ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິນລະປະ ໃນການຕໍ່ລອງ ຂອງ ປ. ທຣຳ ເຮັດໃຫ້ ຢູໂຣບ ບອບຊ້ຳ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນລະຫວ່າງ ການຖະແຫຼງຂ່າວ ທີ່ກອງປະຊຸມສຸດຍອດ ອົງການເນໂຕ້ ທີ່ນະຄອນບຣັສເຊີລສ໌ (12 ກໍລະກົດ 2018)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນລະຫວ່າງ ການຖະແຫຼງຂ່າວ ທີ່ກອງປະຊຸມສຸດຍອດ ອົງການເນໂຕ້ ທີ່ນະຄອນບຣັສເຊີລສ໌ (12 ກໍລະກົດ 2018)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈະອອກເດີນທາງໄປນະຄອນແຮລຊິງກິ ເພື່ອທຳການພົບປະສຸດຍອດ ກັບຜູ້ນຳ ຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ໂດຍໄດ້
ເຮັດໃຫ້ ກຸ່ມພັນທະມິດເນໂຕ້ຂອງທ່ານ ຮວມທັງອັງກິດບອບຊ້ຳ ແລະອີກເທື່ອນຶ່ງ ພາ
ກັນເກົາຫົວຂອງເຂົາເຈົ້າ ກ່ຽວກັບວ່າ ຈະຮັບມືແບບໃດ ກັບປະທານາທິບໍດີສະຫະລັດ
ທີ່ແຕກຕ່າງໄປ ຈາກບຸກຄົນອື່ນໆ ທີ່ບໍ່ເຄົາລົບຕໍ່ຫຼັກການ ທີ່ເຄີຍປະຕິບັດກັນມາ ຜູ້ຊຶ່ງ
ປາກົດວ່າ ບໍ່ມີຄວາມຮູ້ສຶກກຸ່ມພັນທະມິດຂອງປະເທດຕາເວັນຕົກ ແລະນັບຖືພິທີທາງ
ການທູດ.

ຫລັງຈາກການພົບປະກາງອາທິດ ທີ່ນະຄອນບຣັສເຊີລສ໌ ບ່ອນທີ່ທ່ານທຣຳ ໄດ້ກ່າວ
ຫາພວກຜູ້ນຳຂອງຢູໂຣບວ່າ ບໍ່ມີຄວາມຮັບຜິດຊອບ ແລະມີລາຍງານວ່າທ່ານໄດ້ໃຫ້
ຮ່ອງຮອຍກ່ຽວກັບການທີ່ສະຫະລັດ ອາດຈະຖອນຕົວ ອອກຈາກ ອົງການເນໂຕ້ ຖ້າ
ພວກເຂົາເຈົ້າບໍ່ເພີ້ມ ງົບປະມານ ໃນດ້ານປ້ອງກັນປະເທດ ໂດຍໄວ ຊຶ່ງເຈົ້າໜ້າທີ່ ຢູ
ໂຣບບາງຄົນກ່າວວ່າ ຢູໂຣບຈຳເປັນຕ້ອງໄດ້ເລີ້ມຄິດ ກ່ຽວກັບແຜນການປ້ອງກັນປະ
ເທດທີ່ເປັນອິດສະຫຼະຈາກອົງການເນໂຕ້.

ຂໍ້ລິເລີ້ມ ກ່ຽວກັບການປ້ອງກັນປະເທດ ຂ້າມຊາຍແດນ ຂອງຢູໂຣບ ໄດ້ມີການວາງ
ແຜນກັນໄວ້ແລ້ວ ເຊັ່ນກຳລັງຮັບມືຢ່າງໄວຂອງອັງກິດແລະຝຣັ່ງ ແມ່ນມີທ່າທາງວ່າ
ຈະໄດ້ຮັບການສະໜັບສະໜຸນໄວຂຶ້ນໂດຍລັດຖະບານຂອງປະເທດຕ່າງໆໃນຢູໂຣບ
ຫລັງຈາກກອງປະຊຸມສຸດຍອດຂອງອົງການເນໂຕ້ໃນອາທິດນີ້.

