ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ດໍໂນລ ທຣໍາ ສ້າງຄວາມກ້າວໜ້າໃນການ ສົນທະນາກັບ ປ. ສີ ຈິນຜິງ


Trump Touts Excellent Progress in Beijing During Talks with Xi
please wait

No media source currently available

0:00 0:02:40 0:00

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ໃນວັນພະຫັດອາທິດແລ້ວນີ້ ໄດ້ປະກາດ
ວ່າ ລັດຖະບານຂອງທ່ານ ແລະຈີນ ຕ້ອງປະຕິບັດງານຮ່ວມກັນເພື່ອເຮັດໃຫ້ຂົງເຂດດັ່ງ
ກ່າວ ແລະໂລກຂອງເຮົາໝົດໄປຈາກອັນທີ່ທ່ານຮ້ອງວ່າໄພຂົ່ມຂູ່ທີ່ຮ້າຍແຮງ ຈາກລະ
ບອບ "ຄາດຕະກອນຢູ່ໃນເກົາຫຼີເໜືອ.” ຫົວໜ້າວີໂອເອ ປະຈຳທຳນຽບຂາວ Steve
Herman ທີ່ເດີນທາງໄປປັກກິ່ງກັບປະທານາ ທິບໍດີ ລາຍງານມາວ່າ ເລື່ອງເກົາຫລີ
ເໜືອພ້ອມດ້ວຍຊ່ອງຫວ່າງຂະໜາດໃຫຍ່ທາງດ້ານການຄ້າ ລະຫວ່າງສະຫະລັດ ກັບ
ຈີນໄດ້ຄອບງໍາການເຈລະຈາຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ຢືນຢູ່ຄຽງຂ້າງກັບປະທານປະເທດຈີນ ທ່ານ Xi Jinping ປະທານາທິບໍ ດີດໍໂນລ ທຣໍາ ໄດ້ປະກາດວ່າ ວໍຊິງຕັນແລະປັກກິ່ງໄດ້ເຫັນພ້ອມ “ທີ່ຈະບໍ່ເຮັດ ຄວາມຜິດພາດໃນອະດີດ ຊ້ຳຄືນອີກ” ໃນການຮັບມືກັບພຽງຢາງ ຊຶ່ງໃນໄລຍະຫລາຍປີທີ່ຜ່ານມານີ້ ໄດ້​ເຮັດ​ໃຫ້ປະ
ເທດດັ່ງກ່າວສາມາດສ້າງຄວາມກ້າວໜ້າ​ໄດ້ຢ່າງວ່ອງໄວ ແກ່ໂຄງການອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງຕົນ.

ປະທານາທິບໍດີດໍໂນລ ທຣໍາ ກ່າວວ່າ “ໂລກທີ່​ສີວິ​ໄລທັງໝົດ ຕ້ອງສາມັກຄີກັນປະເຊີນ
ໜ້າກັບການຂົ່ມຂູ່ຂອງເກົາຫຼີເໜືອ ແລະໂລກທັງໝົດກຳລັງຈັບຕາເບິ່ງພວກເຮົາຢູ່
ໃນຂະນະນີ້.”

ຢູ່ໃນຄຳຖະແຫຼງຂອງທ່ານນັ້ນ ປະທານປະເທດ Xi ແມ່ນຂ້ອນຂ້າງມິດງຽບ.

ປະທານປະເທດຈີນກ່າວວ່າ “ບັນຫາຢູ່​ໃນແຫລມເກົາຫລີພວກເຮົາໄດ້ກ່າວຢໍ້າເຖິງ
ຄວາມໝາຍໝັ້ນຢ່າງແຂງຂັນເພື່ອໃຫ້ບັນລຸການປອດນິວເຄລຍຢູ່​ທີ່ແຫລມ ເກົາຫຼີ
ແລະການປະຕິບັດຕາມລະບົບຫ້າມບໍ່ໃຫ້ແຜ່ຜາຍອາວຸດຂອງສາກົນ. ທັງສອງຝ່າຍຈະ
ສືບ​ຕໍ່ຈັດຕັ້ງປະຕິບັດ ຢ່າງເຕັມທີ່ ແລະເຄັ່ງຄັດ ມະຕິຂອງສະພາຄວາມໝັ້ນຄົງສະຫະ
ປະຊາຊາດ. ໃນເວລາດຽວກັນ ທັງສອງຝ່າຍໝາຍໝັ້ນທີ່ຈະເຮັດວຽກໄປສູ່ການແກ້ໄຂ
ໂດຍຜ່ານການສົນທະນາຫາລື ແລະການເຈລະ ຈາ.”

