ປະຊາຊົນຕູນີເຊຍພາກັນເລີ້ມອອກໄປປ່ອນບັດໃນວັນອາທິດມື້ນີ້ ເພື່ອເລືອກເອົາອັນທີ່ເອີ້ນວ່າ ສະພາລັດຖະທໍາມະນູນ ທີ່ມີໜ້າທີ່ຮ່າງກົດ ໝາຍລັດຖະທໍານະນູນສະບັບໃໝ່ ແລະວາງແຜນທີ່ຫົນທາງການເມືອງສໍາລັບປະເທດໃນພາກເໜືອຂອງທະວີບອາຟຣິກາແຫ່ງນີ້.
ການເລືອກຕັ້ງຄັ້ງນີ້ຈະເປັນການເລືອກຕັ້ງແບບປະຊາທິປະໄຕຄັ້ງທໍາອິດ ນັບແຕ່ຕູນີເຊຍໄດ້ເປັນປະເທດເອກະລາດ ໃນປີ 1956 ເປັນຕົ້ນມາ. ມີພັກການເມືອງຫລາຍກວ່າ 100 ພັກເຂົ້າປະກອບສ່ວນໃນການເລືອກຕັ້ງເພື່ອຍາດເອົາບ່ອນນັ່ງ ຈໍານວນ 217 ບ່ອນ ໃນສະພາລັດຖະທໍາມະນູນ ຊຶ່ງເປັນການກົງກັນຂ້າມຢ່າງຫລວງຫລາຍກັບການເລືອກຕັ້ງຫລາຍຄັ້ງຜ່ານມາ ເວລາປະຊາຊົນບໍ່ມີທາງເລືອກອື່ນໃດ ນອກຈາກເລືອກເອົາພັກການເມືອງທີ່ປົກຄອງປະເທດໃນປັດຈຸບັນ ຄືນໃໝ່ນັ້ນ.
ເມື່ອໃດທີ່ແຕ່ງຕັ້ງຄະນະລັດຖະບານໃໝ່ຂຶ້ນມາແລ້ວ ສະພາດັ່ງກ່າວກໍຈະຂຽນກົດໝາຍລັດຖະທໍາມະນູນສະບັບໃໝ່ ຂຶ້ນມາໃຊ້ແທນກົດໝາຍສະບັບເກົ່າ ທີ່ໄດ້ນໍາໃຊ້ໂດຍລັດຖະບານຜະເດັດການມາເປັນເວລາດົນນານຂອງທ່ານ Zine el Abidine Ben Ali ທີ່ໄດ້ຖືກໂຄ່ນລົ້ມອອກຈາກອໍານາດໄປໃນການປະຕິວັດໃນຕູນີເຊຍເມື່ອເດືອນມັງກອນຕົ້ນປີນີ້ທີ່ໄດ້ກະຕຸ້ນໃຫ້ເກີດຄື້ນຟອງແຫ່ງການປະຕິວັດຂຶ້ນ ໃນທົ່ວພາກເໜືອຂອງທະວີບອາຟຣິກາ ແລະໃນພາກຕາເວັນອອກກາງ ທີ່ເອີ້ນກັນວ່າ ລະດູບານໃໝ່ຂອງອາຫຣັບ ຫລື Arab Spring ນັ້ນ.
ພວກນັກສັງເກດການທໍານາຍວ່າ ພັກອິສລາມ Ennahdha ທີ່ນິຍົມແນວທາງພໍປານກາງ ຈະໄດ້ຮັບຄະແນນສຽງຫລາຍກວ່າໝູ່ ແຕ່ຈະບໍ່ໄດ້ສຽງຂ້າງຫລາຍ. ພັກດັ່ງກ່າວໄດ້ເລີ້ມທໍາການໂອ້ລົມກັບພັກອື່ນໆໄວ້ກ່ອນແລ້ວ ເພື່ອຈະຈັດຕັ້ງຄະນະລັດຖະບານປະສົມຂຶ້ນນັ້ນ.
ພວກໜວຍປ່ອນບັດທັງໝົດຈະໄດ້ຮັບການເຝົ້າຍາມໂດຍພວກຕໍາຫລວດ ແລະທະຫານ ແລະພວກນັກສັງເກດການພາຍໃນປະເທດແລະຕ່າງປະເທດແລະນັກຂ່າວຫລາຍພັນຄົນ ຈະໄປສັກຂີພິຍານໃນການປ່ອນບັດເລືອກຕັ້ງຄັ້ງນີ້.
ມີຫລາຍສິ່ງຫລາຍຢ່າງທີ່ເປັນເດີມພັນ ເພາະວ່າຖ້າການເລືອກຕັ້ງຄັ້ງນີ້ຍັງຜົນໃຫ້ມີລັດຖະບານທີ່ດໍາເນີນງານໄດ້ຢ່າງມີປະສິດທິຜົນແລ້ວ ຕູນີເຊຍກໍອາດສາມາດໂຜ່ໂຕຂຶ້ນມາເປັນແບບຢ່າງສໍາລັບປະເທດອື່ນໆໃນຂົງເຂດໄດ້.