ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕູນີເຊຍໄວ້ທຸກໃຫ້ພວກເສຍຊີວິດ ໃນລະຫວ່າງການປະທ້ວງ


ພວກເດີນຂະບວນ ໂຮມຊຸມນຸມປະທ້ວງ ຢູ່ນອກກະຊວງພາຍໃນ ຕູນີເຊຍ ທີ່ນະຄອນຫຼວງຕູນິສ (21 ມັງກອນ 2011)
ພວກເດີນຂະບວນ ໂຮມຊຸມນຸມປະທ້ວງ ຢູ່ນອກກະຊວງພາຍໃນ ຕູນີເຊຍ ທີ່ນະຄອນຫຼວງຕູນິສ (21 ມັງກອນ 2011)

ຕູນີເຊຍໄວ້ທຸກເປັນເວລາ 3 ມື້ໃຫ້ແກ່ພວກທີ່ເສຍຊີວິດ
ຫຼາຍສິບຄົນ ໃນລະຫວ່າງການປະທ້ວງ ທີ່ນຳພາໄປສູ່
ການຂັບໄລ່ອະດີດປະທານາທິບໍດີ Zine El Abidene
Ben Ali ອອກຈາກຕຳແໜ່ງນັ້ນ.

ມີຢ່າງນ້ອຍ 78 ຄົນໄດ້ເສຍຊີວິດ ນັບແຕ່ເລີ້ມມີການ
ລຸກຮືຂຶ້ນໃນເດືອນທັນວາປີກາຍ.

ຄະນະລັດຖະບານຊົ່ວຄາວ ຂອງຕູນີເຊຍ ກ່າວໃນວັນ
ພະຫັດວານນີ້ວ່າໂຮງຮຽນແລະມະຫາວິທະຍາໄລແຫ່ງ
ຕ່າງໆຈະໄຂຄືນໃໝ່ອີກໃນສັບປະດາໜ້ານີ້.

ໃນວັນພະຫັດວານນີ້ ລັດຖະບານຊຸດໃໝ່ຂອງຕູນີເຊຍໄດ້ສະເໜີໃຫ້ອະໄພຍະໂທດແກ່ພວກ
ນັກໂທດການເມືອງ ແລະໃຫ້ການຮັບຮູ້ ແກ່ພັກການເມືອງຕ່າງໆ ທີ່ຖືກເກືອດຫ້າມໃນເມືອ
ກ່ອນ.

ການປະກາດທີ່ວ່ານີ້ ໄດ້ມີຂຶ້ນ ຫຼັງຈາກການປະທ້ວງນຶ່ງມື້ ທີ່ນະຄອນຫຼວງຕູນີສ ແລະຫົວ
ເມືອງສຳຄັນອື່ນໆ. ພວກປະທ້ວງພາກັນຮຽກຮ້ອງໃຫ້ບັນດາລັດຖະມົນຕີທີ່ເຄີຍຮ່ວມງານ
ກັບພັກ RCD ຂອງທ່ານ Ben Ali ລາອອກຈາກຄະນະລັດຖະບານ.

ໂທລະພາບ ຂອງທາງການຕູນີເຊຍ ລາຍງານໃນວັນພະຫັດວານນີ້ວ່າ ພັກ RCD ໄດ້ຍຸບ
ຄະນະກຳມະການນຳພາຂອງພັກ ຫຼັງຈາກສະມາຊິກໃນຄະນະນຳພາຫຼາຍໆຄົນ ລາອອກ ລຸນຫຼັງທີ່ໄດ້ມີການຮຽກຮ້ອງ ໃຫ້ລັດຖະບານຊຸດໃໝ່ບໍ່ໃຫ້ຮັບເອົາ ສະມາຊິກຂອງອະດີດ
ພັກລັດຖະບານເຂົ້າຮ່ວມ. ແຕ່ແນວໃດກໍຕາມ ໂທລະພາບຂອງທາງການຕູນີເຊຍແຈ້ງໃຫ້
ຊາບຕື່ມວ່າ ພັກການເມືອງດັ່ງກ່າວ ຍັງຈະດຳເນີນງານຕໍ່ໄປ.

XS
SM
MD
LG