ກ່ອນໜ້ານີ້ ປະທານາທິບໍດີທຣໍາກ່າວວ່າ ມີຄວາມກ້າວໜ້າດ້ວຍດີ ຮວມທັງກ່ຽວກັບ
ເລື່ອງເກົາຫລີເໜືອ ທີ່ໄດ້​ຮັບ ໃນການເຈລະຈາຫາລືກັບຜູ້ນຳຂອງຈີນ.

ປະທານາທິບໍດີທຣໍາກ່າວວ່າ “ຂ້າພະເຈົ້າຄິດວ່າມີການແກ້ໄຂຕໍ່ເລື້ອງນັ້ນ ດັ່ງທີ່
ທ່ານເຮັດ.”

ປະທານາທິບໍດີດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ Xi Jinping ຮ່ວມປະຊຸມສອງຝ່າຍ ທີ່ ຫໍສາລາປະຊາຊົນໃນ ໃນນະຄອນຫລວງປັກກິ່ງ. Beijing ວັນທີ 9. 2017.
ປະທານາທິບໍດີດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ Xi Jinping ຮ່ວມປະຊຸມສອງຝ່າຍ ທີ່ ຫໍສາລາປະຊາຊົນໃນ ໃນນະຄອນຫລວງປັກກິ່ງ. Beijing ວັນທີ 9. 2017.

​ຢູ່ໃນພິທີຕ້ອນຮັບຢ່າງເປັນທາງການຢູ່ນອກຫໍສາລາປະຊາຊົນນັ້ນ ຜູ້ນຳທັງສອງ
ໄດ້ຍ່າງຄຽງຂ້າງກັນຢູ່ເທິງຜ້າພົມແດງ.

ກອງດຸລິ​ຍາງທະຫານໄດ້ຫລິ້ນເພງຊາດຂອງທັງສອງປະເທດ ແລະພິທີຍິງປືນໃຫຍ່
ຈາກຈະຕຸລັດທຽນອັນເໝີນ ​ເພື່ອຄຳນັບປະທານາທິບໍດີທຣໍາ.

ພວກພະນັກງານພາກັນຕິດຕັ້ງແຜ່ນແກ້ວ ຢູ່ ຮ້ານອາຫານ McDonald's ໃນນະຄອນຫລວງປັກກິ່ງ Beijing ວັນທີ 7 ພະຈິກ, 2017.
ພວກພະນັກງານພາກັນຕິດຕັ້ງແຜ່ນແກ້ວ ຢູ່ ຮ້ານອາຫານ McDonald's ໃນນະຄອນຫລວງປັກກິ່ງ Beijing ວັນທີ 7 ພະຈິກ, 2017.

ພວກເດັກນ້ອຍນັກຮຽນທີ່​ຕື່ນ​ເຕັ້ນກໍພາກັນໂບກທຸງຊາດອາເມຣິກາແລະທຸງຊາດຈີນ.

ການໂອ້ລົມສົນທະນາລະຫວ່າງທ່ານທຣໍາແລະທ່ານ Xi ຍັງໄດ້ພົວພັນກັບເລື່ອງການ
ຄ້າ ຊຶ່ງເປັນເລື່ອງ​ທີ່ອ່ອນໄຫວ ໃນເມື່ອວ່າປະທານາທິບໍດີສະຫະລັດໄດ້ຈົ່ມວ່າມາເປັນ
ເວລານານແລ້ວກ່ຽວກັບການຄ້າທີ່ບໍ່ກໍ້າເກິ່ງໃນດ້ານການຄ້າລະຫວ່າງຈີນ ແລະ
ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ Xi Jinping ຢູ່ໃນພິທີ່ຕ້ອນຮັບໃນນະຄອນຫລວງປັກກິ່ງ Beijing ວັນທີ 9 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ Xi Jinping ຢູ່ໃນພິທີ່ຕ້ອນຮັບໃນນະຄອນຫລວງປັກກິ່ງ Beijing ວັນທີ 9 ພະຈິກ 2017.

ປະທານາທິບໍດີທຣໍາກ່າວວ່າ ການຂາດດຸນການຄ້າຂອງສະຫະລັດກັບຈີນ “ທີ່ໜ້າຕົກ
ໃຈຫລາຍພັນລ້ານໂດລາ”
ໃນແຕ່ລະປີ ແລະນັ້ນ “ບັນດາລັດຖະບານຊຸດກ່ອນໆໄດ້
ອະນຸຍາດປ່ອຍໃຫ້​ມາຮອດປັດຈຸບັນຄວບຄຸມບໍ່ໄດ້."

ປະທານາທິບໍດີທຣໍາກ່າວວ່າ “ແຕ່ວ່າຂ້າພະເຈົ້າບໍ່ຖິ້ມໂທດໃສ່ຈີນ. ຫລັງຈາກທັງໝົດ
ແລ້ວ ໃຜສາມາດຖີ້ມໂທດໃສ່ປະເທດນຶ່ງທີ່ຕັກຕວງເອົາຜົນປະໂຫຍດຂອງປະເທດ
ອື່ນ ເພື່ອຜົນປະໂຫຍດສຳລັບປະຊາຊົນຂອງຕົນ?”

ປະທານາທິບໍດີ ດໍໂນລ ທຣໍາ ແລະສະຕິໝາຍເລກນຶ່ງ ທ່ານນາງ Melania Trump, ຊ້າຍ, ປະທານປະເທດຈີນ ທ່ານ Xi Jinping, ທີ່ສອງຂວາມື ແລະພັນລະຍາ ຍານາງ Peng Liyuan ຢືນຮ່ວມກັນລະຫວ່າງການຢ້ຽຢາມ ເມືອງທີ່ຕ້ອງຫ້າມ ວັນທີ 8 ພະຈິກ, 2017 ທີ່ນະຄອນຫລວງປັກກິ່ງ.
ປະທານາທິບໍດີ ດໍໂນລ ທຣໍາ ແລະສະຕິໝາຍເລກນຶ່ງ ທ່ານນາງ Melania Trump, ຊ້າຍ, ປະທານປະເທດຈີນ ທ່ານ Xi Jinping, ທີ່ສອງຂວາມື ແລະພັນລະຍາ ຍານາງ Peng Liyuan ຢືນຮ່ວມກັນລະຫວ່າງການຢ້ຽຢາມ ເມືອງທີ່ຕ້ອງຫ້າມ ວັນທີ 8 ພະຈິກ, 2017 ທີ່ນະຄອນຫລວງປັກກິ່ງ.

​ປະທານປະເທດຈີນ ທ່ານ Xi Jinping ກ່າວວ່າ “ສະຫະລັດ ແລະຈີນຕ່າງກໍເປັນປະ
ເທດ
ເສດຖະກິດທີ່ໃຫຍ່ສຸດ ແລະຢູ່ໃນກົນ​ໄກທີ່ສຳຄັນຂອງການເຕີບໂຕເສດຖະກິດ
ໂລກ. ພວກເຮົາຕ້ອງຂະຫຍາຍການຄ້າໄປໜ້າ ແລະການຮ່ວມມືໃນການລົງທຶນ ເສີມຂະຫຍາຍເສດຖະກິດມະຫາ​ພາກ​ ກ່ຽວກັບການຮ່ວມ​ມື​ໃນການ​ລົງ​ທືນ ດຳ
ເນີນການເພື່ອສ້າງສະຖຽນລະພາບທີ່ເຂັ້ມແຂງ ແລະເສດຖະກິດທີ່ກໍ້າເກີ່ງ ພ້ອມ

ທັງຄວາມສຳພັນດ້ານການຄ້າ.”

ປະທານາທິບໍດີ ດໍໂນລ ທຣໍາ ກ່າວຄຳປາໄສ ທີ ສະພາແຫ່ງຊາດເກົາຫລີໃຕ້ ໃນນະຄອນໂຊລ ວັນທີ 8 ພະຈິກ, 2017.
ປະທານາທິບໍດີ ດໍໂນລ ທຣໍາ ກ່າວຄຳປາໄສ ທີ ສະພາແຫ່ງຊາດເກົາຫລີໃຕ້ ໃນນະຄອນໂຊລ ວັນທີ 8 ພະຈິກ, 2017.

ຜູ້ນຳທັງສອງໄດ້ເອົາບົດບາດໃນອັນທີ່ພວກທ່ານໝາຍເຖິງການຕົກລົງໃນທຸລະກິດມູນ
ຄ່າຫຼາຍເຖິງ 250 ພັນລ້ານໂດລາ ທີ່ໄດ້ເຊັນກັນລະຫວ່າງ ປະທານາທິ ບໍດີທຣໍາຢ້ຽມ
ຢາມທີ່ນີ້. ແຕ່ວ່າສ່ວນ​ໃຫຍ່ຂອງຂໍ້ຕົກລົງເຫຼົ່ານີ້ ແມ່ນເປັນບົດບັນທຶກທີ່ບໍ່ມີຜົນບັງຄັບ
ທີ່ອາດບໍ່ບັງເກີດໝາກຜົນເລີຍກໍເປັນໄດ້

XS
SM
MD
LG