ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຈະ​ພົບປະກັບນາຍົກ​ເຢຍຣະມັນ ໃນອາທິດນີ້ ກ່ອນ​ກອງ​ປະຊຸມ ສຸດ​ຍອດ G-20


ກໍາມະກອນສ້າງບ່ອນທີ່ປ. ດໍໂນລທຣໍາ ຈະຢືນກ່າວຄໍາປາໄສ ທີ່ຈະຕຸລັດ Krasinski ໃນນະຄອນຫລວງ Warsaw ເວລາທ່ານຢ້ຽມຢາມ ໂປແລນໃນອາທິດນີ້.
ກໍາມະກອນສ້າງບ່ອນທີ່ປ. ດໍໂນລທຣໍາ ຈະຢືນກ່າວຄໍາປາໄສ ທີ່ຈະຕຸລັດ Krasinski ໃນນະຄອນຫລວງ Warsaw ເວລາທ່ານຢ້ຽມຢາມ ໂປແລນໃນອາທິດນີ້.

ຄາດ​ວ່າ ປະທານາທິບໍດີ ດໍ​ໂນ​ລທຣໍາ ຈະ​ພົບ​ປະກັບທ່ານ​ນາງ Angela Merkel ນາຍົກ
ລັດຖະມົນຕີ​ຂອງ​ເຢຍຣະມັນ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາ​ຜູ້​ນໍາ​ປະ​ເທດ​ທີ່​ມີ​ເສດ
ຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກຢູ່ເມືອງ Hamburg ຂອງເຢຍຣະມັນ​ ໃນທ້າຍ​ອາທິດ​ນີ້.

ທ່ານ Steffen Seibert ​ໂຄສົກ​ຂອງ​ທ່ານ​ນາງ Merkel ​ເວົ້າວ່າ ຜູ້​ນໍາທັງ​ສອງ​ທ່ານຈະ​ພົບ
​ກັນກ່ອນ​ກອງ​ປະຊຸມ​ສຸດ​ຍອດ G-20 ​ເລີ້ມຕົ້ນຂຶ້ນ ຊຶ່ງ​ອາດ​ຈະ​ແມ່ນ​ຕອນ​ຕົ້ນໆຂອງແລງ​
ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້ ກໍເປັນໄດ້.

ທ່ານ​ທຣໍາ ຂຽນຂໍ້​ຄວາມ​ລົງ​ໃນ Twitter ວ່າ ທ່ານ​ຈະ​ລົມ​ກັບ​ທ່ານ​ນາງ Merkel ​ທາງ
​ໂທລະສັບໃນ​ວັນ​ຈັນ​ວານ​ນີ້ ​ພ້ອມ​ກັນນັ້ນ ​ກໍຈະ​ສົນທະນາ​ທາງ​ໂທລະສັບ​ອີກ ກັບຜູ້​ນໍາ​
ປະເທດ​ພັນທະ​ມິດ​ໃນ​ຢູ​ໂຣບອີກສອງ​ທ່ານ ຄືທ່ານ Emmanuel Macron ປະທານາ
ທິບໍດີ​ຝຣັ່ງ ​ແລະທ່ານ Paolo Gentiloni ນາຍົກລັດຖະມົນຕີຂອງອີຕາ​ລີ.

ຫລັງ​ຈາກ​ນັ້ນ ທໍານຽບຂາວ ​ກໍ​ໄດ້​ເປີດ​ເຜີ​ຍບົດ​ບັນທຶກ​ການ​ສົນ​ທະນາ​ຂອງ​ທ່ານ​ທຣໍາ ​ກັບ
ທ່ານ​ນາງ Merkel ​ແລະທ່ານ Gentiloni. ຖະ​ແຫລ​ງການ​ດັ່ງກ່າວ​ເວົ້າວ່າ ທ່ານ​ນາງ
Merkel ​ແລະ​ທ່ານ​ທຣໍາ ​ໄດ້​ສົນທະນາ​ກັນ ​ກ່ຽວກັບເລື່ອງ​ດິນ​ຟ້າ​ອາກາດ, ​ໂຄງການລິ
​ເລີ້ມດ້ານ​ການ​ເງິນ​ໃນ​ການ​ເຮັດ​ທຸລະກິດ​ຂອງ​ຜູ້ຍິງ ​ແລະ​ການ​ຄ້າ ຊຶ່ງ​ລວມມີການ​ຜະລິດ
ເຫລັກ​ກ້າທີ່​ມີ​ການ​ຜະລິດສ່ວນເກີນ​ຫລາຍ​ເກີນ​ໄປ.

