ຜູ້ວ່າໜ້າທີ່ຕາງໜ້າຜູ້ນໍາປະເທດ Tunisia ທໍາການເຄື່ອນໄຫວໃນວັນອາທິດມື້ນີ້ ເພື່ອຈັດຕັ້ງຄະນະລັດຖະບານປະສົມຂຶ້ນ ລຸນຫລັງການໂຄ່ມລົ້ມອະດີດປະທານາ ທິບໍດີ Zine El Abidine Ben Ali ທີ່ປົກຄອງປະເທດມາເປັນເວລາ 23 ປີ ອອກຈາກອໍານາດ ໃນສັບປະດາຜ່ານມານີ້.
ທ່ານ Fouad Mebazza ປະທານສະພາແຫ່ງຊາດ
ໄດ້ສາບານເຂົ້າຮັບຕໍາແໜ່ງນຶ່ງມື້ຫລັງຈາກທ່ານ Ben
Ali ຫລົບໜີໄປອາໄສຢູ່ໃນປະເທດ Saudi Arabia.
ທ່ານ Mebazza ກ່າວວ່າ ທ່ານໄດ້ຂໍຮ້ອງໃຫ້ນາຍົກ
ລັດຖະມຸນຕີຂອງປະເທດປະກອບລັດຖະບານສາມັກຄີ
ຊາດຂຶ້ນ. ສະພາລັດຖະທໍາມະນູນຂອງຕູນີເຊຍບົ່ງໄວ້ວ່າ
ການເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ຄວນຈະມີຂຶ້ນ ພາຍໃນ 60 ມື້.
ໃນວັນເສົາວານນີ້ ມີລາຍງານຂ່າວວ່າ ໄດ້ຍິນສຽງປືນດັງຂຶ້ນ ໃນນະຄອນຫລວງ Tunis ຊຶ່ງມີເຈົ້າໜ້າທີ່ຕໍາຫລວດແລະພວກລົດຖັງຂອງກອງທັບລາດຕະເວັນຢູ່ຕາມຖະໜົນຫົນທາງສາຍຕ່າງໆຢູ່ທົ່ວຕົວເມືອງ ທີ່ເຕັມໄປດ້ວຍຂີ້ເຫຍື້ອແລະສິ່ງຫັກພັງຈາກຄວາມວຸ້ນວາຍ ແລະການທຸບກະຈົກຮ້ານຄ້າຮ້ານຂາຍເພື່ອລັກຂະໂມຍສິ່ງຂອງໃນຄືນຜ່ານມາ. ແຕ່ບໍ່ມີຮ່ອງຮອຍ
ຄວາມຮຸນແຮງໃດໆເກີດຂຶ້ນອີກໃໝ່ໃນວັນອາທິດມື້ນີ້.
ທ່ານ Ben Ali ໄດ້ຫລົບໜີອອກຈາກປະເທດໄປ ຫລັງຈາກມີການເດີນຂະບວນປະທ້ວງ ຕາມຖະໜົນຫົນທາງແລະການກໍ່ຈະລາຈົນເປັນເວລາຫລາຍອາທິດ ທີ່ເກີດຈາກຄວາມໂມໂຫໂກດແຄ້ນຂອງປະຊາຊົນ ນໍາການທີ່ບໍ່ມີວຽກເຮັດງານທໍາ ແລະການສໍ້ລາດບັງຫລວງຂອງພວກເຈົ້າໜ້າທີ່ລັດຖະບານ. ທ່ານ Ali ໄດ້ຄອງຕໍາແໜ່ງປະທານາທິບໍດີຂອງ Tunisia ມາເປັນເວລາ 23 ປີ.