ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຸນາມິອ່ອນກໍາລັງລົງ ກ່ອນມາເຖິງ ອະເມຣິກາ


ຮູບກາຟຣິກ ຂອງອົງການຄຸ້ມຄອງມະຫາສະມຸດ ແລະບັນຍາກາດແຫ່ງຊາດ ຂອງສະຫະລັດ (NOAA) ທີ່ສະແດງໃຫ້ເຫັນ ການກະປະມານເວລາ ໃນການເດີນທາງຂອງຟອງຍັກສຸນາມິ ຫຼັງຈາກເກີດແຜ່ນດິນໄຫວ ຂະໜາດແຮງ ນອກແຄມຝັ່ງຍີ່ປຸ່ນ (11 ມີນາ 2011)
ຮູບກາຟຣິກ ຂອງອົງການຄຸ້ມຄອງມະຫາສະມຸດ ແລະບັນຍາກາດແຫ່ງຊາດ ຂອງສະຫະລັດ (NOAA) ທີ່ສະແດງໃຫ້ເຫັນ ການກະປະມານເວລາ ໃນການເດີນທາງຂອງຟອງຍັກສຸນາມິ ຫຼັງຈາກເກີດແຜ່ນດິນໄຫວ ຂະໜາດແຮງ ນອກແຄມຝັ່ງຍີ່ປຸ່ນ (11 ມີນາ 2011)

ປະຊາຊົນຈຳນວນຫຼາຍໆສິບພັນຄົນ ໄດ້ພາກັນຫຼົບໜີຈາກ
ເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ທີ່ຕັ້ງຢູ່ເລາະລຽບ
ແຄມຝັ່ງມະຫາສະມຸດປາຊີຟິກທັງໃນອະເມຣິກາເໜືອແລະ
ອະເມຣິກາໃຕ້ລ່ວງໜ້າການໄປເຖິງຂອງຟອງຍັກສຸນາມິທີ່
ເກີດຈາກແຜ່ນດິນໄຫວຂະໜາດແຮງ ຢູ່ນອກແຄມຝັ່ງທະ
ເລຂອງເກາະຍີ່ປຸ່ນໃນມື້ວັນສຸກວານນີ້.

ແຕ່ຄວາມເສຍຫາຍແມ່ນມີໜ້ອຍກວ່າທີ່ຢ້ານກັນໄວ້ຫຼັງຈາກ
ຄື້ນຟອງຍັກໄດ້ສູນເສຍພະລັງງານຂະນະທີ່ຟອງເຫຼົ່ານີ້ເດີນ
ທາງຫຼາຍພັນຫຼັກກິໂລແມັດຂ້າມມະຫາສະມຸດປາຊີຟິກ.

ໃນມື້ວັນສຸກວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ
ໂອບາມາກ່າວວ່າ ສະຫະລັດໄດ້ລອດພົ້ນຈາກຄວາມເສຍ
ຫາຍຮ້າຍແຮງຈາກຟອງຍັກສຸນາມິ. ເຂດທີ່ໄດ້ຮັບຜົນກະ
ທົບແຮງທີ່ສຸດກໍແມ່ນລັດ Oregon ແລະລັດ California
ບ່ອນທີ່ພວກເຈົ້າໜ້າທີ່ກະປະມານວ່າ ຟອງສຸນາມິຊຶ່ງສູງ
ກວ່າ 2 ແມັດໄດ້ສ້າງຄວາມເສຍຫາຍເປັນມູນຄ່າຫຼາຍໆລ້ານໂດລາ. ຜູ້ຊາຍຄົນນຶ່ງໄດ້ ຖືກຟອງຍວກອອກໄປສູ່ທະເລຂະນະທີ່ພວມຖ່າຍຮູບເອົາຄື້ນຟອງຢູ່ ຊຶ່ງໃນເວລານີ້ຜູ້
ກ່ຽວໄດ້ຫາຍສາບສູນແລະຢ້ານວ່າຈົມນໍ້າຕາຍແລ້ວ.

ຟອງຍັກສຸນາມິ ໄດ້ຖະຫຼົ່ມແຄມຝັ່ງທະເລຂອງສະຫະລັດບ່ອນທຳອິດ ທີ່ລັດຮາວາຍ ໃນ
ຕອນເຊົ້າຂອງວັນສຸກວານນີ້. ໄດ້ມີການເຕືອນປະຊາຊົນແລະພວກນັກທ່ອງທ່ຽວຫຼາຍຊົ່ວ
ໂມງກ່ອນຄື້ນຟອງຍັກທີ່ສູງ 2 ຈະໄປຮອດທີ່ນັ້ນ.

ຢູ່ອະເມຣິກາໃຕ້ ປະເທດຊີເລ ໂຄລອມເບຍ ເປຣູແລະເອກວາດໍໄດ້ອອກຄຳເຕືອນແລະ
ຍົກຍ້າຍປະຊາຊົນອອກໜີຈາກເຂດແຄມຝັ່ງທະເລ. ແຕ່ຟອງສຸນາມິທີ່ໄປຮອດແຄມຝັ່ງ
ທະເລຂອງບັນດາປະເທດເຫຼົ່ານີ້ ໃຫຍ່ກວ່າຄື້ນຟອງທຳມະດາ ພຽງເລັກນ້ອຍທໍ່ນັ້ນ
ແລະກໍບໍ່ໄດ້ສ້າງຄວາມເສຍຫາຍຫຍັງຫຼາຍ.


XS
SM
MD
LG