ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະ​ແນນ​ນິຍົມ ຂອງ ​ປ. ທຣໍາ ​ຍັງ​ຢູ່​ໃນ​ລະດັບ 40 ເປີເຊັນ


ທ່ານ​ດໍ​ໂນ​ລ ທຣໍາ, ປະທານາທິບໍ​ດີ ສະຫະລັດຖະແຫລງ ກ່ຽວກັບການໂຈມຕີ ໂດຍໃຊ້ລູກສອນໄຟ ໃສ່ຖານທັບອາກາດ ຂອງຊີເຣຍ ທີ່ບ້ານພັກຕາກອາກາດ Mar-a-Lago ທາງທິດຕາເວັນຕົກຂອງເມືອງ Palm Beach ລັດຟລໍຣິດາ.
ທ່ານ​ດໍ​ໂນ​ລ ທຣໍາ, ປະທານາທິບໍ​ດີ ສະຫະລັດຖະແຫລງ ກ່ຽວກັບການໂຈມຕີ ໂດຍໃຊ້ລູກສອນໄຟ ໃສ່ຖານທັບອາກາດ ຂອງຊີເຣຍ ທີ່ບ້ານພັກຕາກອາກາດ Mar-a-Lago ທາງທິດຕາເວັນຕົກຂອງເມືອງ Palm Beach ລັດຟລໍຣິດາ.

ທ່ານ​ດໍ​ໂນ​ລ ທຣໍາ ປະຕິບັດ​ງານໃນ​ນາມປະທານາທິບໍ​ດີໃກ້ຈະ​ໄດ້ 100 ມື້​ແລ້ວ ​ແລະ​
ຄະ​ແນນ​ນິຍົມຂອງ​ທ່ານ​ຍັງ​ສືບຕໍ່ຄົງ​ໂຕ​ຢູ່​ໃນ​ລະດັບ 40 ​ເປີ​ເຊັນ ຊຶ່ງ​ເປັນ​ຄະ​ແນນ ທີ່​ຕໍ່າສໍາລັບການ​ເປັນປະທານາທິບໍ​ດີຄົນ​ໃໝ່ຂອງ​ສະຫະລັດ. ຄະ​ແນນ​ຂອງ​ທ່ານ​ທຣໍາ
​ ໃນ​ດ້ານນະ​ໂຍບາຍ​ການ​ຕ່າງປະ​ເທດ​ໄດ້​ດີ​ຂຶ້ນ​ເລັກ​ນ້ອຍ ​ຍ້ອນ​ມີການ​ໂຈມ​ຕີທາງ​ທະ
ຫານ​ຢູ່​ຊີ​ເຣຍ ​ແລະ​ອັຟກາ​ນິສຖານ​ເມື່ອໝໍ່ໆມານີ້ ​ແຕ່​ວ່າ​ດ້ານ​ວຽກງານ​ພາຍ​ໃນ​ປະ​
ເທດ​ແລ້ວ ​ທ່ານຍັງ​ຂ້ອນ​ຂ້າງ​ວ່າ​ຕິດ​ຢູ່​ອັນ​ດັບປານ​ກາງ.

ການຕິດຕາມ​ຢັ່ງ​ຫາງ​ສຽງປະ​ຈໍາ​ວັນຫລ້າ​ສຸດ​ຂອງ​ອົງການ Gallup ເຫັນວ່າ ​ຄະ​ແນນ​ນິຍົມຂອງປະທານາທິບໍ​ດີ ແມ່ນຢູ່​ໃນ​ລະດັບ 41 ​ເປີ​ເຊັນ​ໂດຍ​ທີ່​ມີ 53 ເປີ​ເຊັນຂອງ​ປະ
ຊາຊົນບໍ່​ເຫັນ​ດີ​ນໍາ. ຄະ​ແນນນີ້ແມ່ນ​ຄະ​ແນນ​ທີ່​ດີ​ຂຶ້ນຫລາຍເມື່ອ​ທຽບກັບ​ຄະ​ແນນໃນ​ປະ
ມານ 3 ອາທິດ​ກ່ອນ​ຕອນ​ທີ່​ຄະ​ແນນ​ນິຍົມຂອງ​ທ່ານ​ໄດ້​ຫລຸດລົງ​ໄປ​ຢູ່ 35 ​ເປີ​ເຊັນນັ້ນ.

ການ​ສໍາ​ຫລວດ​ຄັ້ງຫລ້າ​ສຸດ​ຂອງ​ວິທະຍາ​ໄລ Marist College ພົບ​ວ່າ ​ຄະ​ແນນ​ນິຍົມ
ຂອງ​ທ່ານທຣໍາ ​ແມ່ນ 39 ​ເປີ​ເຊັນ, ຊຶ່ງ​ເປັນ​ຄະ​ແນນ​ທີ່​ປ່ຽນ​ໄປໜ້ອຍດຽວ ຈາກ​ຄະ​ແນນ​
ທີ່ໄດ້​ຮັບ ໃນໄລ​ຍະກ່ອນໜ້າການ​ໂຈມ​ຕີ​ຂອງສະຫະລັດຢູ່​ຊີ​ເຣຍນັ້ນ. ອີງ​ຕາມທ່ານ Lee Miringoff, ອໍານວຍ​ການ​ສະ​ຖາ​ບັນ​ວ່າ ​ດ້ວຍ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​ ທີ່​ວິທະຍາ​ໄລ Marist College ​ເວົ້າວ່າ "ທ່ານທຣໍາ ກໍາລັງ​ປະ​ເຊີນ​ກັບການ​ທົດ​ສອບ​ໃນ​ການ​ເປັນ​ຜູ້
​ບັນຊາ​ການ​ສູງສຸດ."
​ແລະທ່ານ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລງການ ​ກ່ຽວ​ກັບ​ການ​ສໍາ​ຫລວດ​
ຄັ້ງຫລ້າ​ສຸດ​ວ່າ "ຊາວອາ​ເມຣິກັນ​ທັງຫລາຍ​ຍັງ​ຢາກ​ເຫັນ​ວ່າ ປະທານາທິບໍ​ດີທຣໍາໃຫ້
ການ​ນໍາພາແກ່ເຂົາ​ເຈົ້າ​."

ພາຍຫລັງການ​ປະຕິບັດພາລະກິດພາຍ​ໃນ​ປະ​ເທດ ທີ່​ບໍ່ຄ່ອຍເປັນ​ໄປ​ຢ່າງລາບ​ລື່ນ
ເປັນ​ເວລາ​ສອງ​ສາມ​ເດືອນ ປະທານາທິບໍ​ດີທຣໍາ​ໄດ້​ຫັນ​ຄວາມ​ເອົາ​ໃຈ​ໃສ່​ນັບ​ມື້ນັບ​
ຫລາຍ​ຂຶ້ນ ຕໍ່ບັນຫາ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຊຶ່ງ​ລວມມີໂຄງການ​ລູກ​ສອນ​ໄຟ​
ຂອງ​ເກົາຫລີ​ເໜືອ ​ແລະ​ການ​ໂຈມ​ຕີ​ທາງ​ທະ​ຫານ​ໃນ​ຊີ​ເຣຍ ​ແລະ​ອັຟກາ​ນິສຖານ​ເມື່ອ
ໝໍ່ໆມານີ້.

ທ່ານທຣໍາ​ໄດ້​ກ່າວ​ຕໍ່ນັກ​ຂ່າວ ຢູ່​ກອງ​ປະຊຸມ​ຖະ​ແຫຼງຂ່າວຮ່ວມກັບທ່ານ Jens
Stoltenberg ​ເລຂາທິການ​ໃຫຍ່ຂອງ​ອົງການເນ​ໂຕ ໃນ​ອາທິດ​ຜ່ານ​ມາວ່າ "ດຽວນີ້​
ໂລກ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ເຫ​ຍີ​ງ​ໄປໝົດ." "​ແຕ່​ຂ້າພະ​ເຈົ້າຄິດ​ວ່າ ​ເມື່ອ​ໃດ​
ພວກເຮົາ​ຫາກ​ສິ້ນສຸດການ​ປະຕິ ບັດ​ພາລະກິດ ຂ້າພະ​ເຈົ້າຄິດ​ວ່າ ມັນ​ຈະເປັນໜ້າຢູ່​ຂຶ້ນຫລາຍ, ​ແລະຂ້າພະ​ເຈົ້າຂໍ​ບອກ​ ​ໃນ​ນາມ​ຂອງຂ້າພະ​ເຈົ້າ​ເອງໄດ້​ເລີຍວ່າ ​ເມື່ອ​ໃດ
ຂ້າພະ​ເຈົ້າຫາກ​ສໍາ​ເລັດ​ພາລະກິດ ມັນ​ຈະ​ເປັນ​ໂລກ​ທີ່ໜ້າຢູ່​ຫລາຍ ຍ້ອນ​ວ່າ​ດຽວນີ້
ມັນຂີ້ຮ້າຍ​ຫລາຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG