ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕູນິເຊຍ ຕຽມຮັບມື ການນັດຢຸດງານ ປະທ້ວງ (ສະໄລດ໌/ວີດິໂອ)


ບັນດາພວກປະທ້ວງ ພາກັນຮ້ອງໂຮປະນາມ ຫລັງຈາກຜູ້ນໍາຝ່າຍຄ້ານ ທ່ານ Chokri Belaid ໄດ້ຖືກສັງຫານ.
ບັນດາພວກປະທ້ວງ ພາກັນຮ້ອງໂຮປະນາມ ຫລັງຈາກຜູ້ນໍາຝ່າຍຄ້ານ ທ່ານ Chokri Belaid ໄດ້ຖືກສັງຫານ.
ນະຄອນ​ຫລວງ​ຂອງຕູ​ນີ​ເຊຍ ຕຽ​ມຮັບ​ມື​ກັບການນັດ​ຢຸດ​ງານ​ທົ່ວ​
ໄປໃນ​ວັນ​ສຸກ​ມື້​ນີ້ ຊຶ່ງ​ກົງກັນ​ກັບ​ພິທີສົ່ງສະການ ​ໃຫ້​ແກ່ຜູ້​ນໍາ​ພັກ
ຝ່າຍ​ຄ້ານ ທ່ານ Chokri Belaid ທີ່​ໄດ້​ຖືກ​ສັງຫານ. ຖະໜົນ​
ຫົນທາງ ແມ່ນ​ສະຫງົບ​ງຽບ​ ກ່ອນ​ໜ້າການ​ນັດ​ຢຸດ​ງານ​ປະ​ທ້ວງ.

ຄາດ​ວ່າ ຈະມີບັນດາ​ຜູ້​ໄວ້​ທຸກ​ຫລາຍ​ພັນ​ຄົນ ​ພາກັນໄປ​ຮ່ວມ​ພີທີຝັງ​ສົບ ທ່ານ Belaid ​ໃນ​ວັນ​ສຸກ​ມື້​ນີ້ ທັງໆ​ທີ່ມີຄວາມ​ຢ້ານ​ກົວ​ວ່າ ​ສະຖານະ​ການອັນ​ເຄັ່ງ​ຕືງຢູ່​ນີ້ ​ອາດ​ຈະ​ເກີດຄວາມ​ຮຸນ​ແຮງຂຶ້ນ​ໄດ້.


ສະຫະ​ພັນ​ກຳມະບານ​ໃຫຍ່ຂອງກຳມະກອນຕູ​ນິ​ເຊຍ ຮຽກຮ້ອງໃຫ້​ນັດ​ຢຸດ​ງານ​ປະ​ທ້ວງ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ຊຶ່ງເປັນ​ຈຸດ​ສຸດ​ຍອດ​ ໃນຄວາມ​ວຸ້ນວາຍ​ເປັນ​ເວລາ​ສອງ​ມື້ ຢູ່​ຕາມຖະໜົນ​ຫົນທາງໃນ​ນະຄອນ​ຫຼວງ ຕູ​ນິ​ສ ບ່ອນ​ທີ່​ພວກ​ປະ​ທ້ວງ​ໄດ້ປະ​ທະ​ກັນ​ກັບຕໍາ
ຫລວດປາບ​ຈະ​ລາ​ຈົນ.

ທ່ານ Belaid ​ໄດ້​ຖືກ​ຍິງຕາຍໃນ​ໄລຍະ​ເຜົາ​ຂົ​ນເມື່ອ​ວັນ​ພຸດ​ແລ້ວນີ້ ​ໃນ​ຂະນະ​ທີ່ທ່ານອອກ​ຈາກເຮືອນ​ຂອງ​ທ່ານ​ໄປ ​ໃນ​ນະຄອນຫຼວງ ຕູ​ນິ​ສ. ຜູ້​ໂຈມ​ຕີ​ໄດ້​ຂີ່​ລົດຈັກຫລົບໜີ​ໄປ​. ​ໃນເວລາບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ​ການເດີນ​ຂະ​ບວນປະ​ທ້ວງກໍ​ເລີ້ມຂຶ້ນ ​ໃນທົ່ວ​ປະ​ເທດ​.

ເບິ່ງວີດິໂອ ກ່ຽວກັບຂ່າວນີ້:

Tunisians Mourn Slain Opposition Leader
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ
XS
SM
MD
LG