ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນ​ຕີຂອງ Tunisia ຈະປະກາດຄະນະ ລັດຖະບານປະສົມ​ຊຸດ​ໃໝ່


ກອງທະຫານ Tunisia ລາດຕະເວນເພື່ອຮັກສາຄວາມປອດໄພ
ກອງທະຫານ Tunisia ລາດຕະເວນເພື່ອຮັກສາຄວາມປອດໄພ

ຄາດວ່າ ນາຍົກລັດຖະມົນ​ຕີຂອງ Tunisia ຈະປະກາດ
ຄະນະລັດຖະບານປະສົມ​ຊຸດ​ໃໝ່ໃນວັນຈັນມື້ນີ້ ມື້ນຶ່ງ
ຫຼັງຈາກທີ່ໄດ້ມີການສູ້ລົບຢ່າງໜັກລະຫວ່າງ ກອງ​ກໍາລັງ
ພິ​ເສດກັບກຸ່ມທີ່ຈົງຮັກພັກດີຕໍ່​ປະທານາທິບໍດີ ທ່ານ Zine
El Abidine Ben Ali ທີ່​ຖືກ​ໂຄ່ນ​ລົ້ມ.

ການຕໍ່ສູ້ກັນໄດ້ລະ​ເບີດຂຶ້ນ ໃນບ່າຍວັນອາທິດວານນີ້
ໃນບໍລິເວນອ້ອມ​ແອ້ມທໍານຽບປະທານາທິບໍດີ ຫ່າງ​ຈາກ
ນະຄອນຫລວງ Tunis ​ໄປທາງທິດເຫນືອ ປະມານ 15
ກິໂລເ​ເມັດ. ​ແຫ​ລ່ງຂ່າວກອງທັບ Tunisia ກ່າວວ່າ
ກອງທັບແລະພວກສະມາຊິກຂອງໜ່ວຍ​ອາລັກ​ຂາປະທາ
ນາທິບໍດີ ທີ່​ຕັ້ງ​ຂຶ້ນ​ມາໃໝ່ ໄດ້ຂັບ​ໄລ່ການໂຈມຕີຂອງກຸ່ມ
ທະຫານ​ບ້ານທີ່ຈົງຮັກພັກດີຕໍ່ອະດີດປະທານາທິບໍດີ Ben
Ali.

ນອກ​ນັ້ນເຈົ້າ​ໜ້າ​ທີ່ທະຫານຍັງໄດ້ຈັບກຸມຫຼາຍສິບຄົນ
ຊຶ່ງຮວມທັງເຈົ້າໜ້າທີ່ຮັກສາຄວາມປອດໄພ ຂັ້ນສູງ 2 ຄົນ ໃນຂໍ້​ຫາ​ສົມຮູ້​ຮ່ວມ​ຄິດ​ວາງ​ແຜນ
ການຕໍ່ຕ້ານລັດຖະບານ Tunisia.

XS
SM
MD
LG