ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕູນີເຊຍແຕ່ງຕັ້ງລັດຖະມົນ ໃໝ່ ຈໍານວນນຶ່ງ


ແມ່ຍິງຕູນີເຊຍຄົນນຶ່ງໂບກທຸງຊາດຢູ່ຕໍ່ໜ້າກະຊວງພາຍໃນ ຂະນະທີ່ມີການປະທະກັນລະຫວ່າງພວກເດີນຂະບວນ ແລະກຳລັງຮັກສາຄວາມສະຫງົບ (14 ມັງກອນ 2011)
ແມ່ຍິງຕູນີເຊຍຄົນນຶ່ງໂບກທຸງຊາດຢູ່ຕໍ່ໜ້າກະຊວງພາຍໃນ ຂະນະທີ່ມີການປະທະກັນລະຫວ່າງພວກເດີນຂະບວນ ແລະກຳລັງຮັກສາຄວາມສະຫງົບ (14 ມັງກອນ 2011)

ລັດຖະບານຊົ່ວຄາວຂອງຕູນີເຊຍໄດ້ແຕ່ງຕັ້ງພວກທີ່ບໍ່ສັງ
ກັດພັກເຂົ້າຮັບຕຳແໜ່ງແທນລັດຖະມົນຕີທີ່ສຳຄັນຫຼາຍໆ
ທ່ານຈາກອະດີດພັກລັດຖະບານ ໃນການຍິນຍອມອ່ອນຂໍ້
ຄັ້ງສຳຄັນ ໃຫ້ແກ່ພວກເດີນຂະບວນ ໂດຍຫວັງວ່າການ
ເຄື່ອນໄຫວດັ່ງກ່າວນີ້ ຈະເຮັດໃຫ້ການປະທ້ວງຢູ່ຕາມຖະ
ໜົນຫົນທາງ ທີ່ຮຽກຮ້ອງໃຫ້ກຳຈັດ ພວກເຈົ້າໜ້າທີ່ໆມີ
ຄວາມສຳພັນກັບປະທານາທິບໍດີ ທີ່ຖືກຂັບໄລ່ອອກຈາກ
ອຳນາດນັ້ນ ມິດງຽບລົງ.

ນາຍົກລັດຖະມົນຕີ Mohammed Ghannouchi ຊຶ່ງ
ທ່ານເອງກໍເປັນຜູ້ທີ່ມາຈາກອຳນາດການປົກຄອງ ຂອງອະດີດປະທານາທິບໍດີ Zine El
Abidine Ben Ali ນັ້ນ ຍັງຈະສືບຕໍ່ກຳຕຳແໜ່ງຢູ່ໃນຄະນະລັດຖະບານຊຸດໃໝ່ທັງໆທີ່ ໄດ້ມີການຮຽກຮ້ອງໃຫ້ທ່ານລາອອກ.

ໃນການກ່າວຄຳປາໄສສົດ ຕໍ່ໂທລະພາບຂອງທາງການຕູນີເຊຍໃນວັນພະຫັດວານນີ້ ທ່ານ
Ghannouchi ເວົ້າວ່າ ຈະມີການຕັ້ງລັດຖະມົນຕີໃໝ່ແທນ 12 ທ່ານ.

ທ່ານ Ghannouchi ເວົ້າວ່າພວກລັດຖະມົນຕີໃໝ່ເຫຼົ່ານີ້ໄດ້ຖືກເລືອກຍ້ອນປະສົບພະການ
ລະດັບສູງ ແລະຄຸນນະສົມບັດຂອງພວກທ່ານ. ທ່ານກ່າວວ່າ ຄະນະລັດຖະບານຊຸດໃໝ່ຈະ
ທຳການປະຕິຮູບທາງດ້ານເສດຖະກິດແລະສັງຄົມ ຕະຫຼອດທັງນຳພາປະເທດຊາດໄປສູ່ການ
ເລືອກຕັ້ງທີ່ເສລີເທື່ອທຳອິດ.

XS
SM
MD
LG