ຫົວໜ້າທີ່ປຶກສາ ຂອງທຳນຽບຂາວໄດ້ລາອອກ ແລະມີການແຕ່ງຕັ້ງໃຫ້ນາຍພົນເບ້ຍ
ບຳນານ ທະຫານມາຣີນ ທີ່ເປັນລັດຖະມົນຕີ ກະຊວງຮັກສາຄວາມປອດໄພ ພາຍໃນ
ຂອງສະຫະລັດ ໃນເວລານີ້ ເຂົ້າຮັບໜ້າທີ່ແທນ.
ທ່ານ Reince Priebus ໄດ້ຖືກໂດດດ່ຽວຫຼາຍຂຶ້ນ ໃນໄລຍະສອງສາມອາທິດຜ່ານ
ມານີ້ ໂດຍປະທານາທິບໍດີ ດໍໂນລ ທຣຳ ແລະມີການກ່າວອ້າງເຖິງທ່ານໃນອາທິດນີ້
ໂດຍຜູ້ອຳນວຍການ ສື່ສານຄົມມະນາຄົມ ຄົນໃໝ່ ວ່າ ທ່ານເປັນ “ໂຣກຈິດ ປະສາດ
ຫຼອນ.”
ໃນການຖະແຫລງ ຕໍ່ພວກນັກຂ່າວ ໃນຕອນແລງວັນສຸກວານນີ້ ໂຄສົກຂອງທຳນຽບ
ຂາວທ່ານນາງ Sarah Huckabee Sanders ກ່າວວ່າ “ການໂອ້ລົມກ່ຽວກັບເລື່ອງ
ນີ້ລະຫວ່າງປະທານາທິບໍດີແລະທ່ານ Priebus ເລີ່ມຂຶ້ນປະມານ 2 ອາທິດຜ່ານມາ
ແລ້ວ.”
ໃນການໃຫ້ສຳພາດແກ່ໂທລະພາບ CNN ຫຼັງຈາກທ່ານໄດ້ລາອອກແລ້ວທ່ານ Prie-
bus ເວົ້າວ່າ “ປະທານາທິບໍດີຕ້ອງການຢາກຈະເດີນໄປໃນທິດທາງທີ່ແຕກຕ່າງຈາກ
ເກົ່າ.”
ທ່ານກ່າວຕື່ມວ່າ “ມັນເປັນໂອກາດອັນດີ ທີ່ຈະບີບປຸ່ມ ເລີ່ມຕົ້ນໃໝ່. ມັນເປັນສິ່ງທີ່
ຂ້າພະເຈົ້າຄິດວ່າທຳນຽບຂາວຕ້ອງການ.”
ທ່ານ Priebus ກ່າວວ່າ ທ່ານໄດ້ຍື່ນໃບລາອອກ ໃນວັນພະຫັດຜ່ານມາ ແຕ່ບໍ່ໄດ້ມີ
ການເປີດເຜີຍ ຈົນເທົ່າວັນສຸກວານນີ້.
ທ່ານ Peter King ສະມາຊິກສະພາຕ່ຳ ທີ່ຕິດຕາມປະທານາທິບໍດີ ທຣຳແລະທ່ານ
Priebus ໄປນຳເຮືອບິນປະຈຳຕຳແໜ່ງປະທານາທິບໍດີ AirForce One ເດີນທາງ
ໄປຍັງນະຄອນນິວຢອກໃນວັນສຸກວານນີ້ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ຮູ້ເລື່ອງນີ້ເລີຍ.
ພວກເຮົານັ່ງກົງກັນຂ້າມ ກັບທ່ານ Priebus ແລະລາວກໍເຮັດໜ້າຕາເສີຍ ແບບບໍ່ຮູ້
ເລື່ອງຫຍັງ.”
ຂ່າວໃນຂັ້ນຕົ້ນ ມີຂຶ້ນຫຼັງຈາກທ່ານທຣຳ ໄດ້ຂຽນຂໍ້ຄວາມລົງໃນ Twitter ໃນຂະນະ
ທີ່ເຮືອບິນປະຈຳຕຳແໜ່ງປະທານາທິບໍດີລົງຈອດທີ່ຖານທັບອາກາດ Andrews.
ປະທານາທິບໍດີທຣຳ ກ່າວຕໍ່ພວກນັກຂ່າວທີ່ຖານທັບອາກາດດັ່ງກ່າວຊຶ່ງຕັ້ງຢູ່ໃນລັດ Maryland ວ່າ “ທ່ານ Reince ເປັນຄົນດີ. ທ່ານ Kelly ຈະເຮັດວຽກແບບໜ້າມະຫັດ
ສະຈັນ. ນາຍພົນ Kelly ແມ່ນດາລາ ທ່ານໄດ້ເຮັດວຽກ ແບບບໍ່ໜ້າເຊື່ອ ມາຈົນຮອດ
ປັດຈຸບັນນີ້ ໃຫ້ການເຄົາລົບ ຈາກທຸກໆຄົນ. ທ່ານເປັນບຸກຄົນທີ່ຍິ່ງໃຫຍ່ ເປັນອາເມຣິ
ກັນຜູ້ຍິ່ງໃຫຍ່.”
ທ່ານ Kelly ກ່າວໃນວັນສຸກວານນີ້ວ່າ ທ່ານ “ຮູ້ສຶກເປັນກຽດທີ່ໄດ້ຖືກຂໍຮ້ອງໃຫ້ເຂົ້າ
ຮັບໜ້າທີ່ຫົວໜ້າທີ່ປຶກສາຂອງປະທານາທິບໍດີ.”
ຮອງລັດຖະມົນຕີຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ທ່ານນາງ Elain
Duke ຈະເປັນຜູ້ຮັກສາການ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ
ວັນຈັນຈະມານີ້ ເວລາທ່ານ Kelly ເຂົ້າຮັບຕຳແໜ່ງໃໝ່.