ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕູ​ນີ​ເຊຍ​ປິດ ​ດ່າ​ນຊາຍ​ແດນ​ສຳຄັນ ທີ່​ຂ້າມ​ໄປ​ຫາ ລີ​ເບຍ (ວີດີໂອ)


ລົດຂອງຊາວລິເບຍ ກຳລັງລ່ຽນແຖວຜ່ານເຂົ້າຊາຍແດນ ຕູນີເຊຍ ເພື່ອຫລົບໜີຈາກຄວາມຮຸນແຮງໃນ ລີເບຍ
ລົດຂອງຊາວລິເບຍ ກຳລັງລ່ຽນແຖວຜ່ານເຂົ້າຊາຍແດນ ຕູນີເຊຍ ເພື່ອຫລົບໜີຈາກຄວາມຮຸນແຮງໃນ ລີເບຍ

ອົງການ​ຂ່າວ​ທາງ​ການຂອງຕູ​ນີ​ເຊຍ ກ່າວ​ວ່າ ຕູ​ນີ​ເຊຍ​ໄດ້​
ປິດ​ດ່າ​ນຊາຍ​ແດນ​ສຳຄັນ ທີ່​ຂ້າມ​ໄປ​ຫາລີ​ເບຍນັ້ນ ຫລັງ​
ຈາກຊາວ​ອີ​ຈິບ​ແລະ​ລີ​ເບຍ ຫລາຍ​ຮ້ອຍ​ຄົນ​ ພະຍາຍາມ
ບຸກຜ່ານເຂົ້າ​ມາ​ທາງດ່ານ​ດັ່ງກ່າວ ​ເພື່ອ​ຫລົບໜີ​ຄວາມຮຸນ
​ແຮງ ຢູ່​ອ້ອມ​ແອ້ມ ​ເມືອງ Benghazi ​ແລະ​ເມືອງ​ຫລວງ
Tripoli ນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ຊາວ​ອີ​ຈິບ
ທີ່​ບໍ່​ມີ​ວີ​ຊາ​ເຂົ້າ​ມາ ຕູ​ນິ​ເຊຍ ຫລາຍ​ຄົນ ​ໄດ້ພາກັນບຸກພັງ
ພາກສ່ວນ​ນຶ່ງຂອງ​ຮົ້ວກັ້ນ​ຊາຍ​ແດນ ທີ່​ເມືອງ Ras Ajdir
ເວລາ​ເຈົ້າ​ໜ້າ​ທີ່ບໍ່​ຍອມ​ປ່ອຍ​ໃຫ້ເຂົາ​ເຈົ້າ ຜ່ານ​ເຂົ້າ​ມາ.

ຕຳຫລວດ​ໄດ້​ຍິງ​ປື​ນ ​ແລະ​ລະ​ເບີດນ້ຳຕາຂື້ນເທິງຟ້າ ​ເພື່ອ​ຢຸດ​ພວກຝຸງ​ຊົນ​ເຫລົ່າ​ນັ້ນ.

​ໃນ​ຕົ້ນ​ອາທິດ​ນີ້ ກຸ່ມພັນທະ​ມິດ ອິສລາມແລະຈີ​ຮາດ ທີ່​ເອີ້ນ​ວ່າ ສະພາ​ປະຕິວັດ Shura
ເມືອງ​ເບັງ​ກາ​ຊີ ​ໄດ້ຍຶ​ດ​ເອົາ​ກອງ​ບັນຊາ​ການ ຂອງກອງ​ກຳລັງ​ພິ​ເສດ​ຂອງລີ​ເບຍ ຢູ່ເມືອງ
Benghazi ທາງ​ພາກ​ຕາ​ເວັນ​ອອກ ຂອງລີ​ເບຍ. ​ກຸ່ມ Ansar al-Sharia ຊຶ່ງຖືກວໍ​ຊິງ​ຕັນ
ຈັດວ່າ ​ເປັນ​ອົງການ​ກໍ່​ການ​ຮ້າຍນັ້ນ ກໍ​ແມ່ນ​ສ່ວນ​ນຶ່ງ​ຂອງ​ກຸ່ມ​ພັນທະ​ມິດ​ທີ່​ວ່າ​ນີ້. ​

ພວກ​ເຈົ້າ​ໜ້າ​ທີ່​ຕ້ອງ​ໄດ້​ປີດ ສະໜາມ​ບິນ Tripoli ຫລັງ​ຈາກ​ມີການສູ້​ລົບກັນ ​ເປັນ​ເວລາ
ສອງອາທິດ. ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ ວ່າ ໄຟຍັງໄໝ້ຢູ່ ​ໃກ້ໆ​ກັບ​ເດີ່ນ​
ບິນ ຫລັງ​ຈາກ​ລູກ​ຈະ​ຫລວດ​ໄດ້​ຕົກລົງໃ​ສ່​ຖັງນ້ຳມັນ ​ແລະ​ໄຟ​ໄໝ້​ລາມ​ໄປ​ສູ່ ສາງ​ເກັບ​ນ້ຳ
ມັນແຫ່ງທີ່​ສອງ.

ການ​ສູ້​ລົບ​ເພື່ອ​ຄວບ​ຄຸ​ມ​ເດີ່ນ​ເຮືອບິນ ​ໄດ້​ເລີ້ມມາແຕ່​ວັນ​ທີ 13 ​ເດືອ​ນກໍລະກົດ. ຫລາຍ​
ສິບ​ຄົນ​ໄດ້​ເສຍ​ຊີວິດ.

ຜູ້​ແທນ​ສະພາ​ຊຸດ​ໃໝ່ຂ​ອງລີີ​ເບຍ ທີ່ຫາ​ກໍຖືກ​ເລືອກ ​ມີກຳໜົດ ທີ່​ຈະ​ປະ​ຊຸມ​ດ່ວນ​ໃນ​ວັນ
​ເສົາ​ມື້​ນີ້ ຢູ່​ທີ່​ເມືອງ Tobruk ທາງພາກ​ຕາ​ເວັນ​ອອກຂອງລີ​ເບຍ​. ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ກ່າວ
​ວ່າ “ສະຖານະ​ການແມ່ນອັນ​ຕະລາຍຫລາຍ” ຢູ່​ໃນ​ປະ​ເທດ.

LIBYA TUNISIA VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG