ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄອງ​ໂກ ປະ​ກາດ ​ທ່ານ ຊີ​ເຊ​ເກ​ດີ ເປັນ​ປະ​ທາ​ນາ​ທິ​ບໍ​ດີ


ທ່ານ ມາ​ຕິນ ຟາ​ຢູ​ລູ, ຮອງຊະ​ນະ​ເລີດ​ຂອງ​ການ​ເລືອກ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ ຄອງ​ໂກ, ​ເຂົ້າ​ລົດຂອງ​ທ່ານ ຫຼັງ​ຈາກ​ຂໍ​ອຸ​ທອນ​ຂັດ​ແຍ້ງຜົນ​ຄະ​ນະ​ແນນ​ຂອງ​ຄະ​ນະ​ກຳ​ມາ​​ທິ​ການ​ເລືອກ​ຕັ້ງ​ເອ​ກະ​ລາດ​ແຫ່ງ​ຊາດ, ນະ​ຄອນຫຼວງ ຄິນ​ຊາ​ຊາ, ປະ​ເທດ ຄອງ​ໂກ. 12 ມັງ​ກອນ, 2019.
ທ່ານ ມາ​ຕິນ ຟາ​ຢູ​ລູ, ຮອງຊະ​ນະ​ເລີດ​ຂອງ​ການ​ເລືອກ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ ຄອງ​ໂກ, ​ເຂົ້າ​ລົດຂອງ​ທ່ານ ຫຼັງ​ຈາກ​ຂໍ​ອຸ​ທອນ​ຂັດ​ແຍ້ງຜົນ​ຄະ​ນະ​ແນນ​ຂອງ​ຄະ​ນະ​ກຳ​ມາ​​ທິ​ການ​ເລືອກ​ຕັ້ງ​ເອ​ກະ​ລາດ​ແຫ່ງ​ຊາດ, ນະ​ຄອນຫຼວງ ຄິນ​ຊາ​ຊາ, ປະ​ເທດ ຄອງ​ໂກ. 12 ມັງ​ກອນ, 2019.

ວິ​ກິດ​ການ ການ​ເລືອກ​ຕັ້ງ​ຂອງປະ​ເທດ ຄອງ​ໂກ ໄດ້​ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ​ໃນ​ຕອນ​ເຊົ້າ
​ຂອງວັນ​ອາ​ທິດມື້ນີ້ ເມື່ອ​ສານ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ຢືນ​ຢັນ​ໄຊ​ຊະ​ນະ​ຂອງ​ທ່ານ ເຟ​ລິກສ໌
ຊີ​ເຊ​ເກ​ດີ (Felix Tshisekedi), ປະ​ຕິ​ເສດ​ການ​ອ້າງ​ອີງ​ຕ່າງໆ ກ່ຽວ​ກັບ ການ​ສໍ້​ໂກງ,
ແລະ ຮອງ​ຜູ້​ຊະ​ນະ​ເລີດ ທ່ານ ມາ​ຕິນ ຟາ​ຢູ​ລູ ກໍ​ໄດ້​ປະ​ກາດ​ຕົ້ນ​ເອງ​ຢ່າງ​ໄວ​ວາ​ວ່າ​ເປັນ
ປ​ະ​ທາ​ນາ​ທິ​ບໍ​ດີ ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ພຽງ​ຄົນ​ດຽວ.”

ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ຟາ​ຢູ​ລູ ໄດ້​ກ່າວ​ຫາ​ວ່າ​ມີ​ການ​ຕົກ​ລົງ​ລັບ​ທີ່​ພິ​ເສດ ໂດຍ​ປະ​
ທາ​ນາ​ທິ​ບໍ​ດີ​ທີ່​ພົ້ນ​ຈາກ​ຕຳ​ແໜ່ງ​ທ່ານ ໂຈ​ເຊັ​ຟ ຄາ​ບິ​ລາ ເພື່ອປ່ຽນ​ແປງ​ຄະ​ແນນ​ສຽງ
ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ຝ່າຍ​ຄ້ານ ຫຼັງ​ຈາກ​ຜູ້​ລົງ​ແຂ່ງ​ຂັນ​ຂອງ​ພັກ​ທີ່​ກຳ​ລັງ​ປົກ​ຄອງ​
ປະ​ເທດ ບໍ່​ໄດ້​ສະ​ແດງ​ຜົນ​ງານ​ທີ່​ດີ ຈົນ​ຕ້ອງ​ໄດ້​ມີ​ການ​ໃຊ້​ແຜນ B. ທັງ​ສອງ​ຝ່າຍບໍ່​ໄດ້​
ຮັບ​ຮູ້​ການ​ກ່າວ​ຫາ​ດັ່ງ​ກ່າວ​ນັ້ນ.

ແນວ​ໃດ​ກໍ​ຕາມ, ສານ​ໄດ້​ກ່າວ​ວ່າ ທ່ານ ຟາ​ຢູ​ລູ ບໍ່​ໄດ້​ສະ​ແດງຫຼັກ​ຖານ ກ່ຽວ​ກັບ ການ​
ກ່າວ​ອ້າງ​ຂອງ​ທ່ານ​ວ່າ ທ່ານໄດ້​ຊະ​ນະ​ຢ່າງ​ງ່າຍ​ດາຍ ອີງ​ຕາມ​ຂໍ້​ມູນ​ທີ່​ຮົ່ວ​ໄຫຼ​ອອກ​ມາ
ເຊິ່ງ​ພິ​ຈາ​ລະ​ນາ​ວ່າ ​ມາ​ຈາກ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ.

ທ່ານ ຟາ​ຢູ​ລູ ໄດ້​ຮຽ​ກ​ຮ້ອງ​ປະ​ຊາ​ຊົນ ຄອງ​ໂກ ໃຫ້​ພາ​ກັນ​ອ​ອກ​ມາ​ລວມ​ຕົວ​ກັນ​ຢູ່​ຕາມ
​ຖະ​ໜົນ​ຕ່າງໆ ເພື່ອ​ປະ​ທ້ວງ​ຢ່າງ​ສະ​ຫງົບໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ການ​ກໍ່​ລັດ​ຖະ​ປະ​ຫານ
ລັດ​ຖະ​ທຳ​ມະ​ນູນ,” ເຊິ່ງ​ກ່າວ​ຫາ​ສານ​ດັ່ງ​ກ່າວ ກ່ຽວ​ກັບ ການຢືນ​ຢັນ​ຜົນ​ຄະ​ແນນ​ທີ່​ຜິດ.
ທ່ານ​ໄດ້​ກ່າວ​ວ່າ “ມັນ​ບໍ່​ແມ່ນ​ຄວາມ​ລັບ ທີ່​ພວກ​ທ່ານ​ໄດ້​ເລືອກ​ຂ້າ​ພະ​ເຈົ້າ​ເປັນ​ປະ​ທາ
​ນາ​ທິ​ບໍ​ດີ.”

ທ່ານ​ ຟາ​ຢູ​ລູ ໄດ້​ເວົ້າ​ວ່າ “ປະ​ຊາ​ຊົນ ຄອງ​ໂກ ຫຼື ປະ​ຊາ​ຄົມ​ນາ​ນາ​ຊາດ ບໍ່ຄວນ​ຮັບ​ຮູ້​
ທ່ານ ຊີ​ເຊ​ເກ​ດີ, ຫຼື ເຊື່ອ​ຟັງ​ທ່ານ.

ທ່ານ ຊີ​ເຊ​ເກ​ດີ ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດມື້ນີ້​ວ່າ ການ​ຕັດ​ສິນ​ຂອງ​ສານ​ລັດ​ຖະ​
ທຳ​ມະ​ນູນ​ວ່າ​ທ່ານ ເປັນ​ຜູ້​ສະ​ນະ​ເລີດ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ນັ້ນ ແມ່ນ​
ໄຊ​ຊະ​ນະ​ຂອງ​ປະ​ເທດ​ທັງ​ໝົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG