ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕູນີເຊຍຈະຈັດການເລືອກຕັ້ງ ແບບປະຊາທິປະໄຕ


ນາຍົກລັດຖະມົນຕີຕູນີເຊຍ ທ່ານ Mohamed Ghannouchi
ນາຍົກລັດຖະມົນຕີຕູນີເຊຍ ທ່ານ Mohamed Ghannouchi

ນາຍົກລັດຖະມົນຕີຕູນີເຊຍທ່ານ Mohamed Ghannou-
chi ໃຫ້ຄຳໝັ້ນສັນຍາວ່າ ຈະຈັດການເລືອກຕັ້ງແບບປະຊາ
ທິປະໄຕເທື່ອທຳອິດຂອງປະເທດດັ່ງກ່າວນັບແຕ່ໄດ້ຮັບເອກ
ກະລາດຈາກຝຣັ່ງ ໃນປີ 1956.

ນອກນັ້ນແລ້ວ ທ່ານ Ghannouchi ຍັງກ່າວໃນມື້ວານນີ້
ຕື່ມວ່າ ທ່ານຈະລາອອກຈາກເວທີການເມືອງ ຫຼັງຈາກລັດ
ຖະບານຊຸດໃໝ່ເຂົ້າກຳອຳນາດແລ້ວ. ທ່ານບໍ່ໄດ້ໃຫ້ກຳນົດ
ເວລາຢ່າງສະເພາະເຈາະຈົງວ່າ ຍາມໃດເຫດການທັງສອງ
ນີ້ຈຶ່ງຈະມີຂຶ້ນ.

ພວກປະທ້ວງໄດ້ທວງໃຫ້ ຂັບໄລ່ບັນດາເຈົ້າໜ້າທີ່ທັງໝົດ ທີ່ເຄີຍມີຄວາມສຳພັນກັບອະດີດ
ປະທານາທິບໍດີ Zine El Abidene Ben Ali ອອກຈາກຄະນະລັດຖະບານ.

ທ່ານ Ben Ali ໄດ້ຫຼົບໜີອອກຈາກປະເທດໄປ ໃນສັບປະດາແລ້ວ ລຸນຫຼັງທີ່ໄດ້ມີການກໍ່
ຈະລາຈົນເປັນເວລາຫຼາຍອາທິດ. ທ່ານ Ghannouchi ເປັນນາຍົກລັດຖະມົນຕີຂອງທ່ານ
Ben Ali.

ຂະນະດຽວກັນ ກໍໄດ້ມີການໄວ້ທຸກ ດ້ວຍການຊັກທຸງຊາດຂຶ້ນເຄິ່ງເສົາ ໃຫ້ແກ່ພວກທີ່ເສຍ
ຊີວິດ ໃນຄວາມວຸ້ນວາຍດັ່ງກ່າວທີ່ໄດ້ເລີ້ມມາແຕ່ທ້າຍເດືອນທັນວາຍ້ອນຄວາມບໍ່ພໍອົກພໍໃຈ ກ່ຽວກັບອັດຕາຄົນຫວ່າງງານສູງ ແລະລາຄາອາຫານການກິນທີ່ແພງຂຶ້ນ.

ລັດຖະບານຕູນີເຊຍກ່າວວ່າ ມີຢ່າງນ້ອຍ 78 ຄົນເສຍຊີວິດແຕ່ອົງການສະຫະປະຊາຊາດ
ເວົ້າວ່າ ໂຕເລກຜູ້ເສຍຊີວິດອາດມີສູງເຖິງ 100 ຄົນ.

XS
SM
MD
LG