ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຕູນີເຊຍປ່ອນບັດເລືອກຕັ້ງ ແບບປະຊາທິປະໄຕ ເທື່ອທໍາອິດ (ເບິ່ງວີດີໂອ)


ພວກພະນັກງານເລືອກຕັ້ງ ກໍາລັງນັບບັດຄະແນນສຽງ ຂອງການເລືອກຕັ້ງແບບປະຊາທິປະໄຕ ຄັ້ງທໍາອິດ ຂອງປະເທດ ທີ່ນະຄອນຫລວງຕູນິສ, ວັນທີ 24 ຕຸລາ 2011.

ບັນດາ​ເຈົ້າ​ໜ້າທີ່​ກໍາກັບ​ການ​ເລືອກ​ຕັ້ງທີ່​ຕູ​ນີ​ເຊຍ​ ກໍາລັງ​ພາກັນ​ນັບ​ບັດເລືອກ​ຕັ້ງ ລຸນຫລັງ​ການ​ປ່ອນ​ບັດ​ທີ່​ດໍາ​ເນີນ​ໄປ​ແບບ​ປະຊາທິປະ​ໄຕຄັ້ງ​ທໍາ​ອິດໃນປະ​ເທດ ຊຶ່ງ​ຕິດຕາມ​ມາຫລັງ​ຈາກ​ການ​ປະຕິວັດ​ທີ່​ໄດ້​ກະຕຸ້ນໃຫ້​ ເກີດ​ການ​ລຸ​ກຮື​ຂຶ້ນ​ ທີ່​ເອີ້ນ​ວ່າ ລະດູບາ​ໃໝ່​ຂອງ​ອາຫຣັບ ຫລື Arab Spring ​ໃນ​ທົ່ວ​ພາກ​ເໜືອ​ຂອງ​ທະວີບ​ອາ​ຟຣິກາ​ແລະ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

ຄາດ​ກັນ​ວ່າ​ ຈະບໍ່​ມີ​ການ​ປະກາດ​ຜົນການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການຈົນກ່ວາ​ແລງ​ວັນ​ຈັນ​ມື້​ນີ້ ຫລື​ບໍ ກໍ​ວັນ​ອັງຄານ​ມື້​ອື່ນ.

ພວກ​ປ່ອນ​ບັດພາກັນ​ໄປເລືອກຕັ້ງ​ເອົາ​ສະພາ​ລັດຖະທໍາມະນູນ​ ທີ່​ມີ 217 ບ່ອນ​ນັ່ງ ຊຶ່ງ​ຈະ​ເປັນ​ຜູ້​ແຕ່ງ​ຕັ້ງ​ຄະນະ​ລັດຖະບານ​ຊົ່ວຄາວ​ຂຶ້ນ​ແລະ​ຮ່າງ​ກົດໝາຍ​ລັດຖະທໍາ​ມະນູນ​ສະບັບ​ໃໝ່.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ທີ່​ເປັນ​ອິດ​ສະລະ​ຂອງ​ປະ​ເທດ​ກ່າວ​ວ່າ ຫລາຍກວ່າ 90 ສ່ວນ​ຮ້ອຍ​ຂອງ​ປະຊາຊົນທັງ​ໝົດ​ 4 ລ້ານ 1 ​ແສນ​ຄົນທີ່​ໄດ້ລົງທະບຽນເລືອກ​ຕັ້ງນັ້ນ​ ໄດ້​ໄປປ່ອນ​ບັດ.

ພົນລະ​ເມືອງ​ໃນ​ທົ່ວ​ປະ​ເທດ​ອາຫຣັບ​ແຫ່ງ​ນີ້​ໄດ້​ສະ​ແດງ​ຄວາມ​ຕື່ນ​ເຕັ້ນ​ແລະ​ພາກພູມ​ໃຈ​ທີ່​ໄດ້​ມີ​ໂອກາດ​ເລືອກ​ເອົາ​ຜູ້​ແທນ​ຂອງ​ຕົນຈາກ​ຫລາຍໆ ​ພັກ​ການ​ເມືອງ​ເປັນ​ເທື່ອ​ທໍາ​ອິດນັບ​ແຕ່ໄດ້​ຮັບ​ເອກະລາດ​ມາ​ໃນ​ປີ 1956. ມີພັກ​ການ​ເມືອງ​ຫລາຍ​ກວ່າ 100 ພັກສົ່ງຜູ້ສະມັກ​ຮັບ​ເລືອກ​ຕັ້ງເຂົ້າ​ປະກອບ​ສ່ວນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ​ໃນ​ການເລືອກ​ຕັ້ງ​ຄັ້ງ​ກ່ອນໆ​ນັ້ນ ມີແຕ່ພວກ​ສະມາຊິກ​ຈາກ​ພັກ​ກາ​ນ​ເມືອງຂອງ​ລັດຖະບານເທົ່າ​ນັ້ນ​ ທີ່​ໄດ້ຮັບ​ອະນຸຍາດໃຫ້ປະກອບສ່ວນ​.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫປະຊາ​ຊາດໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ປະຊາຊົນ​ຕູ​ນີ​ເຊຍ ​ແລະ​ຮຽກຮ້ອງໄປ​ຍັງ​ປະຊາຊົນ​ທັງ​ໝົດ​ທີ່ມີສ່ວນ​ພົວພັນໃຫ້​ມີ​ຄວາມ​ໝາຍໝັ້ນ​ຕໍ່ການ​ດໍາ​ເນີນ​ຂັ້ນ​ຕອນ​ໄລຍະຂ້າມ​ຜ່ານ ​ທີ່ຮວມ​ເອົາ​ທຸກ​ພັກ​ຝ່າຍແລະ​ໂປ່​ງ​ໃສ​ນີ້. ​ໂຄສົກ​ປະ​ຈໍາ​ທ່ານ​ພັນ​ກິ​ມູນ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້ ແມ່ນເປັນເຫດການຜັນ​ຂະຫຍາຍທີ່​ມີ​ຄວາມ​ໝາຍສໍາຄັນໃນ​ການ​ໂອນ​ອໍານາດແບບ​ປະຊາທິປະ​ໄຕ​ໃນ​ພາກ​ພື້ນ​ແຫ່ງນັ້ນຂອງ​ໂລກ.

XS
SM
MD
LG