ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນ​ດິນ​ໄຫວ ຢູ່ ອາ​ລາ​ສ​ກ້າ ​ສ້າງຄວາມ​ເສຍ​ຫາຍ ໃຫ້​ແກ່​ຫົນ​ທາງ ແລະ ​ຕຶກ​ອາ​ຄານ


ລົດ​ຄັນ​ນຶ່ງ ຄ້າງ​ຢູ່​ທາງ​ກາງ ຫົນ​ທາງ​ທີ່​ຍຸບ​ລົງ ຢູ່ຖະ​ໜົນ​ມິນ​ເນ​ໂຊ​ຕ້າ ໃນ​ນະ​ຄອນ​ແອນ​ຄໍ​ເຣ​ຈ ລັດ​ອາ​ລາ​ສ​ກ້າ. (30 ພະ​ຈິກ 2018)
ລົດ​ຄັນ​ນຶ່ງ ຄ້າງ​ຢູ່​ທາງ​ກາງ ຫົນ​ທາງ​ທີ່​ຍຸບ​ລົງ ຢູ່ຖະ​ໜົນ​ມິນ​ເນ​ໂຊ​ຕ້າ ໃນ​ນະ​ຄອນ​ແອນ​ຄໍ​ເຣ​ຈ ລັດ​ອາ​ລາ​ສ​ກ້າ. (30 ພະ​ຈິກ 2018)

ເກີດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ທີ່​ນະ​ຄອນ​ແອນ​ຄໍ​ເຣ​ຈ ລັດ​ອາ​ລາ​ສ​ກ້າ ໃນ​ວັນ​ສຸກວານ
ນີ້ ເຮັດ​ໃຫ້​ຖະ​ໜົນ​ຫົນ​ທາງ​ພັງ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາຄານ ແຕ່​ບໍ່​ມີ​ລາຍ​ງານ​ວ່າ ມີ​ການ​ບາດ​ເຈັບ​ທີ່​ຮ້າຍ​ແຮງ​ໃດໆ.

ແຜ່ນ​ດິນ​ໄຫວ ​ທີ່​ມີ​ຄວາມ​ແຮງ 7.0 ໄດ້​ເກີດ​ຂຶ້ນ​ ປະ​ມານ 13 ກິ​ໂລ​ແມັດ ຫ່າງ​ຈາກ​ນະ​ຄອນ​ແອນ​ຄໍ​ເຣ​ຈ ໄປ​ທາງ​ທິດ​ເໜືອ ຊຶ່ງ​ເປັນ​ບ່ອນ​ຢູ່​ບ່ອນ​ອາ​ໄສ​ ຂອງ​ປະຊາ​ຊົນ​ປະ​ມ​ານ 40 ເປີ​ເຊັນ​ ໃນ​ລັດ​ອາ​ລາ​ສ​ກ້າ ແລະ​ຕາມ​ມາ​ດ້ວຍ​ແຜ່ນ​ດິນ​ໄຫວ ທີ່​ມີ​ຄວາມ​ແຮງ​ທີ່​ຫລຸດ​ລົງ​ມາ​ຕື່ມ​ອີກ ​ຫຼາຍ​ຄັ້ງທີ່​ສັ່ນ​ສະ​ເທືອນ​ໄປ​ໄກ​ເຖິງ​ເຂດ​ແຟແບັງ​ຄ໌.

ແຜ່ນ​ດິນ​ໄຫວ ໄດ້​ເຮັດ​ໃຫ້​ຕຶກ​ອາ​ຄານ​ສັ່ນ ແກ້ວ​ປະ​ຕູ​ປ່ອງ​ຢ້ຽມ​ແຕກ ແລະ​ກໍ​ເຮັດ​ໃຫ້​ເສົາ​ໄຟ ແລະ​ຕົ້ນ​ໄມ້​ສັ່ນ​ໄກວ​ໄປ​ມາ.

ທ້າວ​ເດນ​ນິ​ສ ຄີ​ລ​ລິງ ພວມ​ແທກ​ປ່ອງ​ຢ້ຽມ ທີ່​ແຕກ ຂອງ​ຮ້ານ​ຂາຍ​ເຄື່ອງ​ອາ​ໄຫລ່​ລົດ ທີ່​ນະ​ຄອນ​ແອນ​ຄໍ​ເຣ​ຈ. (30 ພະ​ຈິກ 2018)
ທ້າວ​ເດນ​ນິ​ສ ຄີ​ລ​ລິງ ພວມ​ແທກ​ປ່ອງ​ຢ້ຽມ ທີ່​ແຕກ ຂອງ​ຮ້ານ​ຂາຍ​ເຄື່ອງ​ອາ​ໄຫລ່​ລົດ ທີ່​ນະ​ຄອນ​ແອນ​ຄໍ​ເຣ​ຈ. (30 ພະ​ຈິກ 2018)

ປະ​ຊາ​ຊົນ​ໃນ​ເຂດ​ນະ​ຄອນ​ແອນ​ຄໍ​ເຣ​ຈ ໄດ້​ລົງ​ຮູບ​ທາງ​ສື່​ສັງ​ຄົມ​ສະ​ແດ​ງ​ໃຫ້​ເຫັນເຖິງ​ຄວາມ ​ເສຍ​ຫາຍ​ຕໍ່​ບ້ານ​ເຮືອນ​ແລະ​ທຸ​ລະ​ກິດ​ຂອງ​ເຂົາ​ເຈົ້າ. ນອກນັ້ນ ປະ​ຊາຊົນ​ໃນ​ຫຼາຍໆ​ເຂດ​ຍັງ​ບໍ່​ມີ​ໄຟ​ຟ້າ​ໃຊ້.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຫຼາຍ​ທີ່​ສຸດ​ໃຫ້ແກ່​ຂົວ​ແລະ​ທາງ ແຕ່​ສ່ວນ​ໃຫຍ່​ຂອງ​ເຂດ​ຕົວ​ເມືອງໄດ້​ລອດ​ພົ້ນ​ຈາກ​ຄວາມ​ເສຍຫາຍ​ທີ່​ມີ​ຕໍ່​ຕຶກ​ອາ​ຄານ. ຕຳ​ຫຼວດ​ກ່າວ​ວ່າ ເຂົ້າ​ເຈົ້າ​ໄດ້​ຮັບ​ 2 ລາຍ​ງານ​ກ່ຽວ​ກັບການ​ພັງ​ລົງ​ຂອງ​ຕຶກ​ອາ​ຄານ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ຢູ່​ລັດ​ອາ​ລາ​ສ​ກ້າ ແລະ​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ວ່າ ລັດ​ຖະ​ບານ​ກາງ “ຈະ​ບໍ່​ຢັ້ງ​ມື​ໃນ​ການ​ໃຊ້​ຈ່າ​ຍ” ເພື່ອ​ຊ່ວຍ​ເຫຼືອ​ລັດ​ດັ່ງ​ກ່າວ ຟື້ນ​ໂຕ​ຄືນ​ຈາກ​ແຜ່ນ​ດິນ​ໄຫວ.

ເຄື່ອງ​ຂອງ​ຕ່າງໆ ທີ່​ຮ້ານ True Value Hardware ຕົກ​ລົງ​ມາ ທີ່​ຫອງ​ເກັບ​ເຄື່ອງ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ແອນ​ຄໍ​ເຣ​ຈ.
ເຄື່ອງ​ຂອງ​ຕ່າງໆ ທີ່​ຮ້ານ True Value Hardware ຕົກ​ລົງ​ມາ ທີ່​ຫອງ​ເກັບ​ເຄື່ອງ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ແອນ​ຄໍ​ເຣ​ຈ.

ການ​ສັ່ນ​ສະ​ເທືອນ​ໃນ​ຂັ້ນ​ຕົ້ນ ໄດ້​ເຮັດ​ໃຫ້​ຜູ້​ຄົນ​ພາ​ກັນ​ແລ່ນ​ອອກ​ໄປ ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ຫຼື​ພາ​ກັນ​ຊົ້ນ​ຢູ່​ບ່ອນ​ທີ່​ປອດ​ໄພ ໃນ​ເຮືອນ​ຫຼື​ໃນ​ຫ້ອງ​ການ​ຂອງ​ເຂົາເຈົ້າ.

ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ລາ​ສ​ກ້າ​ໄດ້​ປິດ ແລະ​ໂຮງ​ຮຽນ​ໃນ​ເຂດ​ນະ​ຄອນ​ແອນ​ຄໍ​ເຣ​ຈ ​ທີ່​ມີ​ຫຼາຍກວ່າ 100 ແຫ່ງ ກໍ​ໄດ້ຢຸດ​ສອນ.

ສະ​ໜາມ​ບິນ​ແອນ​ຄໍ​ເຣ​ຈ ກໍ​ໄດ້​ຢຸດ​ບໍ່​ໃຫ້​ມີ​ການ​ບິນ​ອອກ​ແລະ​ເຂົ້າ ເປັນ​ການ​ຊົ່ວ​ຄາວ​ ຫຼັງ​ຈາກ​ໄດ້​ມີ​ການ​ຍົກ​ຍ້າຍ​ພະ​ນັກ​ງານ ​ອອກ​ຈາກ​ຫໍ​ຄວບ​ຄຸມ​ການ​ບິນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG