ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ Tunisia ລາອອກ ຈາກຕໍາແໜ່ງ


ນາຍົກລັດຖະມົນ​ຕີ ຕູ​ນິ​ເຊ​ຍ ທ່ານ Hamadi Jebali ​ໄດ້ລາ​ອອກຈາກຕໍາແໜ່ງ ​​ໃນ​ວັນ​ອັງຄານ​ວານ​ນີ້
ນາຍົກລັດຖະມົນ​ຕີ ຕູ​ນິ​ເຊ​ຍ ທ່ານ Hamadi Jebali ​ໄດ້ລາ​ອອກຈາກຕໍາແໜ່ງ ​​ໃນ​ວັນ​ອັງຄານ​ວານ​ນີ້
ນາຍົກລັດຖະມົນ​ຕີທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ພັກສາ​ສະໜາ
ອິສລາມ ຕູ​ນິ​ເຊ​ຍ ​ໄດ້ລາ​ອອກ ໃນ​ວັນ​ອັງຄານ​ວານ​ນີ້ ຫລັງ​ຈາກ
​ບໍ່​ສາມາດ​ສ້າງ ຕັ້ງ​ລັດຖະບານ​ໃໝ່ ​ເພື່ອເປັນ​ການ​ສະໜອງ​ຕອບ​
ຕໍ່​ການ​ຄາດ​ຕະກໍາຜູ້​ນໍາ​ຝ່າຍ​ຄ້ານຄົນ​ສຳຄັນ ທີ່​ບໍ່​ຝັກ​ໄຝ່ທາງ​ສາ
ສະໜາ​ ໃນ​ຕົ້ນ​ເດືອນ​ນີ້.

ນາຍົກລັດຖະມົນ​ຕີ ທ່ານ​ Hamadi Jebali ລາ​ອອກ ບໍ່​ເທົ່າ​ໄດ
​ຊົ່ວ​ໂມງ​ ຫລັງ​ຈາກກ່າວ​ວ່າ ພັກ Ennahda ຂອງ​ທ່ານ​ ໄດ້​ປະຕິ​
ເສດ​ຕໍ່ແຜນ​ການຂອງທ່ານທີ່ຈະຕັ້ງລັດຖະບານທີ່​ປະກອບ​ດ້ວຍ​
ພວກນັກວິຊາການນັ້ນ.

ທ່ານ Jebali ​ໄດ້​ປະກາດ​ກ່ຽວ​ກັບ​ການ​ສ້າງຕັ້ງລັດຖະບານ​ທີ່​ບໍ່​
ສັງກັດ ພັກ​ໃດ​ພັກ​ນຶ່ງ​ໃນ​ວັນ​ທີ 6 ເດືອນ​ກຸມພາ ພຽງ​ບໍ່​ເທົ່າໃດ​ຊົ່ວ​
ໂມງຫລັງ​ຈາກ ຜູ້​ນໍາທີ່​ບໍ່​ຝັກ​ໄຝ່ທາງ​ສາສະໜາ ທ່ານ Choki Belaid ​ໄດ້​ຖືກ​ຍິງໃນ​ໄລ
ຍະເຜົາ​ຂົນ ຢູ່​ນອກ​ເຮືອນ​ຂອງ​ທ່ານ ​ໃນນະຄອນຫລວງຕູ​ນິສ. ບັນດາ​ຜູ້​ສະໜັບສະໜູນ
ທ່ານ Belaid ​ໄດ້​ກ່າວ​ຫາ​ພັກ Ennadha ວ່າ ​ເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ການ​ສັງຫານດັ່ງ
ກ່າວ ຊຶ່ງ​ເປັນ​ການ​ກ່າວ​ຫາ​ທີ່​ພັກລັດຖະບານ​ໄດ້​ປະຕິ​ເສດ​ໄປ​ແລ້ວ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງຕໍ່​ມາ​ຫລັງ​ຈາກ​ການ​ສັງຫານ ​ກໍໄດ້​ເກີດ​ການ​ປະ​ທ້ວງ​ຂະໜາດ​ໃຫຍ່ຂອງ​ຝ່າຍ​ຄ້ານ​ທີ່​ນະຄອນຫລວງ ພັກ​ແນວໂຮມ​ປະຊາຊົນ ຂອງທ່ານ Belaid ​ໄດ້​ຖອນ​ໂຕ​ອອກ​ຈາກສະພາທີ່​ຮັບຜິດຊອບ​ໃນ​ການ ຮ່າງ​ລັດຖະທໍ​າມະນູນສະບັບ​ໃໝ່.

​ຜູ້​ນໍາ​ພັກ Ennadha ທ່ານ Rached Ghannouchi ຄາດ​ວ່າ ​ຈະ​ປຶກສາ​ຫາລື​ກັບ
ປະທາ​ນາ​ທິບໍດີ Moncef Marzouki ​ໃນ​ວັນ​ພຸດ​ມື້ນີ້ ກ່ຽວ​ກັບ​ຜູ້​ສະໝັກ​ໃນ​ພັກ​ຂອງ​ທ່ານ ​ເພື່ອ​ເຂົ້າກຳ​ຕຳ​ແໜ່​ງນາຍົກລັດຖະ ມົນຕີ​ຂອງ​ປະ​ເທດ.
XS
SM
MD
LG