ເບິ່ງວີດິໂອລາຍງານຂ່າວແລະຮຽນພາສາອັງກິດໄປພ້ອມ
ປັດຈຸບັນນີ້ ຢູ່ໃນສະຫະລັດ ຢາ Truvada ນີ້ ໄດ້ຮັບອະນຸຍາດໃຫ້ໃຊ້ ປິ່ນປົວຄົນທີ່ຕິດ
ເຊື້ອ HIV ແລ້ວ ຊຶ່ງເປັນໄວຣັສທີ່ພາໃຫ້ເປັນໂຣກເອດສ໌. ດຽວນີ້ ຄະນະກໍາມະການໃຫ້
ຄຳແນະນຳຂອງລັດຖະບານເວົ້າວ່າ ຢາ Truvada ຄວນເປັນຢາຊະນິດທໍາອິດ ທີ່ໄດ້ຮັບ ອະນຸຍາດໃຫ້ໃຊ້ໃນການ ປ້ອງກັນການຕິດເຊື້ອ HIV.
ອົງການຄວບຄຸມອາຫານ ແລະຢາຂອງສະຫະລັດ ຫລື FDA ບໍ່ຈໍາເປັນຕ້ອງປະຕິບັດຕາມ ຄໍາແນະນໍາຂອງຄະນະກໍາມະການ ດ້ານຢາຕ້ານຊື້ໄວຣັສຂອງຕົນ ແຕ່ວ່າ ປົກກະຕິແລ້ວ
ອົງການນີ້ ມັກເຮັດຈະເຮັດແນວນັ້ນ. ອົງການ FDA ຄາດວ່າ ຈະທໍາການຕັດສິນໃຈໃນ
ປະມານວັນທີ 15 ມິຖຸນາ ມື້ວານນີ້.
ຄະນະກໍາມະການໃຫ້ຄຳແນະນຳຂອງລັດຖະບານ ໄດ້ຈັດການຟັງການບັນລະຍາຍກ່ຽວ
ກັບຢານີ້ ເປັນເວລາ 12 ຊົ່ວໂມງ ໃນວັນທີ 10 ພຶດສະພາທີ່ຜ່ານມາ ເພື່ອພິຈາລະນາ
ຫລັກຖານການໃຊ້ໄດ້ຜົນຂອງຢາ Truvada. ຄະນະກໍາມະການດັ່ງກ່າວ ໄດ້ຊຸກຍູ້ໃຫ້
ອົງການ FDA ອະນຸມັດການໃຊ້ຢານີ້ ກັບກຸ່ມຄົນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ HIV. ພວກຄົນເຫລົ່ານີ້ລວມມີ ພວກຜູ້ຊາຍຮັກຮ່ວມເພດ ຫລືເກ ແລະຜູ້ຊາຍທີ່ມີເພດສໍາພັນໄດ້ ກັບທັງສອງເພດ ແລະຜູ້ທີ່ມີເພດສໍາພັນກັບເພດກົງກັນຂ້າມ ທີ່ຄູ່ຮ່ວມເພດຜູ້ນຶ່ງຕິດເຊື້ອ HIV ແລ້ວ.
ທ່ານນາງ Mitchell Warren, ຫົວ
ໜ້າກຸ່ມປ້ອງກັນເຊື້ອ HIV AVAC
ອະທິບາຍວ່າ ຢາ Truvada ເປັນ
ຢາເມັດ ທີ່ມີຫລາຍຢາປະສົມກັນ.
ມັນບັນຈຸຢາຕ້ານໂຣກເອດສ໌ສອງ
ຊະນິດຕ່າງກັນ ທີ່ໄດ້ຮັບການອະ
ນຸມັດໃຫ້ໃຊ້ ໄດ້ຕ່າງຫາກຢູ່ແລ້ວ
ໂດຍອົງການ FDA. ຈາກນັ້ນ ປະ
ມານ 8 ປີກ່ອນ ມັນໄດ້ຮັບການອະ
ນຸມັດໃຫ້ເປັນຢາປະສົມ. ແຕ່ວ່າ
ການອະນຸມັດເຫລົ່ານັ້ນ ແມ່ນໃຫ້
ໃຊ້ປິ່ນປົວໄດ້ພຽງແຕ່ຜູ້ຄົນທີ່ຕິດ
ເຊື້ອ HIV ແລ້ວ.
