ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ບຸນຄຣິສມັສ ໃນເມືອງ ເບັດເລເຮັມ ເກີດມີຄວາມເສົ້າໝອງ ຍ້ອນບັນຫາການເມືອງ


Trump's Jerusalem Declaration Overshadows Christmas in Bethlehem
please wait

No media source currently available

0:00 0:01:56 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ການສະເຫຼີມສະຫຼອງວັນຄຣິສມັສ ໄດ້ຖືກຈັດຂຶ້ນໃນເມືອງ ເບັດເລເຮັມ ທີ່ປົກຄອງ
ໂດຍຊາວ ປາແລັສໄຕນ໌. ແຕ່ງານສະເຫຼີມ ສະຫຼອງວັນພັກດັ່ງກ່າວ ແມ່ນບໍ່ໄດ້ມີຊີວິດ
ຊີວາຍ້ອນການຮັບຮູ້ນະຄອນເຈຣູຊາແລັມວ່າ ເປັນນະຄອນຫຼວງຂອງປະເທດ ອິສຣາ
ແອລ ໂດຍປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເມື່ອສາມສັບປະດາທີ່ຜ່ານ
ມາ. ນັກຂ່າວວີິໂອເອ ເຈຊູເຊເມັນ ໂອນິ ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະ
ນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດາລູກເສືອຊາວ ປາແລັສໄຕນ໌ ໄດ້ເດີນສວນສະໜາມຢູ່ນອກໂບດບູຮານຂອງ
ເມືອງ ເນທິວິຕີ ໃນວັນອາທິດທີ່ຜ່ານມາ.

ມັນເປັນການເປີດງານສະເຫຼີມສະຫຼອງບຸນ ຄຣິສມັສ ໃນເມືອງ ເບັດເລເຮັມ, ຊຶ່ງ​ເປັນ
ເມືອງທີ່ຮູ້ກັນດີ ຕາມປະເພນີດັ້ງເດີມ ວ່າເປັນ ບ້ານເກີດຂອງພະເຍຊູ.

ແຕ່ໃນຂະນະທີ່ປະຊາຊົນຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນ ​ເພື່ອ​ທໍາການເດີນສວນສະ
ໜາມປະຈຳປີນັ້ນ ຄວາມເຄັ່ງຕຶງ ກ່ຽວກັບການຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະ
ຄອນຫຼວງຂອງ ອິສຣາແອລ ໂດຍ ວໍຊິງຕັນນັ້ນ ໄດ້ເຮັດໃຫ້ຊາວປາແລັສໄຕນ໌ ແລະ
ບັນດານັກທ່ອງທ່ຽວຫລາຍຄົນພາກັນຫຼີກລ່ຽງການເຂົ້າຊົມ.

ນາງ ນາຮີລ໌ ບານູຣາ ຊາວປາແລັສໄຕນ໌ອາຍຸ 23 ປີ ກ່າວວ່າ “ສະຖານະການແມ່ນບໍ່ດີ
ປານໃດ, ມັນເສົ້າໝອງພໍສົມຄວນ ຍ້ອນການຕັດສິນໃຈຂອງທ່ານທຣຳ ທີ່ຈະຍ້າຍສະ
ຖານທູດໄປຕັ້ງຢູ່ນະຄອນ ເຈຣູຊາແລັມ. ເບິ່ງແລ້ວຄ້ານກັບວ່າ ການຍຶດຄອງຂອງ
ອາເມຣິກາ ໄດ້ຖືກເພີ່ມໃສ່ການຍຶດຄອງຂອງ ອິສຣາແອລຂຶ້ນອີກ.”

ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເຮັດໃຫ້ຊາວ
ປາແລັສໄຕນ໌ ທີ່ພະຍາຍາມເອົາພາກຕາເວັນອອກຂອງນະຄອນ ເຈຣູຊາແລັມ ເປັນ
ນະຄອນຫຼວງຂອງເຂົາເຈົ້ານັ້ນ ບໍ່ພໍໃຈ. ນັບຕັ້ງແຕ່ນັ້ນມາ ມັນໄດ້ກະຕຸ້ນໃຫ້ເກີດການ
ປະທະກັນຢ່າງຮຸນແຮງໃນເມືອງ ເບັດເລເຮັມ ແລະ ພາກສ່ວນອື່ນໆໃນເຂດ ຝັ່ງຕາ
ເວັນຕົກຂອງແມ່ນໍ້າຈໍແດນ ຫລື ເວັສ ແບັງ (West Bank).

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ ທີ່ສະເຫຼີມສະຫຼອງການ
ປະກາດຂອງທ່ານ ທຣຳ ຢ່າງອອກໜ້າອອກຕາ ນັ້ນ ໄດ້ນໍາເອົາຄຳປາໄສຂອງຕົນເຜີຍ
ແຜ່ອອກທາງວິດີໂອໃນຕອນຄໍ່າຂອງວັນອາທິດທີ່ຜ່ານມາ ຊຶ່ງໄດ້ສະເໜີຈະພາທ່ຽວຊົມ
ແບບສ່ວນຕົວໃນດິນແດນສັກສິດດັ່ງກ່າວ ໃນວັນ ຄຣິສມັສ ປີໜ້າ.

ນາຍົກລັດຖະມົນຕີ ອິສຣາແອລນ ທ່ານ ເບັນຈາມິນ ເນທັນຢາຮູ ໄດ້ກ່າວວ່າ “ຂ້າພະ
ເຈົ້າພູມໃຈທີ່ເຫັນວ່າ ອິສຣາແອລ ເປັນປະເທດທີ່ຊາວຄຣິສຕຽນ ບໍ່ພຽງແຕ່ມີຊີວິດຢູ່
ລອດໄດ້ເທົ່ານັ້ນ ແຕ່ເຂົາເຈົ້າຍັງມີຊີວິດທີ່ຈະເລີນໄດ້ຮຸ່ງເຮືອງໄດ້ ຍ້ອນວ່າ ພວກເຮົາ
ມີຄວາມເຊື່ອໃນມິດຕະພາບ ລະຫວ່າງປະຊາຊົນທັງຫລາຍ ແລະ ພວກເຮົາປົກປ້ອງ
ສິດທິຂອງໝົດທຸກຄົນ ໃນການບູຊາຢູ່ໃນສານເຈົ້າທີ່ສັກສິດ ຢູ່ດ້ານຫຼັງຂອງຂ້າພະເຈົ້າ
ນີ້.”

ໃນເມືອງ ເບັດເລເຮັມ, ບັນດາເຈົ້າໜ້າທີ່ໃນເມືອງທີ່ຖືກປົກຄອງໂດຍ ປາແລັສໄຕນ໌ ກໍ
ໄດ້ອອກຖະແຫຼງເຊັ່ນກັນ ໂດຍມີປ້າຍທີ່ຕັ້ງຢູ່ຄຽງຂ້າຕົ້ນຄຣິສມັສ ໃນຈະຕຸລັດ ເມັນເຈີ
(Manger).

ທ່ານ ແອນຕົນ ຊາລມານ ເຈົ້າເມືອງ ເບັດເລເຮັມ ກ່າວວ່າ “ປ້າຍຢູ່ບ່ອນນີ້ແມ່ນເພື່ອສະ
ແດງໃຫ້ປະຊາຊົນຮູ້ວ່າ ພວກເຮົາແມ່ນຄົນທີ່ປະຕິເສດການປະກາດຂອງທ່ານ ທຣຳ
ແລະ ປະຕິເສດການຍຶດຄອງຢ່າງຕໍ່ເນື່ອງໃນເຂດແດນຕ່າງໆທີ່ຖືກຍຶດຄອງຢູ່ແລ້ວນັ້ນ,
ແລະ ພວກເຮົາແມ່ນຄົນທີ່ຊອກຫາຄວາມອິດສະຫຼະ ແລະ ກຽດສັກສີໃນການເປັນມະ
ນຸດຂອງພວກເຮົາ.”

ພະສັນຕະປາປາ ຟຣານຊິສ໌ ຜູ້ທີ່ໄດ້ສະແດງການຄັດຄ້ານ ຕໍ່ການເຄື່ອນໄຫວດັ່ງກ່າວ
ຂອງວໍຊິງຕັນ ເຊັ່ນກັນນັ້ນ ກໍໄດ້ສົ່ງຂໍ້ຄວາມກ່ຽວກັບການຢູ່ຮ່ວມກັນ ຢູ່ໃນພິທີຊຸມນຸມ
ໃຫຍ່ທາງສາດສະໜາ ໃນຄໍ່າຄືນກ່ອນວັນຄຣິສມັສ ທີ່ນະຄອນ ວາຕິກັງ.

ມັນເປັນຂໍ້ຄວາມສຳລັບຊາວຄຣິສຕຽນ ໃນທົ່ວໂລກ, ລວມທັງຊາວ ປາແລັສໄຕນ໌ ທີ່
ຫວັງວ່າມັນຈະມີສັນຕິພາບໃນດິນແດນຂອງເຂົາເຈົ້າ ນັນອີກດ້ວຍ.

XS
SM
MD
LG