ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນໍ້າສຽງທີ່ອ່ອນໂຍນຂຶ້ນ ຂອງທ່ານ ທຣຳ ໄດ້ຮັບ ການພິຈາລະນາ ໃນແງ່ທີ່ດີ


Trump's Softer Tone Wins Positive Reviews, but Democrats Skeptical
please wait

No media source currently available

0:00 0:02:30 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ການສະແດງຄວາມຄິດເຫັນຂອງສາທາລະນະໄດ້ລະບຸໃຫ້ເຫັນວ່າ ການກ່າວຄຳປາ
ໄສປະຈຳປີ ກ່ຽວກັບ ສະພາບການພາຍໃນປະເທດຄັ້ງທຳອິດຂອງປະທານາທິບໍດີ
ດໍໂນລ ທຣຳ ສຽງຕອບຮັບແມ່ນເປັນໄປໃນແງ່ບວກ ໂດຍທົ່ວໄປ ຈາກບັນດາຜູ້ຊົມ.
ທ່ານປະທານາທິບໍດີ ໄດ້ກ່່າວເນັ້ນ ເຖິງຄວາມສາມັກຄີ ແລະ ຄວາມຮ່ວມມືກັນ ຂອງ
ສອງພັກການເມືອງໃນຄຳປາໄສຂອງທ່ານ, ເຊິ່ງໄດ້ເຮັດໃຫ້ສະມາຊິກ ພັກຣີພັບບລີ
ກັນຫຼາຍຄົນພໍໃຈ ແຕ່ໄດ້ເຮັດໃຫ້ພັກເດໂມແຄຣັດ ສົງໄສ ກ່ຽວກັບ ເຈຕະນາທີ່ແທ້ຈິງ
ຂອງທ່ານ ແລະ ວຽກງານໃນຂ້າງໜ້າ. ນັກຂ່າວແຫ່ງຊາດຂອງວີໂອເອ ຈິມ ມາໂລນ
"Jim Malone" ມີລາຍງານເພີ່ມເຕີມຈາກນະຄອນຫຼວງ ວໍຊິງຕັນ, ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

"ທ່ານ ປະທານສະພາ, ປະທານາທິບໍດີ ສະຫະລັດ.”

ລຸນຫຼັງການດຳລົງຕຳແໜ່ງມານຶ່ງປີທີ່ວຸ້ນວາຍແລ້ວ, ປະທານາທິບໍດີ ທຣຳ ກໍໄດ້ໃຊ້ຄຳ
ປາໄສປະຈຳປີ ກ່ຽວກັບ ສະພາບການພາຍໃນປະເທດ ເພື່ອຮຽກຮ້ອງຄວາມສາມັກຄີ
ຕໍ່ກອງປະຊຸມຮ່ວມລັດຖະສະພາ ແລະ ຜູ້ຊົມໃນທົ່ວໂລກ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາທຸກຄົນ, ພ້ອມກັນ, ໃນຖານະກຸ່ມນຶ່ງ,
ປະຊາຊົນຜູ້ນຶ່ງ ແລະ ຄອບຄົວອາເມຣິກັນ ຄອບຄົວນຶ່ງ ສາມາດເຮັດໄດ້ທຸກຢ່າງ.
ພວກເຮົາທຸກຄົນຢູ່ເຮືອນດຽວກັນ, ຫົວໃຈໜ່ວຍດຽວກັນ, ໂຊກຊະຕາອັນດຽວກັນ ແລະ
ພາຍໃຕ້ທຸງ ອາເມຣິກັນ ທີ່ຍິ່ງໃຫຍ່ຜືນດຽວກັນ.”

ພັກຣີພັບບລີກັນ ມີຄວາມຍິນດີກັບຄຳເວົ້າທີ່ອ່ອນໂຍນກວ່າເກົ່າ ຂອງທ່ານປະທານາທິ
ບໍດີ ແລະ ຄຳຮຽກຮ້ອງຂອງທ່ານ ໃຫ້ທັງສອງພັກການເມືອງ ລວມທັງສະມາຊິກລັດຖະ
ສະພາ ທ່ານ ໄບຣອັນ ຟິດສປາທຣິກ ນຳ.

ທ່ານ ໄບຣອັນ ຟິດສປາທຣິກ ສັງກັດພັກພັກຣີພັບບລີກັນ ກ່າວວ່າ “ເພິ່ນໄດ້ເວົ້າເຖິງ
ການລາພັກປິ່ນປົວສຸຂະພາບຄອບຄົວໂດຍໄດ້ຮັບຄ່າຈ້າງຢູ່, ເພິ່ນໄດ້ເວົ້າເຖິງໂຄງ
ລ່າງພື້ນຖານ, ເພິ່ນໄດ້ເວົ້າເຖີງ ການຝຶກຝົນອົບຮົມແຮງງານ, ເພິ່ນໄດ້ເວົ້າເຖິງ ຢາແກ້
ປວດໂອປີອອຍ. ພວກນີ້ແມ່ນບັນຫາຂອງທັງສອງພັກການເມືອງ ແລະ ຂ້າພະເຈົ້າດີ
ໃຈແທ້ໆ ທີ່ໄດ້ເຫັນເພິ່ນເວົ້າດ້ວຍນໍ້າສຽງແນວນັ້ນ.”

ແຕ່ໃນຕະຫຼອດຄຳປາໄສນັ້ນ, ພັກເດໂມແຄຣັດ ມັກຈະບໍ່ຍອມຕົບມືໃຫ້, ເປັນການສົ່ງ
ສັນຍານທີ່ມີການສົງໄສກ່ຽວກັບຄວາມຈິງໃຈຂອງທ່ານ ທຣຳ.

