ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຈີນ ສະໜັບສະໜູນການແກ້ໄຂບັນຫາ ຄວາມເຄັ່ງຕຶງ ເກົາຫຼີເໜືອ ຢ່າງສັນຕິ


ປະທານາທິບໍດີ ທ່ານ ດໍໂນລ ທຣຳ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຍ່າງຄຽງຂ້າງກັນ ຫຼັງຈາກກອງປະຊຸມຂອງ
ພວກເພິ່ນ ຢູ່ສະໂມສອນ Mar-a-Lago, 7 ເມສາ, 2017, ເມືອງ Palm Beach, ຟລໍຣິດາ.
ປະທານາທິບໍດີ ທ່ານ ດໍໂນລ ທຣຳ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຍ່າງຄຽງຂ້າງກັນ ຫຼັງຈາກກອງປະຊຸມຂອງ ພວກເພິ່ນ ຢູ່ສະໂມສອນ Mar-a-Lago, 7 ເມສາ, 2017, ເມືອງ Palm Beach, ຟລໍຣິດາ.

ສື່ມວນຊົນລັດຖະບານ ຈີນ ກ່າວວ່າ ປະທານປະເທດ ທ່ານ ສີ ຈິ່ນຜິງ ໄດ້ບອກຜູ້ນຳ
ສະຫະລັດ ທ່ານ ດໍໂນລ ທຣຳ ວ່າ ການແກ້ໄຂຄວາມເຄັ່ງຕຶງ ເກົາຫຼີເໜືອ ຄວນບັນລຸ
ດ້ວຍໄດ້ຢ່າງສັນຕິ.

ລາຍງານດັ່ງກ່າວເວົ້າວ່າ ບັນດາຜູ້ນຳໄດ້ລົມກັນທາງໂທລະສັບວັນພຸດມື້ນີ້, ເກືອບຮອດ
ໜຶ່ງສັບປະດາຫຼັງຈາກການເຈລະຈາຊ້ອງໜ້າກັນ ຢູ່ກອງປະຊຸມສຸດຍອດໃນລັດ ຟລໍຣິດາ
ຂອງ ສະຫະລັດ. ທຳນຽບຂາວ ຍັງບໍ່ໄດ້ປະກາດຄວາມເຫັນຂອງພວກເພິ່ນເທື່ອ ກ່ຽວກັບ ການສົນທະນາກັນນັ້ນ.

ໃນວັນອັງຄານວານນີ້, ທ່ານ ທຣຳ ໄດ້ໃຊ້ Twitter ເພື່ອກ່າວຢໍ້າເຖິງການຮຽກຮ້ອງຂອງ
ທ່ານຕໍ່ ຈີນ ເພື່ອໃຫ້ຊ່ວຍໃນການຄວບຄຸມຢູ່ໃນ ເກົາຫຼີເໜືອ.

ທ່ານ ທຣຳ ໄດ້ຂຽນວ່າ “ເກົາຫຼີເໜືອ ກຳລັງສ້າງບັນຫາ”, ຖ້າ ຈີນ ຕັດສິນໃຈທີ່ຈະຊ່ອຍ, ມັນຄົງຈະດີເປັນຢ່າງຍິ່ງ. ຖ້າບໍ່ຊ່ອຍ, ພວກເຮົາກໍຈະແກ້ໄຂບັນຫາໂດຍປາສະຈາກ
ພວກເຂົາເຈົ້າ.”

ທ່ານບໍ່ໄດ້ໃຫ້ລາຍລະອຽດວ່າ ສະຫະລັດ ຈະເອົາມາດຕະການແບບໃດ. ແຕ່ອີກຂໍ້ຄວາມ
ໜຶ່ງທີ່ຖືກຂຽນລົງໃນບໍ່ເທົ່າໃດນາທີຕໍ່ມານັ້ນ, ທ່ານ ທຣຳ ໄດ້ກ່າວວ່າ ທ່ານໄດ້ບອກທ່ານ
ສີ ກ່ຽວກັບ ຂໍ້ກຳນົດຂອງຂໍ້ຕົກລົງການຄ້າຈະດີກວ່າເກົ່າ ສຳລັບ ຈີນ “ຖ້າພວກເຂົາເຈົ້າ
ຈະແກ້ໄຂບັນຫາ ເກົາຫຼີເໜືອ.”

ຈີນ ແມ່ນຜູ້ບໍລິຈາກລາຍໃຫຍ່ສຳລັບ ເກົາຫຼີເໜືອ, ຊຶ່ງສະພາພົວພັນຕ່າງປະເທດໄດ້ອະ
ທິບາຍວ່າ ປັກກິ່ງ ເປັນ "ພັນທະມິດທີ່ສຳຄັນທີ່ສຸດຂອງ ເກົາຫຼີເໜືອ, ເປັນຄູ່ຮ່ວມ
ການຄ້າທີ່ໃຫຍ່ທີ່ສຸດ, ແລະ ເປັນແຫຼ່ງຫຼັກຂອງອາຫານ, ອາວຸດ ແລະ ພະລັງງານ.”

ແຕ່ ຈີນ ກໍເລີ່ມເບື່ອໜ່າຍ ກ່ຽວກັບ ການທົດລອງລູກສອນໄຟຂອງ ເກົາຫຼີເໜືອ ພ້ອມ
ດ້ວຍການທົດລອງລະເບີດນິວເຄລຍ 5 ຄັ້ງຂອງພວກເຂົາ, ໃນການລ່ວງລະເມີດມາດ
ຕະການລົງໂທດຂອງອົງການສະຫະປະຊາຊາດເຊັ່ນກັນ. ນັກວິເຄາະບາງຄົນເຊື່ອວ່າ ເກົາຫຼີເໜືອ ກຳລັງກະກຽມການທົດລອງລະເບີດນິວເຄລຍລູກທີຫົກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG