ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະເທດຕູນີເຊຍ ຈະປະກາດ ຜົນການເລືອກຕັ້ງໃນວັນພຸດນີ້ (ເບິ່ງວີດີໂອ)


ພັກການເມືອງກໍາລັງໂຄສະນາຫາສຽງເລືອກຕັ້ງ ໃນປະເທດຕູນີເຊຍ
ພັກການເມືອງກໍາລັງໂຄສະນາຫາສຽງເລືອກຕັ້ງ ໃນປະເທດຕູນີເຊຍ

ພວກເຈົ້າໜ້າທີ່ເລືອກຕັ້ງຂອງຕູນີເຊຍ ກ່າວວ່າພວກເຂົາເຈົ້າຈະແຈ້ງໃຫ້ຊາບໃນວັນພຸດມື້ນີ້ ກ່ຽວກັບການປະກາດຂັ້ນສຸດທ້າຍ ຜົນການເລືອກຕັ້ງ ຈາກການປ່ອນບັດລົງຄະແນນສຽງ
ເມື່ອວັນອາທິດຜ່ານມາ.

ເຈົ້າໜ້າທີ່ການເລືອກຕັ້ງຄົນນຶ່ງກ່າວຕື່ມວ່າ ເວລາຂອງການປະກາດກ່ຽວກັບຜົນການເລືອກ
ຕັ້ງ ນັ້ນສ່ວນໃຫຍ່ແລ້ວແມ່ນຈະຂຶ້ນຢູ່ກັບຄວາມກ້າວໜ້າ ຂອງການນັບບັດຢູ່ໃນເຂດ ທີ່ຍັງ ເຫລືອໂດຍສະເພາະແມ່ນໃນເຂດນະຄອນ ຫຼວງຕູນີສ. ອົງການຂ່າວ TAP ຂອງລັດ
ກ່າວວ່າ ພວກເຈົ້າໜ້າທີ່ໄດ້ໃຫ້ ຄວາມເຫັນດັ່ງກ່າວ ໃນການໃຫ້ສໍາພາດຕໍ່ສື່ມວນຊົນເມື່ອ
ຕອນແລງຂອງ ວັນອັງຄານວານນີ້.

ຜົນການເລືອກຕັ້ງໃນເບຶ້ອງຕົ້ນສະແດງໃຫ້ເຫັນວ່າ ພັກ Islamist Ennahdha ທີ່ມີແນວ
ທາງປານກາງ ໄດ້ຊະນະບ່ອນນັ່ງສ່ວນໃຫຍ່ ໃນສະພາທີ່ມີສະມາຊິກທັງໝົດ 217 ຄົນນັ້ນ.

ພັກດັ່ງກ່າວໄດ້ເລິ່ມການະເຈລະຈາກັນໄປແລ້ວ ເພື່ອຈັດຕັ້ງລັດຖະບານສາມັກຊີຊາດຊົ່ວຄາວ ຮ່ວມກັບພັກທີ່ເປັນຄູ່ແຂ່ງຫົວເສລີສອງພັກ. ເວລາ ນີ້ ພັກ Ennahdha ກໍກໍາລັງທໍາການ
ເຈລະຈາກັບພັກ Congress for the Republic ຫລື CPR ແລະພັກສະພາປະຊາທິປະ
ໄຕເພື່ອແຮງ ງານແລະອິດສະຫລະພາບ ຊຶ່ງທັງສອງພັກແມ່ນນິຍົມກາງອຽງຊ້າຍ.

ພວກຜູ້ນໍາພັກຕ່າງໆໄດ້ຊົມເຊີຍການເຂົ້າຮ່ວມເປັນພັນທະມິດລະຫວ່າງພັກ ອິສລາມແລະ
ພັກຫົວເສລີນັ້ນວ່າ ເປັນສິ່ງໃໝ່ແລະໂຕຢ່າງຂອງການຮວມເອົາທຸກພັກຝ່າຍເຂົ້າຮ່ວມ ສຳ
ລັບບັນດາປະເທດທີ່ຫາກໍໂຜ່ໂຕໃໝ່ຈາກເຫດການວຸ້ນວາຍໃນການລຸກຮືຂຶ້ນປະເທດຢູ່ໃນ
ໂລກອາຣັບຫຼື Arab Spring ນັ້ນ.

ໃນລະຫວ່າງການໂຄສະນາຫາສຽງນັ້ນ ພວກຮັບສະໝັກເລືອກຕັ້ງຂອງພັກ Ennahdha ໄດ້ອ້າງເອົາເປັນແບບຢ່າງຂອງລະບອບປະຊາທິປະໄຕ ທີ່ບໍ່ ໃຫ້ສາສະໜາເຂົ້າມາກ່ຽວພັນ ແລະມີຫຼາຍພັກຝ່າຍໃນປະເທດເທີກີ ບ່ອນທີ່ ພັກທີ່ກໍາລັງປົກຄອງປະເທດຢູ່ນັ້ນ ກໍມີເອກ
ກະລັກຂອງອີສລາມຄືກັນ ຊຶ່ງ ແບບຢ່າງໃນການຮວມໃຫ້ທຸກພັກຝ່າຍເຂົ້າຮ່ວມນັ້ນແມ່ນ
ຍາກທີ່ຈະຄ່ອຍເຫັນກັນຢູ່ໃນຂົງເຂດ.

ເບິ່ງວີດີໂອລາຍງານກ່ຽວກັບ ຊາວຕູນີເຊຍໃນສະຫະລັດສະຫລອງການເລືອກຕັ້ງທີ່ເສລີ
ຄັ້ງທໍາອິດໃນປະເທດຂອງເຂົາເຈົ້າ:

XS
SM
MD
LG