ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເພັ່ງເລັງໃສ່ ການໂຕ້ວາທີ ຮອງ ປະທານາທິບໍດີ ໃນລັດ ເວີຈິເນຍ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຄຳປາໄສທີ່ການຊຸມນຸມໃນເມືອງ Pueblo, ລັດ Colorado, 3 ຕຸລາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຄຳປາໄສທີ່ການຊຸມນຸມໃນເມືອງ Pueblo, ລັດ Colorado, 3 ຕຸລາ, 2016.

ທ່ານ Donald Trump ແມ່ນກຳລັງໂຄສະນາຫາສຽງໃນວັນ​ອັງຄານ​ມື້ນີ້ ທີ່ລັດ Arizona ​ເຊິ່ງຕັ້ງຢູ່ພາກຕາເວັນຕົກ ຂອງປະເທດ, ໃນຂະນະທີ່ທ່ານນາງ Hillary Clinton ໂຮມ ຊຸມນຸມກັບພວກສະໜັບສະໜູນໃນລັດ Pennsylvania, ແຕ່ຈຸດສົນໃຈ ແມ່ນຈະເພັ່ງເລັ່ງ​ໃສ່ລັດ Virginia ບ່ອນທີ່ຜູ້ລົງສະໝັກແຂ່ງຂັນຮ່ວມ ຂອງທັງສອງທ່ານ ຈະຈັດການໂຕ້ວາ ທີຕຳແໜ່ງຮອງປະທານາທິບໍດີ ພຽງແຕ່ຄັ້ງດຽວ ກ່ອນການເລືອກຕັ້ງ ຈະມີຂຶ້ນໃນວັນທີ 8 ພະຈິກນີ້.

ການ​ໂຕ້​ວາທີ ລະຫວ່າງ ທ່ານ Mike Pence ຈາກພັກຣີພັບບລີກັນ ແລະ ທ່ານ Tim Kaine ຈາກພັກເດໂມແຄຣັດ ຈະເກີດຂຶ້ນບໍ່ເທົ່າໃດມື້ກ່ອນທີ່ທ່ານ Trump ແລະ ທ່ານ ນາງ Clinton ຈະປະເຊີນໜ້າກັນໃນການໂຕ້ວາທີຄັ້ງທີສອງຂອງພວກເພິ່ນ.

ໃນວັນຈັນວານນີ້, ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີທັງສອງທ່ານ ໄດ້ສືບຕໍ່ກ່າວ ວິຈານກັນ ແລະ ກັນ, ​ໂດຍ​ທີ່ທ່ານນາງ Clinton ກ່າວໂຈມຕີ ກ່ຽວກັບ ການຈ່າຍພາສີ ຂອງທ່ານ Trump ແລະ ທ່ານ Trump ໄດ້ເພັ່ງເລັງໃສ່ການໃຊ້ລະບົບອີເມລສ່ວນຕົວ ຂອງທ່ານນາງໃນເວລາທີ່ເພິ່ນເປັນລັດຖະມົນຕີການຕ່າງປະເທດ.

ທ່ານນາງ Clinton ໄດ້ກ່າວໃນການ​ໂຄສະນາ​ຫາ​ສຽງແຫ່ງໜຶ່ງເຊິ່ງມີຄວາມສຳຄັນ ໃນລັດ Ohio ວ່າ ທ່ານ Trump ແມ່ນ “ຜູ້ທີ່ມີຊື່ສຽງສຳລັບລະບົບການເອົາປຽບໝູ່ ແບບດຽວ ກັນກັບທີ່ລາວຈະເຮັດໃຫ້ມັນຮ້າຍແຮງຍິ່ງຂຶ້ນຕື່ມອີກ."

ທ່ານນາງໄດ້ຍົກລະດັບການກ່າວຫາຄັ້ງໃໝ່ໃນຜົນທີ່ຕາມມາຂອງການລາຍງານຄັ້ງຫຼ້າ ສຸດຂອງໜັງສືພິມ New York Times ​ທີ່ສະແດງໃຫ້ເຫັນສັດສ່ວນການຈ່າຍພາສີລັດ ຖະບານ ຂອງຜູ້ຖືກສະເໜີຊື່ພັກຣີພັບ ບລີກັນ ເຊິ່ງທ່ານໄດ້ປະກາດການສູນເສຍເງິນທາງ ທຸລະກິດ 916 ລ້ານໂດລາ ຈາກບ່ອນຫຼິ້ນກາຊິໂນ ທີ່ໄດ້ຮັບຄວາມລົ້ມແຫຼວ ແລະ ທຸລະ ກິດອື່ນໆ. ມັນເປັນການຫັກເງິນຢ່າງຫຼວງຫຼາຍທີ່ມັນອາດຈະໄດ້ອະນຸຍາດໃຫ້ມະຫາເສດ ຖີອະສັງຫາລິມະຊັບ ຫຼີກລ່ຽງການຈ່າຍພາສີລາຍໄດ້ ສະຫະລັດ ສຳລັບເວລາດົນເຖິງ 18 ປີ.

ທ່ານນາງ Clinton ໄດ້ຖາມວ່າ “ມັນແມ່ນອັດຊະລີຍະປະເພດໃດທີ່ສູນເສຍເງິນເປັນ ພັນລ້ານໂດລາພາຍໃນປີດຽວ?”

ການໂຄສະນາຫາສຽຂອງທ່ານ Trump ບໍ່ໄດ້ປະຕິເສດ​ເຖິງຄວາມຖືກ ຕ້ອງຂອງການ ເສຍພາສີນັ້ນ, ​ໂດຍ​ມະຫາເສດຖີອະສັງຫາລິມະຊັບກ່າວໃນ Twitter ຂອງລາວ ວ່າ “ຂ້າ ພະເຈົ້າຮູ້ຈັກກົດໝາຍພາສີທີ່ຊັບຊ້ອນຂອງພວກເຮົາດີກວ່າໝົດທຸກຄົນ ຜູ້ທີ່ເຄີຍລົງ ແຂ່ງຂັນ ເອົາຕຳແໜ່ງປະ ທານາທິບໍດີມາກ່ອນໜ້ານີ້ ແລະ ຂ້າພະເຈົ້າແມ່ນພຽງຄົນ ດຽວທີ່ສາມາດສ້ອມແປງມັນໄດ້.”

ທ່ານໄດ້ກ່າວເພີ່ມເຕີມໃນວັນຈັນວານນີ້ ທີ່ການ​ໂຄສະນາ​ຫາ​ສຽງແຫ່ງໜຶ່ງໃນລັດ Colorado ທີ່ຕັ້ງຢູ່ພາກຕາເວັນຕົກຂອງປະເທດວ່າ ທ່ານແມ່ນ “ຜູ້ໄດ້ຮັບປະໂຫຍດລາຍ ໃຫຍ່” ຄົນໜຶ່ງຂອງລະບົບພາສີນີ້, ແຕ່ວ່າທ່ານຢາກ “ເຮັດໃຫ້ມັນມີຄວາມຍຸຕິທຳສຳລັບ ໝົດທຸກຄົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Presidential Politics
please wait

No media source currently available

0:00 0:02:50 0:00

XS
SM
MD
LG