ສະມາຊິກພັກເດໂມແຄຣັດຫຼາຍຄົນ ກໍຍັງມີຄຳຖາມວ່າ ທ່ານປະທານາທິບໍດີ ຈະມີ
ຄວາມຍິນດີ ທີ່ຈະປະຕິບັດຕາມ ກ່ຽວກັບ ບັນຫາຄົນເຂົ້າເມືອງແທ້ບໍ່, ລວມທັງສະມາ
ຊິກລັດຖະສະພາທ່ານ ຈິມ ແມັກໂກເວີນ ນຳ.

ທ່ານ ຈິມ ແມັກໂກເວີນ ສະມາຊິກສະພາຕໍ່າ ສັງກັດພັກເດໂມແຄຣັດ ກ່າວວ່າ “ວິໄສ
ທັດກ່ຽວກັບຄົນເຂົ້າເມືອງຂອງປະທານາທິບໍດີນີ້ ແມ່ນນອກເໜືອຂອບເຂດໂພດ. ມັນ
ບອກທາດແທ້ທີ່ຄັບແຄບ ແລະ ຄວາມຫົວດື້ຂອງຖານທີ່ໝັ້ນຂອງທ່ານ.”

ການສຳຫຼວດຄວາມຄິດເຫັນໃນທັນທີທັນໃດ ຫຼັງຈາກຄຳປາໄສຂອງທ່ານ ໄດ້ຊີ້ໃຫ້
ເຫັນຄຳເວົ້າທີ່ອ່ອນໂຍນຂຶ້ນ ຂອງປະທານາທິບໍດີ ວ່າມີປະສິດທິຜົນຢ່າງໜ້ອຍແມ່ນ
ໃນຕອນເລີ່ມຕົ້ນ.

ຄຳຖາມກໍແມ່ນ, ມັນຈະຍືນຍົງຢູ່ບໍ?

ນັກວິເຄາະ ທ່ານ ຈອນ ຮູແດັກ.

ທ່ານ ຈອນ ຮູແດັກ, ຈາກສະຖາບັນ ບຣຸກຄິງສ໌ ກ່າວວ່າ “ຖ້າທ່ານປະທານາທິບໍດີບໍ່
ຢາກຈັດຕັ້ງຄືນໃໝ່, ທ່ານຈະຕ້ອງໄດ້ສະແດງໃຫ້ເຫັນວ່າ ຈະເປັນການປະພຶດແຕ່ພຽງ
ໃນນຶ່ງຊົ່ວໂມງເຄິ່ງ ຄືນນຶ່ງໃນເດືອນມັງກອນຫັ້ນເທົ່ານັ້ນ. ທ່ານຈະຕ້ອງໄດ້ສືບຕໍ່ເຮັດ
ສິ່ງນັ້ນ ແລະ ພວກ ເຮົາບໍ່ມີຫຼັກຖານ ວ່າທ່ານ ດໍໂນລ ທຣຳ ມີຄວາມສາມາດທີ່ຈະປ່ຽນ
ແປງຄວາມປະພຶດຂອງທ່ານໄດ້ຫຼືບໍ່, ບໍ່ແມ່ນພຽງໃນໄລຍະຍາວເທົ່ານັ້ນ ແຕ່ແມ່ນກະ
ທັ້ງໃນໄລຍະປານກາງນຳ.”

ຕອນນີ້ມັນຂຶ້ນກັບທ່ານ ທຣຳ ທີ່ຈະສ້າງແຮງກະຕຸ້ນຈາກຄຳປາໄສຂອງທ່ານຫຼືບໍ່, ອີງ
ຕາມການກ່າວຂອງທ່ານ ຈິມ ເຄັສເລີ "Jim Kessler."

ທ່ານ ຈິມ ເຄັສເລີ ຈາກສະຖາບັນ ເທີດ ເວ "Third Way" ກ່າວວ່າ “ແມ່ນແລ້ວ, ທ່ານ
ຄວນໄດ້ຮັບການວິພາກວິຈານໃນຄຳປາໄສປະຈຳປີ ກ່ຽວກັບ ສະພາບການຂອງປະ
ເທດ.ມັນໄດ້ເກີດຂຶ້ນກັບປະທານາທິບໍດີ ເກືອບທຸກຄົນ. ຄຳຖາມກໍແມ່ນ, ດັ່ງທີ່ທ່ານຮູ້
ຫັ້ນແລ້ວ, ມັນຄົງຈະຢູ່ໄດ້ດົນປານໃດ? ຄວາມອົດທົນ ແລະ ຄຸນຄ່າຂອງຄຳປາໄສນັ້ນ
ແມ່ນຫຍັງ? ມັນຈະຊ່ວຍທ່ານຮອດ 7 ວັນ ຫຼື ມັນຈະຊ່ວຍທ່ານຮອດ 7 ເດືອນບໍ່?

ຄຳປາໄສຂອງທ່ານ ທຣຳ ໄດ້ເຮັດໃຫ້ມີຄວາມສົງໄສໜ້ອຍນຶ່ງວ່າ ຖານທີ່ໝັ້ນທາງ
ການເມືອງຂອງທ່ານຍັງຈະຈົງຮັກພັກດີຕໍ່ທ່ານຫຼືບໍ່?

ສິ່ງທ້າທາຍຂອງທ່ານປະທານາທິບໍດີຕອນນີ້ ແມ່ນເພື່ອຫາທາງທີ່ຈະຂະຫຍາຍການສະໜັບສະໜູນຂອງທ່ານ ຍ້ອນລະດັບການຮັບຮອງເຫັນດີ ທີ່ຕໍ່າທີ່ສຸດໃນປະຫວັດ
ສາດ.

XS
SM
MD
LG