ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕູ​ນີ​ເຊຍ ​ຈັບ 12 ຄົນ ທີ່ພົວພັນ ກັບການໂຈມຕີ ໂຮງແຮມ ອາທິດແລ້ວ


Tunisia
please wait
Embed

No media source currently available

0:00 0:00:31 0:00

ເຈົ້າ​ໜ້າທີ່ຕູ​ນີ​ເຊຍ ​ໄດ້​ກ່າວ​ໃນວັນພະຫັດມື້ນີ້ວ່າ ​ຕົນ​ໄດ້​ຄຸມ​ຂັງ
12 ຄົນ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ໃນສັບປະດາແລ້ວ ​ຢູ່ເມືອງ
​ຕາກ​ອາກາດ​ແຄມ​ທະ​ເລ ທີ່​ໄດ້​ສັງຫານ 38 ຄົນນັ້ນ.

ມື​ປືນ ທ້າວ Saif Rezgui ​ໄດ້ຖືກ​ຍິງ​ຕາຍ​ດ້ວຍກຳລັງ​ຮັກສາ​ຄວາມ​
ປອດ​ໄພ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ຍິງ​ສັງຫານຜູ້ຄົນເປັນຈຳນວນຫຼວງ
ຫຼາຍໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ໃນ​ເມືອງ Sousse. ເຈົ້າ​ໜ້າທີ່​ໄດ້​ກ່າວ​
ວ່າລາວ​ເປັນ​ມື​ປືນ​ພຽງ​ຄົນ​ດຽວ ​ແຕ່​ວ່າ​ພວກ​ເຂົາ​ເຈົ້າ​ຍັງ​ສືບຕໍ່​ຄົ້ນ
​ຫາ​ຜູ້​ຄົນ ທີ່​ອາດ​ໃຫ້ການ​ຊ່ອຍ​ເຫຼືອລາວ ກ່ອນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ຄ້າຍຄື​ກັນ​ກັບ​ຄັ້ງ​ທີ່​ມື​ປືນ 2 ຄົນ ​ໄດ້​ສັງຫານ 21 ຄົນ ​ໃນ​ຫໍພິພິດທະພັນ Bardo ​ໃນ​ນະຄອນ Tunis ​ເມື່ອ​ເດືອ​ມີນາ​ ຜ່ານ​ມາ​ນີ້.

ເຈົ້າ​ໜ້າທີ່ ​ໄດ້​ກ່າວ​ວ່າ ທ້າວ Rezgui ​ແລະ​ມື​ປືນ ​ທີ່ Bardo ນັ້ນ ​ໄດ້​ຮັບ​ການ​ຝຶກ​ແອບ​ທີ່​
ລີ​ເບຍ ​ໃນ​ເວລາດຽວ​ກັນ.

ສ່ວນ​ໃຫຍ່​ຂອງ​ຜູ້ເຄາະຮ້າຍ​ໃນ​ການ​ໂຈມ​ຕີ 2 ຄັ້ງ​ນີ້ ​ແມ່ນ​ນັກ​ທ່ອງ​ທ່ຽວຕ່າງ​ປະເທດ. ຊຶ່ງ
ພວກ​ທີ່​ເສຍ​ຊີວິດ ​ໃນ​ການ​ໂຈມ​ຕີ​ເມື່ອວັນ​ສຸກ​ຜ່ານ​ມາ​ນີ້ ຫລາຍໆຄົນແມ່ນ​ເປັນ​ຊາວ​ອັງກິດ ​ແລະ​ພວກ​ອື່ນ​ນັ້ນ​ແມ່ນ​ມາ​ຈາກ ​ເຢຍຣະມັນ Ireland Belgium ​ແລະ Portugal.

XS
SM
MD
LG