ຖະ​ແຫລງການ​ນີ້ ຍັງ​ເວົ້າ​ເພີ້ມ​ເຕີມ​ວ່າ ທ່ານ​ທຣໍາ ຫວັງ​ວ່າ​ຈະ​ໄດ້​ຊ່ວຍ​ທ່າ​ນນາງ Merkel ​
ເຮັດ​ໃຫ້​ກອງ​ປະຊຸມສຸດ​ຍອດ G-20 ທີ່​ຈະ​ມາ​ເຖິງ​ນີ້ ປະສົບ​ຜົນ​ສໍາ​ເລັດ.

​ທໍານຽບຂາວ​ຍັງ​ກ່າວ​ອີກ​ວ່າ ໃນ​ການ​ສົນທະນາ​ກັບທ່ານ Gentiloni ນັ້ນ ຜູ້​ນໍາ​ສະຫະລັດ
​ໄດ້​ກ່າວອີກ​ເທື່ອ​ນຶ່ງ ເປັນການສັນລະ​ເສີນ ​ເຈົ້າໜ້າທີ່​ອີ​ຕາ​ລີ ​ທີ່​ມີຄວາມ​ພະຍາຍາມ​ໃນ​
ການເປັນ​ເຈົ້າພາບຈັດ​ກອງ​ປະຊຸມກຸ່ມ​ເຈັດ​ປະ​ເທດ​ຫລື G7 ຢ່າງ​ມີ​ຜົນ​ສໍາ​ເລັດ ​ໃນເດືອນ
​ພຶດສະພາ​ຜ່ານ​ມາ. ນອກຈາກນັ້ນ ທ່ານ​ທຣໍາ ຍັງ​ຂອບ​ໃຈ​ທ່ານ Gentiloni ທີ່​ອີ​ຕາ​ລີ​ໄດ້
​ພະຍາຍາມແກ້​ໄຂ​ວິ​ກິດ​ການ​ດ້ານຄົນ​ເຂົ້າ​ເມືອງ​ຂອງ​ຊາວ​ລີ​ເບຍ.

ຕໍ່ມາໃນວັນ​ຈັນ​ວານ​ນີ້ ທ່ານ​ນາງ Merkel ໄດ້ກ່າວ​ຕໍ່ນັກ​ຂ່າວ​ວ່າ ທ່ານ​ນາງ​ຫວັງ​ວ່າ ບັນ
ດາຜູ້​ນໍາໂລກທີ່​ເຂົ້າຮ່ວມ​ກອງ​ປະຊຸມ G-20 ນີ້ ຈະ​ເຫັນ​ດີ​ນໍາ​ກັນ ​ແບບ​ກວ້າງໆ ຕໍ່ຄວາມ
ຈໍາ​ເປັນໃນ​ການສືບຕໍ່ ຕໍ່ສູ້​ຕ້ານ​ການກໍ່ການ​ຮ້າຍ​ໃນ​ໂລກ ​ແຕ່​ວ່າ​ບໍ່​ເຫັນ​ດີ​ນໍາ​ກັນ​ໃນ​ບັນຫາ ​ອື່ນໆ.

ທ່ານ​ນາງກ່າວ​ຢູ່ໃນ​ກອງ​ປະຊຸມ​ທີ່​ນະຄອນ​ເບີ​ລິນ​ວ່າ "ຂ້າພະ​ເຈົ້າບໍ່ຄິດ​ວ່າ ​ໃນ​ຕອນ​ທ້າຍ​
ພວກ​ເຮົາ​ຈະມີ​ທ່າ​ທີ​ ທີ່​ເປັນ​ເອກ​ພາບ​ກັນ ກ່ຽວກັບ​ທຸກ​ບັນຫາ ​ແຕ່​ວ່າ ມັນ​ກໍ​ເປັນ​ເລື່ອງ​ທີ່ມີ​
ເຫດຜົນແລະຊື່ສັດທີ່ຈະ​ໂອ້​ລົມ​ກັນ​ກ່ຽວກັບ​ທຸກ​ບັນຫາ​ດ້ານ​ການ​ທູ​ດສາກົນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG