ບໍລິສັດຜະລິດຊິບ TSMC ຂອງ ໄຕ້ຫວັນ ກ່າວໃນວັນພະຫັດມື້ນີ້ວ່າ ບໍ່ມີຄວາມເສຍຫາຍໃດໆຕໍ່ງານ ລຸນຫຼັງເກີດເຫດການຢູ່ສະຖານທີ່ກໍ່ສ້າງໂຮງງານໃນລັດອາຣິໂຊນາຂອງຕົນ ບ່ອນທີ່ຄົນຂັບລົດບັນທຸກຂີ້ເຫຍື້ອ ຖືກນຳໂຕສົ່ງໄປໂຮງໝໍ, ອີງຕາມລາຍງານຂອງອົງການຂ່າວ Reuters.
ເຈົ້າຫນ້າທີ່ດັບເພີງໄດ້ເຂົ້າໄປຮັບມືກັບລາຍງານຂອງເຫດການລະເບີດ ໃນຕອນບ່າຍວັນພຸດວານນີ້ ຢູ່ທີ່ໂຮງງານຜະລິດ Semiconductor ຂອງບໍລິສັດໄຕ້ຫວັນ ໃນນະຄອນຟີນິກ, ຕາມການລາຍງານຂອງສື່ສັງຄົມ ອາຣິໂຊນາ ຣິພັບບລິກ ທີ່ອ້າງເຖິງເຈົ້າໜ້າທີ່ໜ່ວຍດັບເພີງຂອງທ້ອງຖິ່ນ.
ບໍລິສັດ TSMC, ເຊິ່ງເປັນບໍລິສັດທີ່ມີສັນຍາການຜະລິດຊິບທີ່ໃຫຍ່ທີ່ສຸດໃນໂລກ ໂດຍມີລູກຄ້າລວມທັງ Apple ແລະ Nvidia, ກ່າວໃນຖະແຫຼງການວ່າ ບໍ່ມີລາຍງານກ່ຽວກັບພະນັກງານຂອງຕົນຢູ່ໃນສະຖານທີ່ ວ່າ ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.
ພວກເຂົາກ່າວຕື່ມວ່າ “ກໍາລັງດໍາເນີນການສືບສວນສອບສວນກ່ຽວກັບເຫດການດັ່ງກ່າວນີ້ຢູ່ ແລະຍັງບໍ່ມີລາຍລະອຽດໃດໆທີ່ຈະແຈ້ງໃຫ້ຊາບເທື່ອ.”
ຮຸ້ນຂອງບໍລິສັດ TSMC ທີ່ຈົດທະບຽນໃນນະຄອນຫຼວງໄທເປ ໄດ້ເພີ້ມຂຶ້ນໃນກ່ອນຫນ້ານີ້ ຫຼັງຈາກມີຂ່າວ ແລະໄດ້ເພີ້ມຂຶ້ນຄັ້ງສຸດທ້າຍປະມານ 0.8 ເປີເຊັນ ໃນຕອນເຊົ້າວັນພະຫັດມື້ນີ້. ໃນເດືອນແລ້ວນີ້ ບໍລິສັດ TSMA ຕົກລົງທີ່ຈະຂະຫຍາຍການລົງທືນຕາມແຜນການຂອງຕົນດ້ວຍຈໍານວນເງິນ 25 ຕື້ ຫາ 65 ຕື້ໂດລາ ແລະຈະເພີ້ມການສ້າງໂຮງງານແຫ່ງທີ 3 ໃນ ອາຣິໂຊນາ ພາຍໃນປີ 2030 ນີ້.
ບໍລິສັດດັ່ງກ່າວ ຈະຜະລິດເທັກໂນໂລຈີ ນາໂນມີເຕີ ແຫ່ງທີ 2 ທີ່ກ້າວຫນ້າທີ່ສຸດໃນໂລກ ຢູ່ທີ່ໂຮງງານ ໃນອາຣິໂຊນາແຫ່ງທີສອງຂອງຕົນ ເຊິ່ງຄາດວ່າ ຈະເລີ້ມດໍາເນີນການຜະລິດໃນປີ 2028 ນີ້.
ຟໍຣັມສະແດງຄວາມຄິດເຫັນ