ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງຍັງດໍາເນີນ ຢູ່ຕໍ່ມາທີ່ຕູນີເຊຍ


ພວກປະທ້ວງຢູ່ຕໍ່ໜ້າສໍານັກງານນາຍົກລັດຖະມຸນຕີໃນນະຄອນຫລວງ
Tunis, ວັນທີ 23 ມັງກອນ 2011.
ພວກປະທ້ວງຢູ່ຕໍ່ໜ້າສໍານັກງານນາຍົກລັດຖະມຸນຕີໃນນະຄອນຫລວງ Tunis, ວັນທີ 23 ມັງກອນ 2011.

ຕໍາຫລວດ​ຕູ​ນີ​ເຊຍ​ໄດ້​ຍິງ​ແກ​ສນໍ້າຕາ​ໃສ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ເພື່ອ​ພະຍາຍາມ​ທັບ​ມ້າງ​ການ​ປະ​ທ້ວງ​ຢູ່​ນອກ​ສໍານັກງາ​ນນາຍົກລັດຖະມຸນຕີນັ້ນ.

ການ​ປະ​ເຊີນ​ໜ້າ​ກັນ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ພວກ​ປະ​ທ້ວງໄດ້​ພາກັນໂຮມ​ຊຸມນຸມ ​ຕະຫລອດຄືນທີ່​ຜ່ານ​ມາ ຢູ່​ນອກ​ສໍານັກງານ​ນາຍົກ​ໃນ​ນະຄອນຫລວງ Tunis ນັ້ນ​ໂດຍ ຝ່າຝືນ​ຕໍ່​ຄໍາ​ສັ່ງ​ຫ້າມ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​.

ໃນ​ວັນ​ອາທິດ​ວານ​ນີ້ ປະຊາຊົນ​ຫລາຍ​ຮ້ອຍ​ຄົນກໍ​ໄດ້​ພາກັນ
ເດີນ​ຂະ​ບວນປະ​ທ້ວງ​ໄປ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​
ເພື່ອ​ຮຽກຮ້ອງ​ໃຫ້​ຖອນ​ພວກລັດຖະມຸນຕີຈາກ​ລັດຖະບານ​ຊຸດ​ເກົ່າ​ຂອງ​ອະດີດ​ປະທານາທິບໍດີ Zine El Abidine Ben Ali ທີ່​ຮ່ວມ​ຢູ​ໃນ​ລັດຖະບານ​ຊົ່ວ​ຄາວ​ຊຸດ​ໃໝ່ນັ້ນ​ ​ອອກ​.

ທ່ານ Ben Ali ​ໄດ້​ຫລົບໜີ​ຈາກ​ຕູ​ນີ​ເຊຍ​ໃນ​ຕົ້ນ​ເດືອນ​ນີ້ ທ່າມກາງ​ຄວາມວຸ້ນວາຍທີ່​ໄດ້​ລະ​ເບີດ​ຂຶ້ນ ​ຍ້ອນ​ອັດຕາ​ຫວ່າງ​ງານສູງ​ແລະ​ລາຄາ​ເຂົ້າປາ​ອາຫານ​ທີ່ແພງ​ຂຶ້ນ​ນັບ​ມື້ນັ້ນ.

ສື່​ມວນ​ຊົນ​ແຫ່ງ​ລັດ​ລາຍ​ງານ​ຂ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ Larbi Nasra ເຈົ້າ​ຂອງ​ສະຖານີ​ໂທລະ​ພາບ Hannibal ​ແລະ​ເປັນ​ຍາດຕິ​ພີ່ນ້ອງ​ກັບ​ພັນ​ລະ​ຍາຂອງ​ທ່ານ Ben Ali ​ໄດ້​ຖືກ​ຈັບ​ກຸມ ​ໃນ​ຂໍ້​ກ່າວ​ຫາ​ຖານ​ເປັນ​ຄົນຂາຍ​ຊາດ. ພວກຄົນອື່ນ​ໆທີ່​ຖືກ​ຈັບ​ກຸມ​ເຊ່ນ​ກັນ​ນັ້ນ​ ໄດ້​ແກ່ອະດີດໂຄສົກປະ​ຈໍາ​ປະທານາທິບໍດີ ແລະ​ຫົວໜ້າ​ສະພາ​ສູງ​ຂອງ​ຕູ​ນີ​ເຊຍ. ລັດຖະບານ​ກ່າວ​ວ່າ ຢ່າງ​ນ້ອຍ​ປະຊາຊົນ​ຈໍານວນ 78 ຄົນ​ເສຍ​ຊີວິດໃນ​ເຫດ ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ນັ້ນ ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຈໍານວນ​ຜູ້​ເສຍຊີວິດ​ອາດ​ມີ​ຫລາຍ​ເຖິງ 100 ຄົນ ກໍເປັນໄດ້.

XS
SM
MD
LG