວງ ໃນວັນຄົບຮອບ 7 ປີ ຂອງ
ການໂຄ່ນລົ້ມ ປະທານາທິບໍດີ ຊີນ ແອລ ອາບີດີນ ເບັນອາລີ (Zine El-Abidine Ben Ali), ໃນປະເທດຕູນີເຊຍ, ວັນທີ 14 ມັງກອນ 2018.
ພວກຄົນທັງຫຼາຍ ໂບກທຸງຊາດຕູນີເຊຍ ໃນລະຫວ່າງ ການເດີນຂະບວນປະທ້ວງ ໃນວັນຄົບຮອບ 7 ປີ ຂອງ ການໂຄ່ນລົ້ມ ປະທານາທິບໍດີ ຊີນ ແອລ ອາບີດີນ ເບັນອາລີ (Zine El-Abidine Ben Ali), ໃນປະເທດຕູນີເຊຍ, ວັນທີ 14 ມັງກອນ 2018.

ຊາວຕູນີເຊຍ ຫຼາຍຮ້ອຍຄົນ ພາກັນລົງສູ່ຖະໜົນຫົນທາງສາຍຕ່າງໆ ຢູ່ໃນນະຄອນຫຼວງ
ຂອງຕູນີເຊຍ ເພື່ອເດີນຂະບວນປະທ້ວງຄັ້ງໃໝ່ ໃນວັນອາທິດວານນີ້ ແລະ ຢູ່ໃນໂຕເມືອງ
ແຫ່ງນຶ່ງ ຕຳຫຼວດໄດ້ຍິງແກັສນ້ຳຕາ ໃສ່ກຸ່ມພວກປະທ້ວງຊາວໜຸ່ມ ປະມານ 20 ກວ່າຄົນ
ທີ່ແກວ່ງກ້ອນຫີນຢູ່ນັ້ນ ໃນວັນຄົບຮອບ 7 ປີ ຂອງການໂຄ່ນລົ້ມອະດີດ ປະທານາທິບໍດີ
ຊີນ ແອລ ອາບີດີນ ເບັນອາລີ (Zine El Abidine Ben Ali) ເພື່ອໃຫ້ພວກເຂົາສະຫລາຍ
ໂຕໄປ.

ຍ້ອນຄວາມບໍ່ພໍໃຈ ຕໍ່ບັນຫາຕ່າງໆ ທາງດ້ານສັງຄົມ ແລະ ເສດຖະກິດ ທີ່ແກ້ໄຂບໍ່ຕົກ
ພວກປະທ້ວງຈຶ່ງໄດ້ອອກມາເດີນຂະບວນ ໃນບາງຄັ້ງກໍເກີດຄວາມຮຸນແຮງ ຢູ່ຕູນີເຊຍ
ແລະ ຢູ່ປະເທດຕ່າງໆທົ່ວອາຟຣິກາເໜືອ ໃນສັບປະດາແລ້ວນີ້.

ພວກປະທ້ວງຮ້ອງຄຳຂວັນ ຕໍ່ຕ້ານການຂຶ້ນລາຄາ ແລະ ການຂຶ້ນພາສີໃນນະຄອນຫຼວງ ຕູນີ, ປະເທດ ຕູນີເຊຍ. 13 ມັງກອນ, 2018.
ພວກປະທ້ວງຮ້ອງຄຳຂວັນ ຕໍ່ຕ້ານການຂຶ້ນລາຄາ ແລະ ການຂຶ້ນພາສີໃນນະຄອນຫຼວງ ຕູນີ, ປະເທດ ຕູນີເຊຍ. 13 ມັງກອນ, 2018.

ພວກເຫັນເຫດການ ໄດ້ບອກອົງການຂ່າວຣອຍເຕີສ໌ ວ່າ ພວກເຂົາເຫັນພວກຊາວໜຸ່ມ
ອາຍຸ ປະມານ 20 ປີ ແກວ່ງກ້ອນຫີນໃສ່ລົດຂອງພວກຕຳຫຼວດ ແລະ ໄດ້ຈູດຢາງລົດ
ຫຼາຍເສັ້ນ ກ່ອນກຳລັງຮັກສາຄວາມສະຫງົບ ຈະໄດ້ຂັບໄລ່ພວກເຂົາເຈົ້າອອກໄປ
ດ້ວຍແກັສນ້ຳຕາ.

“ວຽກງານ ເສລີພາບ ແລະ ກຽດສັກສີ” ແມ່ນຄຳຂວັນ ທີ່ໄດ້ຖືກຮ້ອງໂຮເມື່ອ 7 ປີກ່ອນ
ໄດ້ຖືກນຳຄືນມາໃຊ້ອີກເທື່ອນຶ່ງ.

ຊາວຕູນີເຊຍ ຜູ້ຊື່ວ່າ ຟັດມາ ເບັນ ຮັສຊີນ ກ່າວວ່າ “ການປະຕິວັດ ບໍ່ໄດ້ເກີດຮູບປະທຳ
ຫຍັງເລີຍ ຕໍ່ຊີວິດການເປັນຢູ່ຂອງພວກເຮົາ ເຊິ່ງພຽງແຕ່ເຮັດໃຫ້ຂີ້ຮ້າຍຂຶ້ນເລື້ອຍໆ.
ພວກນັກການເມືອງ ຜູ້ທີ່ພຽງແຕ່ເປັນຫ່ວງ ນຳຄວາມຢູ່ດີກິນດີ ຂອງພວກເຂົາ ແລະ
ປະໄວ້ ເຊິ່ງຄວາມສິ້ນຫວັງ ໃຫ້ແກ່ພວກເຮົາ.”

ໃນວັນເສົາຜ່ານມານີ້ ຕູນີເຊຍ ໄດ້ປະກາດແຜນການທີ່ຈະເພີ່ມທຶນການຊ່ວຍເຫຼືອ ແກ່
ຄອບຄົວທຸກຍາກ ຈຳນວນ 70 ລ້ານ 3 ແສນ ໂດລາ ຫຼັງຈາກໄດ້ມີການປະທ້ວງຫຼາຍວັນ
ກ່ຽວກັບມາດຕະການປະຢັດມັດທະຍັດ.

Protests Erupt Again in Tunisia, Cradle of 2011 Arab Spring
please wait

No media source currently available

0:00 0:02:27 0:00

ລັດຖະມົນຕີ ກະຊວງສະຫວັດດີການ ແລະສັງຄົມ ທ່ານ ໂມຮາເມັດ ທຣາແບລຊີ ກ່າວ
ວ່າ “ອັນນີ້ແມ່ນກ່ຽວຂ້ອງກັບຄົນປະມານ 250,000 ຄອບຄົວ. ມັນຈະຊ່ອຍພວກຄົນ
ທຸກຍາກ ແລະ ພວກຄົນຊົນຊັ້ນກາງ.”

ພວກປະທ້ວງຫຼາຍຮ້ອຍຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງສາຍຕ່າງໆ ໃນເມືອງ ຊີດີ
ບູຊີດ (Sidi Bouzid) ເມື່ອວັນເສົາຜ່ານມາ ບ່ອນທີ່ເກີດການລຸກຮືຂຶ້ນ ຂອງປະຊາຊົນ
ຄັ້ງທຳອິດ ໃນປີ 2011. ແລະ ໃນວັນສຸກມື້ກ່ອນ ພວກປະທ້ວງຢູ່ໃນຫົວເມືອງໃຫຽ່ ແລະ
ເມືອງນ້ອຍຕ່າງໆ ທົ່ວປະເທດ ໄດ້ໂບກປ້າຍສີເຫຼືອງ ທີ່ເປັນປ້າຍສັນຍານເຕືອນ ຕໍ່ລັດ
ຖະບານ ແລະ ການທຳລາຍພວກຂະໜົມປັງ ອັນເປັນສັນຍາລັກ ຂອງການດິ້ນຮົນໃນ
ແຕ່ລະວັນ ເພື່ອໃຫ້ສາມາດຊື້ເຄື່ອງຢູ່ເຄື່ອງກິນ ຂັ້ນພື້ນຖານໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG