ສະພາແຫ່ງຊາດຕູນີເຊຍ ໄດ້ຮັບຜ່ານຮ່າງລັດຖະທຳມະນູນ
ສະບັບໃໝ່ 3 ປີຫຼັງຈາກການລຸກຮືຂຶ້ນຂອງປະຊາຊົນ ທີ່ໄດ້
ພາໃຫ້ມີການລຸກຮືຂຶ້ນຢູ່ປະເທດອື່ນໆໃນໂລກອາຣັບ ເອີ້ນ
ວ່າ Arab Spring ຫລືລະດູບານໃໝ່ຂອງອາຣັບ ນັ້ນ.
ເອກະສານດັ່ງກ່າວ ຖືວ່າເປັນນຶ່ງໃນບັນດາກົດໝາຍລັດຖະ
ທຳມະນູນທີ່ກ້າວໜ້າທີ່ສຸດໃນໂລກອາຣັບ.
ການຮັບຜ່ານຮ່າງກົດໝາຍດັ່ງກ່າວ ໄດ້ມີຂຶ້ນໃນວັນອາທິດວານ
ນີ້ ຫຼັງຈາກນາຍົກລັດຖະມົນຕີ Mehdi Jomaa ແຕ່ງຕັ້ງຄະນະ
ລັດຖະບານຮັກສາການຊົ່ວຄາວຂຶ້ນ.
ສະມາຊິກສະພານິຕິບັນຍັດທ່ານນຶ່ງໃຫ້ຂໍ້ສັງເກດວ່າ ການປະນີປະນອມກັນແລະຄວາມກ້າວໜ້າຂອງຕູນີເຊຍ ແມ່ນກົງກັນຂ້າມຢ່າງຫຼວງຫຼາຍ ກັບການຜັນປ່ຽນໄປສູ່ປະຊາທິປະ
ໄຕທີ່ປະສົບກັບຄວາມວຸ້ນວາຍ ໃນປະເທດລີເບຍ ອີຈິບ ແລະເຢເມນ ຊຶ່ງໄດ້ຕົກຢູໃນຄວາມປັ່ນປ່ວນ ຫຼັງຈາກໄດ້ປົດພວກຜູ້ນຳທີ່ດຳລົງຕຳແໜ່ງມາເປັນເວລາດົນນານຂອງຕົນອອກ ໃນການປະຕິວັດແລະການລຸກຮືຂຶ້ນຕ່າງໆ ໃນປີ 2011 ນັ້ນ.
ທ່ານ Rached Ghannouchi ປະທານພັກ Ennahda ກ່າວວ່າ “ປະຊາຊົນຂອງ
ພວກເຮົາໄດ້ບັນລຸຄວາມສຳເລັດໃນການເຮັດການປະຕິວັດທີ່ສັນຕິ ແລະໄດ້ປະ
ສົບຄວາມສຳເລັດໃນການຫຼີກລ່ຽງສົງຄາມກາງເມືອງ ລະຫວ່າງພວກເຮົາເອງ
ແລະໄດ້ບັນລຸຄວາມເຫັນດີເຫັນພ້ອມກັນ ຢ່າງເປັນເອກະສັນ.”
ກົດໝາຍລັດຖະທຳມະນູນສະບັບໃໝ່ຂອງຕູນີເຊຍ ຈະເຮັດໃຫ້ປະເທດໃນອາຟຣິກາເໜືອ
ແຫ່ງນີ້ ທີ່ມີພົນລະເມືອງ 11 ລ້ານຄົນນັ້ນ ເປັນປະເທດປະຊາທິປະໄຕ ແລະເປັນລັດພົນລະ
ເຮືອນ ທີ່ປົກຄອງດ້ວຍກົດໝາຍ ທີ່ບໍ່ອີງໃສ່ກົດໝາຍອິສະລາມ.
ທ່ານ ພັນ ກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ກ່າວຍ້ອງຍໍຕູນີເຊຍ ທີ່ໄດ້ຮັບ
ຜ່ານລັດຖະທຳມະນູນສະບັບໃໝ່ ໂດຍກ່າວວ່າ ທ່ານເຊື່ອວ່າ ຕູນີເຊຍສາມາດເປັນ
"ແບບຢ່າງສຳລັບຊົນຊາດອື່ນໆ ທີ່ກຳລັງພະຍາຍາມທຳການປະຕິຮູບນັ້ນໄດ້.”