ບໍລິສັດກິລແລດ (Gilead) ຜູ້ຜະລິດຢານີ້ ຈະຕ້ອງໄດ້ຜະລິດໃນອັນທີ່ຮູ້ກັນດີວ່າຍຸດ
ທະສາດໃນການປະເມີນຄວາມສ່ຽງ ແລະການຫລຸດຜ່ອນ ຄວາມສ່ຽງລົງ. ນີ້ຈະເປັນ
ແຜນເພື່ອຊ່ວຍຮັບປະກັນ ການໃຊ້ຢາ Truvada ທີ່ປອດໄພ ແລະມີປະສິດທິຜົນ. ແຜນ
ການນີ້ ຈະລວມມີ ການຝຶກອົບຮົມແກ່ພວກໃຫ້ການປິ່ນປົວ ຢ່າງກວ້າງຂວາງ. ນອກນັ້ນ ມັນຍັງຈະລວມມີການກວດເພື່ອໃຫ້ແນ່ໃຈວ່າຜູ້ຄົນທີ່ກິນຢານີ້ ບໍ່ໄດ້ຕິດເຊື້ອ HIV ມາກ່ອນ.
ທ່ານໝໍບາງຄົນເວົ້າວ່າ ຢາ
Truvada ເປັນຂັ້ນຕອນນຶ່ງ
ທີ່ກ້າວໄປສູ່ການສິ້ນສຸດ ໃນ
ການຂົ່ມຂູ່ຈາກໂຣກເອດສ໌.
ແຕ່ວ່າຜູ້ຕິຕຽນບາງຄົນກໍ
ເວົ້າວ່າ ຢານີ້ສາມາດທີ່ຈະ
ເຮັດໃຫ້ຜູ້ຄົນມີຄວາມຮູ້ສຶກ
ດ້ານຄວາມປອດໄພຢ່າງຜິດໆ
ແລະເຮັດໃຫ້ເຂົາເຈົ້າບໍ່ຄ່ອຍ
ຢາກໃຊ້ຖົງຢາງອະນາໄມ ໃນ
ເວລາຮ່ວມເພດ. ພວກທີ່ບໍ່
ເຫັນດີກັບການໃຊ້ຢານີ້ເວົ້າວ່າ
ມັນອາດ ຍາດເອົາແຫລ່ງເງິນ
ໄປຈາກວິທີການທີ່ມີຄ່າໃຊ້ຈ່າຍແບບປະຢັດກວ່າ ເຊ່ນ ການໃຊ້ຖົງຢາງອະນາໄມໃນການ
ປ້ອງກັນໂຣກເອດສ໌ນັ້ນ.
ຢາ Truvada ປັດຈຸບັນຂາຍ ໃນມູນຄ່າປະມານ 14 ພັນໂດລາຕໍ່ປີ. ຢານີ້ຈະມີລາຄາຖືກວ່າ ຢູ່ໃນປະເທດກໍາລັງພັດທະນາ ຊຶ່ງຢູ່ໃນລະຫວ່າງ ປະມານຫລາຍຮ້ອຍໂດລາຕໍ່ປີ. ແຕ່ເຖິງປານນັ້ນກໍຕາມ ລາຄານີ້ ກໍອາດຍັງຈະສູງເກີນໄປຢູ່ ສໍາລັບບາງປະເທດ.
ທ່ານສາມາດອ່ານ, ຟັງ ແລະຮຽນ ພາສາອັງກິດ ໂດຍໃຊ້ຂ່າວກ່ຽວກັບສຸຂະພາບໄດ້ ທີ່ເວັບໄຊ້ voaspecialenglish.com