ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣໍາ ຍົກເລີກ ກອງປະຊຸມໃຫຍ່ ຂອງ ພັກຣີພັບບລິກັນ ທີ່ຈະຈັດຂຶ້ນ ໃນລັດຟລໍຣີດາ


ປະທານາທິບໍດີທຣໍາ ກ່າວຄໍາປາໄສໃນກອງປະຊຸມກັບບັນດາສະມາຊິກລັດຖະສະພາສູງ ໃນຫ້ອງການຮູບຊົງໄຂ່ໃນທໍານຽບຂາວ ໃນວັນທີ 20 ກໍລະກົດ, 2020
ປະທານາທິບໍດີທຣໍາ ກ່າວຄໍາປາໄສໃນກອງປະຊຸມກັບບັນດາສະມາຊິກລັດຖະສະພາສູງ ໃນຫ້ອງການຮູບຊົງໄຂ່ໃນທໍານຽບຂາວ ໃນວັນທີ 20 ກໍລະກົດ, 2020

ໂດຍອ້າງເຖິງຄວາມເປັນຫ່ວງ ດ້ານຄວາມປອດໄພ, ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ປະກາດການຖອນແຜນການຈັດກອງປະຊຸມໃຫຍ່ຂອງ ພັກຣີພັບບລິກັນໃນເດືອນໜ້ານີ້ ທີ່ຈະຈັດຂຶ້ນໃນເມືອງແຈັກສັນວີລ, ລັດຟລໍຣີດາ ຊຶ່ງເປັນຈຸດລະບາດຢ່າງແຮງ ຂອງໄວຣັສໂຄໂຣນາແຫ່ງນຶ່ງນັ້ນ.

ເນື່ອງຈາກການພຸ້ງຂຶ້ນ ໃນຟລໍຣິດາ, “ມັນບໍ່ແມ່ນເວລາທີ່ເໝາະສົມ” ທີ່ຈະຈັດ ກອງປະຊຸມໃຫຍ່, ນັ້ນຄືຄໍາເວົ້າຂອງທ່ານທຣໍາ ຕໍ່ພວກນັກຂ່າວໃນຫ້ອງປະຊຸມ ລາຍງານຂ່າວຂອງທໍານຽບຂາວໃນວັນພະຫັດວານນີ້. “ຂ້າພະເຈົ້າຕ້ອງໄດ້ປົກ ປ້ອງປະຊາຊົນອາເມຣິກັນ. ນັ້ນຄືສິ່ງທີ່ຂ້າພະເຈົ້າໄດ້ເຮັດຕະຫລອດມາ. ນັ້ນຄື ສິ່ງທີ່ຂ້າພະເຈົ້າຈະເຮັດຕະຫລອດໄປ. ນັ້ນຄືສິ່ງທີ່ຂ້າພະເຈົ້າເປັນ.”

ຜູ້ຕາງໜ້າການເລືອກຕັ້ງປະມານ 330 ທ່ານຍັງຈະໄປພົບກັນຢູ່ໃນນະຄອນ ຊາ ລອດ, ລັດຄາໂລໄຣນາເໜືອຢູ່ສໍາລັບການແຕ່ງຕັ້ງທ່ານທຣໍາຢ່າງເປັນທາງການ ໃຫ້ເປັນຜູ້ສະໝັກຈາກພັກຣີພັບບລິກັນເພື່ອແຂ່ງຂັນເປັນປະທານາທິບໍດີອີກ.

ທ່ານທຣໍາເວົ້າວ່າ ທ່ານຍັງບໍ່ທັນໄດ້ຕັດສິນໃຈເທື່ອວ່າ ທ່ານຈະກ່າວຄໍາປາໄສ ຮັບເອົາການແຕ່ງຕັ້ງນັ້ນ ຢູ່ໃສ ຊຶ່ງເມື່ອກ່ອນມີກໍານົດວ່າຈະຈັດຂຶ້ນ ໃນເມືອງ ແຈັກສັນວີລ ໃນວັນທີ 27 ສິງຫາ ແລະເວົ້າວ່າ ການຈັດງານຊຸມນຸມອື່ນໆ ແມ່ນຈະເຮັດຜ່ານ “ການເຕົ້າໂຮມທາງອອນລາຍ” ແທນເອົາ.

ເມື່ອຖືກຖາມໂດຍນັກຂ່າວຄົນນຶ່ງ ວ່າແມ່ນຫຍັງທີ່ບັງຄັບໃຫ້ທ່ານ ຍົກເລີກການ ຈັດກອງປະຊຸມໃຫຍ່ທີ່ລັດຟລໍຣີດາໝົດເລີຍ, ປະທານາທິບໍດີຕອບວ່າ “ຂ້າພະ ເຈົ້າຈະເວົ້າວ່າ ແມ່ນແຕ່ຄວາມປອດໄພ. ມີແຕ່ຄວາມປອດໄພ. ຂ້າພະເຈົ້າສາ ມາດຮູ້ຢູ່ວ່າ ພວກຂ່າວສານຈະເວົ້າວ່າ, ‘ໂອ້ອັນນີ້ ບໍ່ປອດໄພຫລາຍ’.”

ພວກສະໜັບສະໜຸນທ່ານຫລາຍພັນຄົນ ຢາກເຂົ້າຮ່ວມກອງປະຊຸມນັ້ນຫລາຍ ທີ່ສຸດ ແລະກໍາລັງຢູ່ລະຫວ່າງການຈັດແຈງການເດີນທາງໄປທີ່ນັ້ນ, ອີງຕາມ ທ່ານທຣໍາ.

ເມື່ອກ່ອນຄາດວ່າ ຈະມີປະມານ 10 ພັນຄົນ ຊຶ່ງຈະເປັນສ່ວນນຶ່ງຂອງການເຂົ້າ ຮ່ວມກອງປະຊຸມທາງການເມືອງໃຫຍ່ເຊັ່ນນັ້ນໃນປີທໍາມະດາ.

ການຂຶ້ນແຜນຈັດກອງປະຊຸມໃນລັດຟລໍຣິດານີ້ ໄດ້ຖືກກີດກັນໂດຍການຫາເງິນ ທຶນສະໜັບສະໜຸນຈາກພວກທີ່ຢາກໃຫ້ການອຸປະຖໍາງານ. ຫລາຍຄົນທີ່ອາດຈະ ເຂົ້າຮ່ວມແມ່ນເປັນຫ່ວງກ່ຽວກັບຄວາມສ່ຽງຕໍ່ສຸຂະພາບຂອງເຂົາເຈົ້າ ແລະບັນ ດາ ເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ສະແດງຄວາມເປັນຫ່ວງອອກມາໃຫ້ຄະນະໂຄສະ ນາຫາສຽງຂອງທ່ານທຣໍາຮູ້ ກ່ຽວກັບຄວາມຫຍຸ້ງຍາກໃນດ້ານແຫລ່ງຊັບພະຍາ ກອນ ແລະພະນັກງານພຽງພໍເພື່ອຈະຈັດກອງປະຊຸມດັ່ງກ່າວຢ່າງປອດໄພໄດ້.

ເຈົ້າເມືອງແຈັກສັນວີລ, ທ່ານ ເລນນີ ແລະ ຫົວໜ້າກົມຕໍາຫລວດ, ທ່ານ ໄມຄ໌ ວີລລຽມ ໄດ້ເອົາຖະຫລງການຮ່ວມລົງເຜີຍແຜ່ໃນເວລາບໍ່ດົນພໍເທົ່າໃດຫລັງຈາກ ການໃຫ້ຄໍາເຫັນ ຂອງປະທານາທິບໍດີແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG