ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ນາງ​ທ​ຣັ​ສ ເປັນ​ພາ​ຄີ​ທີ່​ດີ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ ກ່ຽວ​ກັບ​ການ​ລາ​ອອກຂອງ​ນາ​ຍົກ​ອັງ​ກິດ


ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ອັງ​ກິດ ທ່ານ​ນາງ​ລິ​ສ ທ​ຣັ​ສ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ພົບ​ປະ​ສອງ​ຝ່າຍ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 77 ຢູ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ໃນ​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 21 ກັນ​ຍາ 2022.
ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ອັງ​ກິດ ທ່ານ​ນາງ​ລິ​ສ ທ​ຣັ​ສ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ພົບ​ປະ​ສອງ​ຝ່າຍ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 77 ຢູ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ໃນ​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 21 ກັນ​ຍາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໃນ​ວັນ​ພະ​ຫັດ​ວານນີ້ ເອີ້ນ​ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ ທ່ານ​ນາງ​ລິ​ສ ທ​ຣັ​ສ ທີ່​ໄດ້​ລາ​ອອກ​ ​ຫຼັງຈາກ​ໄດ້​ເຂົ້າ​ຮັບຕຳ​ແໜ່ງ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນ​ວາຍ​ພຽງ​ແຕ່ 6 ອາ​ທິດນັ້​ນ​ວ່າ “ພາ​ຄີ​ທີ່​ດີ” ໃນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ຢູ​ເຄ​ຣນ ເພື່ອ​ປ້ອງ​ກັນ​ໂຕ ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ບໍ່ໄດ້​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ການ​ລາ​ອອກ​ຂອງ​ທ່ານ​ນາງ.

“ນັ້ນ​ແມ່ນ​ສິ່ງ​ທີ່​ທ່ານ​ນາງ​ຕ້ອງໄດ້​ຕັດ​ສິນ​ໃຈ​ເອງ” ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ທີ່​ທຳ​ນຽບ​ຂາວບໍ່​ດົນ​ກ່ອນ​ທີ່​ຈະ​ຂຶ້ນ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ ມາ​ຣີນ​ວັນ ໄປ​ລັດ​ເພັນ​ຊີ​ລ​ເວ​ເນຍ. “ແຕ່​ກໍ​ຂໍ​ໃຫ້ເບິ່ງ ທ່ານ​ນາງ​ເປັນ​ພາ​ຄີ​ທີ່​ດີ ກ່ຽວ​ກັບ​ເລື້ອງ​ຣັດ​ເຊຍ​ແລະ​ຢູ​ເຄ​ຣນ ແລະ​ອັງ​ກິດ​ຈະ​ແກ້​ໄຂ​ບັນ​ຫາ​ຂອງ​ເຂົາ​ເຈົ້າ​ເອງ.”

ທ່ານ​ໄບ​ເດັນ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃດໆ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຜົນ​ກະ​ທົບ​ທີ່​ຈະ​ລາມ​ອອກ​ໄປ ຈາກ​ຄວາມ​ວຸ້​ນ​ວາຍ​ທາງ​ດ້ານ​ການ​ເມືອງ ທີ່​ເກີດ​ຂຶ້ນ​ຢູ່​ໃນ​ປະ​ເທດ​ພັນ​ທະ​ມິດ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ສະ​ຫະ​ລັດ.

ທ່ານ​ໄບ​ເດັນ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ມັນ​ຈະ​ມີ​ຜົນ​ທີ່​ຕາມ​ມາ.”

ທ່ານ​ນາງ​ທ​ຣັ​ສ​ໄດ້​ລາ​ອອກ ຫຼັງ​ຈາກ​ແຜນ​ການ​ຫຼຸດ​ພາ​ສີ​ຂອງ​ທ່ານ​ນາງ​ທີ່​ບໍ່​ມີ​ເງິນ​ສະ​ໜັບ​ສະ​ໜຸນ ເຮັດ​ໃຫ້​ເງິນ​ປອນ​ຂອງ​ອັງ​ກິດຕົກ​ລາ​ຄາ​ຢ່າງ​ໜັກ ພາ​ໃຫ້​ຕົ້ນ​ທຶນໃນ​ການ​ກູ້​ຢືມ​ສູງ​ຂຶ້ນ ແລະ​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ຢູ່​ໃນ​ຕະ​ຫລາດ​ການ​ເງິນ.

ທ່ານ​ໄບ​ເດັນ ທີ່​ໄດ້​ໂອ້​ລົມ​ກັບ​ທ່ານ​ນາງ​ທ​ຣັ​ສ ເພື່ອ​ຫາ​ລື​ກ່ຽວ​ກັບ​ເລື້ອງ​ຢູ​ເຄ​ຣນ ແລະ​ພົບ​ປະ​ກັບ​ທ່ານ​ນາງ​ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໃນ​ເດືອນ​ກັນ​ຍາ​ຜ່ານ​ມານັ້ນ ໄດ້​ສະ​ແດງ​ການ​ຄັດ​ຄ້ານຕໍ່​ແຜນ​ການ​ເສດ​ຖະ​ກິດ​ຂອງ​ທ່ານ​ນາງ​ທ​ຣັ​ສ ທີ່​ຈະ​ຕັດ​ພາ​ສີ ສຳ​ລັບ “ພວກ​ທີ່​ຮັ່ງ​ມີ​ທີ່​ສຸດນັ້ນ.”

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ອາ​ທິດ​ແລ້ວນີ້​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ພ້ອມ​ກັບ​ນະ​ໂຍ​ບາຍດັ່ງ​ກ່າວ ແຕ່​ມັນ​ຂຶ້ນ​ຢູ່​ກັບ​ປະ​ເທດ​ອັງ​ກິດ ທີ່​ຈະ​ເຮັດ​ການ​ຊັ່ງ​ຊາ ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​.”

ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ທຳ​ນຽບ​ຂາວ​ໄດ້​ອອກກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ຕໍ່​ລັດ​ຖະ​ບານ​ອັງ​ກິດ​ ແລະຄວາມ​ຮູ້​ບຸນ​ຄຸນ ​ຕໍ່​ທ່ານນ​າງ​ທ​ຣັ​ສ.

ຖະ​ແຫຼງ​ການ​ກ່າວ​ວ່າ “ສະ​ຫະ​ລັດ ແລະ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແມ່ນ​ພັນ​ທະ​ມິດ​ທີ່​ເຂັ້ມ​ແຂງ ​ແລະ​ເພື່ອນ​ມິດ​ທີ່​ຍືນ​ຍົງ​ມາ​ເປັນ​ເວ​ລາ​ຍາວ​ນານ ແລະ​ຄວາມ​ຈິງ​ນັ້ນ ຈະ​ບໍ່​ມີ​ການ​ປ່ຽນ​ແປງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG