ປະທານາທິບໍດີ ໂວໂລດິເມຍ ເຊເລັນສກີ ຂອງຢູເຄຣນ ກຽມພົບປະກັບ ປະທານາທິບໍດີ ດໍໂນລ ທຣໍາ ຂອງສະຫະລັດ ແລະ ລົງນາມໃນຂໍ້ຕົກລົງແຮ່ ທາດທີ່ສຳຄັນ ໃນວັນສຸກມື້ນີ້ ຂະນະທີ່ ກີຢິບພວມພະຍາຍາມດຳເນີນການເພື່ອຮັບເອົາການສະໜັບສະໜູນຈາກສະຫະລັດກັບຄືນມາ ທີ່ຈະຕໍ່ສູ້ຕ້ານຢັນການຮຸກຮານຂອງຣັດເຊຍ ອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ.
ຂໍ້ຕົກລົງແຮ່ທາດທີ່ເຈລະຈາກັນໃນຊ່ວງບໍ່ພໍເທົ່າໃດວັນຜ່ານມາ ຈະເປີດທາງໃຫ້ສະຫະລັດເຂົ້າເຖິງແຮ່ທາດທີ່ອຸດົມສົມບູນຈຳນວນມະຫາສານຂອງ ຢູເຄຣນ ແຕ່ບໍ່ໄດ້ລວມເຖິງການຄໍ້າປະກັນດ້ານຄວາມໝັ້ນຄົງຂອງສະຫະລັດ ຊຶ່ງຖືເປັນຄວາມຜິດຫວັງສຳລັບຢູເຄຣນ.
ຂໍ້ຕົກລົງດັ່ງກ່າວ ຈະໃຫ້ສະຫະລັດມີສິດຮຽກຄືນເງິນຈຳນວນຫຼາຍພັນລ້ານໂດລາ ຈາກຕົ້ນທຶນອາວຸດຂອງສະຫະລັດທີ່ຈັດຫາໃຫ້ ກີຢິບ ຜ່ານກອງທຶນການລົງທຶນເພື່ອການຟຶ້ນຟູທີ່ຜູກພັນກັບການຂາຍແຮ່ທາດຫາຍາກຂອງຢູເຄຣນ.
ລາຍງານຂອງສູນການສຶກສາດ້ານຍຸດທະສາດແລະລະຫວ່າງປະເທດ ເມື່ອປີກາຍນີ້ພົບວ່າ ປະມານສອງສ່ວນສາມຂອງເງິນທີ່ລັດຖະສະພາຈັດສັນໃຫ້ຢູເຄຣນນັ້ນ ໄດ້ຖືກໃຊ້ຈ່າຍຢູ່ໃນສະຫະລັດ. ຢູເຄຣນຫວັງວ່າ ຂໍ້ຕົກລົງດັ່ງກ່າວຈະກະຕຸ້ນໃຫ້ ທ່ານ ດໍໂນລ ທຣໍາ ສະໜັບສະໜູນຄວາມພະຍາຍາມຂອງ ກີຢິບໃນການຍຶດດິນແດນທີ່ຖືກຣັດເຊຍ ຍຶດຄືນໄປ. ຂໍ້ຕົກລົງນີ້ ອາດໄດ້ຮັບການສະໜັບສະໜູນຈາກພັກຣີພັບລິກັນ ໃນລັດຖະສະພາສຳລັບການຊ່ວຍເຫຼືອຮອບໃໝ່ ແກ່ປະເທດທີ່ໄດ້ຮັບຜົນກະທົບຈາກສົງຄາມ.
ທ່ານ ດໍໂນລ ທຣໍາ ໄດ້ພົວພັນໃນເລື້ອງຂໍ້ພິພາດຂ້າມທະວີບ ກັບ ທ່ານເຊເລັນສກີ ໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜານມາ ໂດຍວິພາກວິຈານການຈັດການສົງຄາມຂອງທ່ານເຊເລັນສກີ ໂດຍຮ້ອງລາວວ່າ ເປັນຜະເດັດການ ແລະເລັ່ງໃຫ້ລາວຍອມຮັບຂໍ້ຕົກລົງດ້ານແຮ່ທາດ ແຕ່ໃນລະຫວ່າງການຖະແຫຼງຂ່າວຮ່ວມກັບນາຍົກລັດຖະມົນຕີອັງກິດ ທ່ານ ເຄຍ ສຕາຣເມີ ເມື່ອວັນພະຫັດວານນີ້ ທ່ານ ດໍໂນລ ທຣໍາ ໄດ້ກ່າວວ່າ “ ຂ້ອຍເວົ້າແບບນັ້ນຫຼືບໍ່ ຂ້ອຍບໍ່ໄດ້ເຊື່ອເລີຍວ່າຂ້ອຍເວົ້າແບບນັ້ນ.”
ທ່ານ ດໍໂນລ ທຣໍາ ໃຫ້ຂໍ້ສັງເກດວ່າ ທ່ານຍັງຄົງລໍຖ້າທີ່ຈະພົບກັບ ທ່ານ ເຊເລນສກີ ແລະ ຊົມເຊີຍຄວາມກ້າຫານຂອງກອງທັບຢູເຄຣນ. ທ່ານ ດໍໂນລ ທຣໍາ ກ່າວວ່າ “ ເຮົາກຳລັງເຮັດວຽກຢ່າງໜັກເພື່ອໃຫ້ສົງຄາມຍຸຕິລົງ. ຂ້ອຍຄິດວ່າ ເຮົາໄດ້ເຮັດຄວາມຄືບໜ້າໄປຫຼາຍ ແລະຂ້ອຍຄິດວ່າ ມັນກຳລັງດຳເນີນໄປຢ່າງວ່ອງໄວ.”
ທ່ານທຣຳກ່າວໂດຍບໍ່ໃຫ້ລາຍລະອຽດເພີ່ມຕື່ມວ່າ “ ມັນຈະໄວພໍສົມຄວນ ຫຼືບໍ່ ກໍ່ຈະບໍ່ມີຫຍັງເລີຍ.”
ອ່ານຂ່າວເປັນພາສາອັງກິດ
Ukrainian President Volodymyr Zelenskyy is set to meet with U.S. President Donald Trump and sign a critical minerals deal on Friday as Kyiv works to regain U.S. support to fight off the Russian invasion.
The minerals agreement negotiated in recent days would open up Ukraine's vast mineral wealth to the United States but does not include American security guarantees, a disappointment for Ukraine.
It gives Washington the right to recoup some of the billions of dollars in costs of the U.S. weaponry supplied to Kyiv through a reconstruction investment fund tied to the sale of Ukraine's rare earth minerals.
A Center for Strategic and International Studies report last year found that about two-thirds of the money Congress appropriated for Ukraine was spent in the United States. Ukraine hopes the agreement will spur Trump to support Kyiv's efforts to recapture territory seized by Russia. The deal also could win support from Republicans in Congress for a new round of aid to the war-torn country.
Trump has engaged in a long-distance feud with Zelenskyy in recent weeks, criticizing his handling of the war, calling him a dictator and urging him to agree to the minerals deal. But during a joint news conference with visiting British Prime Minister Keir Starmer on Thursday, Trump said: "Did I say that? I can't believe I said that."
Trump also noted he was looking forward to meeting Zelenskyy and praised the Ukrainian military for its bravery. "We're working very hard to get that war brought to an end. I think we've made a lot of progress, and I think it's moving along pretty rapidly," Trump said.
"It'll either be fairly soon or it won't be at all," he added, without elaboration.
ຟໍຣັມສະແດງຄວາມຄິດເຫັນ