ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງຍັງດໍາເນີນ ຢູ່ຕໍ່ມາໃນຕູນີເຊຍ


ພວກປະທ້ວງພາກັນຫາມໂລງປອມ ເພື່ອເປັນສັນຍະລັກ ພັກ RCD ຂອງປະທານາທິບໍດີ Zine al-Abidine Ben Ali ທີ່ຖືກໂຄ່ນ
ລົ້ມໄປໃນນະຄອນຫລວງ Tunis, ວັນທີ 19 ມັງກອນ 2011
ພວກປະທ້ວງພາກັນຫາມໂລງປອມ ເພື່ອເປັນສັນຍະລັກ ພັກ RCD ຂອງປະທານາທິບໍດີ Zine al-Abidine Ben Ali ທີ່ຖືກໂຄ່ນ ລົ້ມໄປໃນນະຄອນຫລວງ Tunis, ວັນທີ 19 ມັງກອນ 2011

ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ຫລາຍ​ຮ້ອຍ​ຄົນ​ພາກັນ​ເດີນຂະບວນໄປ​ຕາມ​ຖະໜົນ ຫົນທາງໃນ​ນະຄອນຫລວງ​ຂອງ​ຕູ​ນີ​ເຊຍ ຮຽກຮ້ອງ​ໃຫ້​ພວກ​ພັນທະ​ມິດ​ຂອງ​ອະດີດ​ປະທານາທິບໍດີ​ທີ່​ຖືກ​ໂຄ່ນ​ລົ້ມ​ໄປ​ນັ້ນ ພາ​ກັນ​ລາ​ອອກ​ຈາກ​ຄະນະ​ລັດຖະບານ.

ພວກ​ເດີນ​ຂະ​ບວນປະ​ທ້ວງ​ໄດ້​ພາກັນ​ຍ່າງ​ໄປ​ຕາມ​ຖະໜົນ
ຫົນທາງ​ສາຍ​ຕ່າງໆ​ໃນນະຄອນຫລວງ Tunis ​ໃນ​ວັນ​ພຸດ
ມື້​ນີ້ ​ໂດຍ​ພາກັນ​ຮ້ອງ​ເພງ​ຕ່າງໆ​ແລະ​ຮຽກຮ້ອງ​ໃຫ້​ພວກ​ສະ
ມາຊິກ​ຂອງ​ອະດີດ​ພັກ RCD ທີ່​ເປັນສະມາຊິກ​ໃນ​ຄະນະ
ລັດຖະບານທີ່​ປົກຄອງ​ປະ​ເທດ​ນັ້ນ ​ໃຫ້​ລາ​ອອກ​ຈາກ​ຕໍາ​ແໜ່ງ

ໃນ​ວັນ​ຈັນ​ສັບ​ປະດາ​ນີ້ ນາຍົກລັດຖະມຸນຕີ Mohamed Ghannouchi ​ໄດ້ປະກາດ
ຈັດ​ຕັ້ງ​ລັດຖະບານ​ປະສົມ​ຂຶ້ນ ທີ່​ຮວມທັງ​ພວກ​ລັດຖະມຸນຕີ​ກະຊວງປ້ອງ​ກັນ​ປະ​ເທດ
ກະຊວງ​ພາຍ​ໃນ ກະຊວງ​ການ​ຕ່າງປະ​ເທດ​ແລະ​ກະຊວງການ​ເງິນທີ່ລັງ​ດໍາລົງ​ຕໍາ​ແໜ່​ງ
ຢູ​ໃນ​ປັດຈຸບັນ. ທ່ານ​ໄດ້​ປະກາດ​ມອບຕຳແໜ່ງໃນ​ວົງ​ການ​ລັດຖະບານ​ໃນລະດັບທີ່ຕໍ່າ
ລົງມາ​ນັ້ນສໍາໃຫ້ແກ່ພວກ​ຝ່າຍ​ຄ້ານ​ຫລາຍຄົນ​ເຊ່ນ​ກັນ. ຢ່າງ​ນ້ອຍ​ມີ​ພວກ​ລັດຖະມຸນຕີ
ຝ່າຍ​ຄ້ານ 4 ທ່ານໄດ້​ລາ​ອອກ​ຈາກຄະນະ​ລັດຖະບານ​ສາມັກຄີ​ຊາດ.

XS
SM
MD
LG