ທ່ານນາງແລສລີ ວິນຈາມູຣີ ຈາກອົງການ Chatham House ຂອງອັງກິດໃຫ້ຂໍ້ສັງ
ເກດວ່າ “ຢູໂຣບໄດ້ໃຊ້ເວລາໃນໄລຍະ 18 ເດືອນທີ່ຜ່ານມາເພື່ອທົດລອງກັບຍຸດທະ ວິທີຫຼາຍຢ່າງ ເພື່ອຊັກຊວນປະທານາທິບໍດີດໍໂນລ ທຣຳ ແຕ່ມາເຖິງປັດຈຸບັນນີ້ ບໍ່ວ່າ
ຈະເປັນໃຊ້ຄຳເວົ້າ ທີ່ເຂັ້ມແຂງຂອງທ່ານນາງແອັງເກີລາ​ ເມີແກລ ຫລືການປະຕິບັດ
ແບບພິເສດ ຂອງທ່ານເອັມມານູແດລ ມາກຣົງ ກໍບໍ່ໄດ້ເຮັດ ໃຫ້ມີການປ່ຽນແປງ ໃນ ການຕັດສິນໃຈ ດ້ານນະໂຍບາຍ ຂອງທ່ານທຣຳ.”

ເຈົ້າໜ້າທີ່ຂອງຢູໂຣບ ກ່າວວ່າ ເຂົາເຈົ້າກຳລັງປະສົບກັບຄວາມຫຍຸ້ງຍາກ ໃນການ
ດຳເນີນຄວາມພະຍາຍາມ ທີ່ຈະຄວບຄຸມທ່ານທຣຳ ແລະເຂົາເຈົ້າຢ້ານວ່າ ຈະເກີດ
ການຖົກຖຽງກັນ ທີ່ໃຫຍ່ກວ່າເກົ່າ ໃນປີໜ້າ ຖ້າ ດັ່ງເປັນທີ່ແນ່ນອນແລ້ວວ່າ ບໍ່ແມ່ນ
ປະເທດສະມາຊິກຂອງພັນທະມິດທັງໝົດ ໃນຢູໂຣບ ຈະເພີ້ມການໃຊ້ຈ່າຍໃນດ້ານ
ປ້ອງກັນປະເທດຂອງເຂົາເຈົ້າພາຍໃນປີ 2018 ຂຶ້ນເປັນຢ່າງໜ້ອຍ 2 ເປີເຊັນຂອງ
ຍອດຜະລິດພັນຮວມຂອງພວກເຂົາເຈົ້າ.

ໃນການລາຍງານຫຼັງຈາກກອງປະຊຸມສຸດຍອດນັ້ນນັ້ນ ລັດຖະມົນຕີປ້ອງກັນປະເທດ
ຂອງເດັນມາກ ທ່ານຄລາວສ໌ ຈອຣ໌ທ ເຟຣເດຣິກເສິນ ໄດ້ຈົ່ມວ່າກ່ຽວກັບຄວາມຫຍຸ້ງ
ຍາກ “ທີ່ຈະຕີຄວາມໝາຍໄດ້ວ່າ ແມ່ນນະໂຍບາຍອັນໃດ ທີ່ປະທານາທິບໍດີສະຫະ
ລັດຊຸກ ຍູ້.” ທ່ານກ່າວຕື່ມວ່າ “ມັນເປັນການທຳນາຍບໍ່ໄດ້ຢ່າງສິ້ນເຊີງ ໃນນີ້ ແລະສິ່ງ
ນຶ່ງທີ່ທ່ານຈຳເປັນຕ້ອງມີ ໃນກຸ່ມພັນທະມິດນີ້ ກໍຄື ການທຳນາຍໄດ້ກ່ຽວກັບເລື້ອງຣັດ
ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG