ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີທຳອິດຂອງທ່ານ ທຣຳ: ເສດຖະກິດເຂັ້ມແຂງ ແຕ່ຜົນສຳຫຼວດ ຄວາມຄິດເຫັນອ່ອນ


Trump's First Year: Strong Economy but Weak Polls
please wait

No media source currently available

0:00 0:02:46 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະຫຼອງວັນຄົບຮອບນຶ່ງປີ ໃນການດຳລົງຕຳແໜ່ງປະ
ທານາທິບໍດີຂອງທ່ານ ໃນວັນເສົາທີ 20 ມັງກອນຜ່ານມາ. ປີທຳອິດທີ່ສັບສົນວຸ້ນວາຍ
ຂອງທ່ານ ທຣຳ ບໍ່ຄືກັບປະທານາທິບໍດີຄົນອື່ນໆ ໃນປະຫວັດສາດການເມືອງ ສະຫະ
ລັດ ຍຸກປັດຈຸບັນ, ແລະ ປີ 2018 ກໍອາດມີຫຼາຍສິ່ງຫຼາຍຢ່າງກວ່າ ທີ່ຄ້າຍຄືກັນ. ນັກ
ຂ່າວແຫ່ງຊາດຂອງວີໂອເອ ຈິມ ມາໂລນ "Jim Malone" ມີລາຍງານເພີ່ມເຕີມຈາກ
ນະຄອນຫຼວງ ວໍຊິງຕັນ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ສຳລັບປະທານາທິບໍດີຄົນທີ 45 ຂອງ ອາເມຣິກາ ນັ້ນ, ມັນແມ່ນການເລີ່ມຕົ້ນທີ່ກ້າ
ຫານຫຼາຍ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຈາກມື້ນີ້ເປັນຕົ້ນໄປ ມັນຈະເປັນພຽງ ອາເມຣິ
ກາ ກ່ອນໝູ່, ອາເມຣິກາ ສຳຄັນສຸດ”.

ປະທານາທິບໍດີ ທຣຳ ໄດ້ເຄື່ອນໄຫວຢ່າງໄວວາ ເພື່ອຕັດກົດລະບຽບສະໄໝຂອງ
ທ່ານ ໂອບາມາ ແລະ ໄດ້ແຕ່ງຕັ້ງຕຳແໜ່ງຫວ່າງໃນສານສູງສຸດ.

ໄຊຊະນະທີ່ໃຫຍ່ທີ່ສຸດຂອງທ່ານ ແມ່ນ ກົດໝາຍການຕັດພາສີ ທີ່ໄດ້ຮັບການສະໜັບ
ສະໜູນຢ່າງຖ້ວມລ້ວນ ເຊິ່ງໄດ້ເກີດຂຶ້ນ ໃນເດືອນທັນວາປີກາຍນີ້, ພຽງ 11 ເດືອນ
ໃນການເຂົ້າດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ສະນັ້ນ ນີ້ຈຶ່ງແມ່ນກົດໝາຍ, ຢູ່ບ່ອນນີ້, ແລະ
ພວກເຮົາພູມໃຈກັບມັນຫຼາຍ. ມັນຈະເປັນສິ່ງທີ່ໃຫຍ່ຫຼວງສຳລັບປະຊາຊົນ ອາເມຣິກັນ.
ມັນຈະເປັນສິ່ງທີ່ໜ້າອັດສະຈັນສຳລັບເສດຖະກິດ.”

ການຮັບຜ່ານກົດໝາຍພາສີ ອາດຊ່ວຍເຫຼືອພັກຣີພັບບລີກັນໃນການເລືອກຕັ້ງລັດຖະ
ສະພາທີ່ຈະຈັດຂຶ້ນໃນທ້າຍປີນີ້, ອີງຕາມການກ່າວຂອງທ່ານ John Fortier.

ທ່ານ ຈອນ ຟໍເທຍ "John Fortier" ຈາກສູນກາງນະໂຍບາຍສອງພັກການເມືອງ
ກ່າວວ່າ “ພັກຣີພັບບລີກັນໄດ້ເຮັດໃຫ້ກົດໝາຍພາສີຖືກຮັບຜ່ານ, ເປັນກົດໝາຍພາສີ
ທີ່ສຳຄັນຫຼາຍ ໃນເດືອນທັນວາທີ່ຜ່ານມາ ແລະ ມັນກໍແມ່ນຄວາມສຳເລັດຄັ້ງໃຫຍ່ສຳ
ລັບເຂົາເຈົ້າ, ສະນັ້ນ ມັນຈຶ່ງແມ່ນບາງຢ່າງທີ່ເຮັດໃຫ້ເຂົາເຈົ້າຢູ່ໃນຊ່ອງທາງທີ່ດີຂຶ້ນ
ກວ່າເກົ່າ.

ການດຳລົງຕຳແໜ່ງຂອງທ່ານ ທຣຳ ກໍໄດ້ມິີຄວາມລົ້ມແຫຼວເຊັ່ນກັນ.

ມັນໄດ້ມີຄວາມພະຍາຍາມ ທີ່ລົ້ມແຫຼວ ໃນການຍົກເລີກການປະກັນສຸຂະພາບ
ໂອບາມາແຄ "Obamacare," ໄດ້ມີການປະທະຄຳເວົ້າກັນ ຢ່າງຮຸນແຮງໃນ Twitter,
ເຊິ່ງບາງຄັ້ງ, ເປັນຄຳເວົ້າທີ່ຍຸແຍ່ໃຫ້ປະທານາທິບໍດີໂມໂຫ ລວມທັງການໃຊ້ຄຳເວົ້າທີ່ຫຍາບຄາຍຂອງທ່ານ ທຣຳ ເມື່ອບໍ່ດົນມານີ້ ກ່ຽວກັບ ປະເທດ ເຮຕີ ແລະ ບັນດາປະ
ເທດ ອາຟຣິກາ.

ຄຳເວົ້າດັ່ງກ່າວນັ້ນໄດ້ກະຕຸ້ນໃຫ້ເກີດຄວາມໂມໂຫ ຈາກພັກເດໂມແຄຣັດ ລວມທັງ
ສະມາຊິກສະພາສູງທ່ານ ຄໍຣີ ບຸກເກີ "Cory Booker."

ທ່ານ ຄໍຣີ ບຸກເກີ ກ່າວວ່າ “ຄຳເວົ້າທີ່ວ່ານັ້ນ ບໍ່ໄດ້ມະລັບກັບຫາຍໄປຄືກັບໝອກ
ຢູ່ໃນອາກາດ. ມັນເປັນສິ່ງເໜົ່າເໝັນ, ມັນກາຍເປັນພິດໄພ, ແລະ ມັນກໍໃຫ້ມີການບໍ່
ຍອມຮັບຄວາມຄິດທີ່ແຕກຕ່າງ ແລະ ສ້າງຄວາມຄຽດຊັງກັນຢູ່ໃນປະເທດຂອງພວກ
ເຮົາ.”

ບັນຫາໂຕ້ແຍ້ງຂອງທ່ານ ທຣຳ ແລະ ບາງຄັ້ງ ລັກສະນະການນຳພາທີ່ເຮັດໃຫ້ມີການ
ແຕກແຍກກັນນັ້ນ ໄດ້ສືບຕໍ່ ທີ່ຈະສ້າງຄວາມເສື່ອມເສຍໃຫ້ລະດັບການສະແດງຄວາມ
ຄິດເຫັນຕໍ່ທ່ານ ເຖິງແມ່ນຈະມີເສດຖະກິດທີ່ເຂັ້ມແຂງກໍຕາມ, ອີງຕາມການກ່າວຂອງ
ນັກວິເຄາະ ທ່ານ ຈອນ ຮິວແດັກ "John Hudak."

ທ່ານ ຈອຍ ຮິວແດັກ ຈາກສະຖາບັນ ບຣຸກຄິງສ໌ "Brookings" ກ່າວວ່າ “ຂ້າພະເຈົ້າ
ຄິດວ່າ ປະຊາຊົນຕັດສິນທ່ານ ຈາກບັນຫາຫຼາຍຢ່າງ ນອກ ຈາກເສດຖະກິດ, ແລະ ສິ່ງ
ດັ່ງກ່າວນັ້ນ ໄດ້ຊີ້ໃຫ້ເຫັນ ລະດັບການຮັບຮອງທີ່ຕົກຕໍ່າກວ່າເກົ່າຂອງທ່ານ.

ລະດັບການຮັບຮອງເອົາ ການເປັນປະທານາທິບໍດີ ທີ່ຕໍ່າທີ່ສຸດໃນປະຫວັດສາດຂອງ
ທ່ານ ທຣຳ ອາດເຮັດໃຫ້ພັກເດໂມແຄຣັດ ໄດ້ຮັບການສະໜັບສະໜູນຫຼາຍຂຶ້ນ ສຳລັບ
ການເລືອກຕັ້ງລັດຖະສະພາທີ່ຈະຈັດຂຶ້ນໃນເດືອນພະຈິກທ້າຍປີນີ້. ອີງຕາມການ
ກ່າວຂອງນັກວິເຄາະທ່ານ ແລຣີ ຊາບາໂຕ "Larry Sabato."

ທ່ານ ແລຣີ ຊາບາໂຕ ຈາກມະຫາວິທະຍາໄລລັດ ເວີຈິເນຍ ກ່າວວ່າ “ເມື່ອມັນມີຄື້ນ
ຟອງ, ນໍ້າ ກໍຈະບໍ່ຈຳແນກ ລະຫວ່າງຜູ້ທີ່ຖືວ່າ ເປັນທາງດຽວກັບປະທານາທິບໍດີ ທີ່
ບໍ່ໄດ້ຮັບຄວາມນິຍົມນັ້ນ ກັບ ຜູ້ທີ່ພະຍາຍາມຕີໂຕຫ່າງ ອອກຈາກ ປະທານາທິບໍດີທີ່
ບໍ່ໄດ້ຮັບຄວາມນິຍົມ.”

ສຳລັບປີ 2018, ທ່ານ ທຣຳ ຫວັງວ່າ ເສດຖະກິດທີ່ເຂັ້ມແຂງ ຈະຊ່ວຍປັບປຸງຕົວເລກ
ການສຳຫຼວດຄວາມຄິດເຫັນຂອງທ່ານ.

ແຕ່ໂອກາດ ກ່ຽວກັບ ການຜ່າຍແພ້ການເລືອກຕັ້ງ ໃນເດືອນພະຈິກ ແລະ ການກວດ
ສອບເລື່ອງກ່ຽວກັບ ຣັດເຊຍ ທີ່ບໍ່ມີທ່າທາງວ່າ ຈະສິ້ນສຸດນັ້ນ ອາດເຮັດໃຫ້ປີທີສອງ
ໃນການດຳລົງຕຳແໜ່ງຂອງທ່ານ ທຣຳ ມີການທ້າທາຍຫຼາຍກວ່າປີທຳອິດຂອງທ່ານ
ອີກ ກໍເປັນໄດ້.

XS
SM
MD
LG