ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ບໍ່​ມີ​ຄວາມ​ຕັ້ງ​ໃຈ​ ທີ່​ຈະ​ກີດ​ກັນ ທ່ານ Comey ​ໄປ​ໃຫ້ການ ຕໍ່​ລັດຖະສະພາ​


ປະທານາທິບໍດີ ດໍໂນລ ທຣຳ ປະກາດກ່ຽວກັບການປະຕິຮູບ
ຂອງການຄວບຄຸມການບິນ ໃນຫ້ອງ East Room ທີ່ທຳນຽບຂາວ, 5 ພຶດສະພາ, 2017, ໃນວໍຊີງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ປະກາດກ່ຽວກັບການປະຕິຮູບ ຂອງການຄວບຄຸມການບິນ ໃນຫ້ອງ East Room ທີ່ທຳນຽບຂາວ, 5 ພຶດສະພາ, 2017, ໃນວໍຊີງຕັນ.

ປະທາ​ນາທິບໍດີ​ສະຫະລັດ ດໍ​ໂນ​ລ ທຣຳ ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ກີດ​ກັນອະດີດ
​ຜູ້ອຳນວຍການອົງການ​ສັນຕິບານ​ກາງ ຫຼື FBI ທ່ານ James Comey ​ໄປ​ໃຫ້ການ
ຕໍ່​ລັດຖະສະພາ​ ໃນ​ທ້າຍ​ສັບປະດາ​ນີ້ ກ່ຽວ​ກັບ​ການ​ສົນທະນາທີ່​ສຳຄັນ ຊຶ່ງ​ພວກ​ທ່ານ
ໄດ້ໂອ້​ລົມ​ກັນ​ ​ໃນ​ຕົ້ນ​ປີ​ນີ້ກ່ອນ​ທີ່​ທ່ານ​ທຣຳ ຈະ​ປົດ​ທ່ານ​ອອກ​ຈາກ​ໜ້າ​ທີ່​ ອີງ​ຕາມ
ຖະ​ແຫຼງຂ່າວ​ຂອງ​ທຳນຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້.

ທ່ານ ທຣຳ ​ໄດ້​ພິຈາລະນາວ່າ ທ່ານ​ຄວນ​ຈະ​ໃຊ້​ສິດ​ພິ​ເສດ​ຝ່າຍ​ບໍລິຫານ ກ່ຽວ​ກັບ​ການ
​ສົນທະນາ​ໃນທຳນຽບຂາວ ກັບ​ທ່ານ Comey ​ແລະ​ກີດ​ກັນ​ບໍ່​ໃຫ້ທ່ານ​ໄປ​ໃຫ້ການ
​ໃນ​ວັນ​ພະ ຫັດ​ຈະ​ມາ​ເຖິງ​ນີ້ ຕໍ່​ໃຫ້​ຄະນະ​ກຳມະການ​ສື​ບລັບ​ຂອງ​ສະພາ​ສູງ. ​ແຕ່​ວ່າ ​
ໂຄສົກ​ຍິງ​ຂອງ​ທຳນຽບຂາວ ທ່ານ​ນາງ Sarah Hackabee Sanders ​ໄດ້​ກ່າວ​ວ່າ
“​ເພື່ອ​ທີ່​ຈະ​ໃຫ້​ມີການກວດ​ສອບ​ກ່ຽວ​ກັບ​ຄວາມ​ຈິງ​ຢ່າງ​ວ່ອງ​ໄວ​ແລະ​ລະອຽດ​
ຖີ່​ຖ້ວນ​ແລ້​ວ
” ທ່ານ​ທຣຳ ຈະ​ບໍ່​ກີດ​ກັນ ການ​ໄປ​ໃຫ້ການ​ຂອງ​ທ່ານ Comey.

ເວລາທ່ານ​ທຣຳ ​ໄດ້​ປົດ​ທ່ານ Comey ອອກ​ຈາກ​ຕຳ​ແໜ່​ງ ປະມານ​ເດືອນ​ນຶ່ງ
​ກ່ອນ​ໜ້າ​ນີ້ ທ່ານ Comey ​ແມ່ນ​ໄດ້​ເປັນ​ຜູ້​ດຳລົງ​ຕຳ​ແໜ່​ງ ​ເປັນ​ຜູ້ນຳຂອງອົງການ​
FBI ​ໃນການສືບ ສວນ​ ກ່ຽວ​ກັບ​ການແຊກ​ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການໂຄສະນາ​
ຫາສຽງເລືອກ​ຕັ້ງ​ປະທາ ນາທິບໍດີ​ສະຫະລັດ ​ໃນ​ປີ​ກາຍ​ນີ້ ​ແລະ​ຄວາມເປັນ​ໄປ​ໄດ້​
ທີ່ອາດມີ​ການ​ສົມຮູ້​ຮ່ວມ​ຄິດ ລະຫວ່າງ ພວກ​ຜູ້​ຊ່ວຍ​ໃນ​ການໂຄສະນາ​ຫາສຽງຂອງ
​ທ່ານ​ທຣຳ ​ແລະ​ຜົນ​ປະ​ໂຫຍ​ດຂອງ ຣັດ​ເຊຍທີ່ມີ​ຈຸດປະສົງ ທີ່​ຈະ​ຊ່ອຍ​ທ່ານ​ທຣຳ
ຊະນະ​ຄູ່ແຂ່ງຈາກ​ພັກ Democrats ກໍ​ຄື ອະດີດລັດຖະມົນຕີ​ການ​ຕ່າງປະ​ເທດ​
ສະຫະລັດ ທ່ານ​ນາງ Hillary Clinton.

​ຕໍ່​ມາ ປະທາ​ນາທິບໍດີ ​ໄດ້​ເອີ້ນ​ທ່ານ Comey ວ່າ ​ເປັນ “ການສະ​ແດງ” ​ແລະ
“​ຢາກ​ໄດ້​ຮັບ​ຄຳ​ຊົມ”

ໃນວັນທີ 20 ມີນາ, 2017, ໃນວໍລີງຕັນ, ຜູ້ອຳນວຍການສັນຕິບານ FBI ທ່ານ James Comey ໃຫ້ການຕໍ່ຄະນະກຳມາທິການສືບລັບ ທີ່ພົວພັນກັບການແຊກແຊງຊອງຣັດເຊຍ ເຂົ້າໃນການເລືອກຕັ້ງປະທານາທິບໍດີ ຂອງປີ 2016.
ໃນວັນທີ 20 ມີນາ, 2017, ໃນວໍລີງຕັນ, ຜູ້ອຳນວຍການສັນຕິບານ FBI ທ່ານ James Comey ໃຫ້ການຕໍ່ຄະນະກຳມາທິການສືບລັບ ທີ່ພົວພັນກັບການແຊກແຊງຊອງຣັດເຊຍ ເຂົ້າໃນການເລືອກຕັ້ງປະທານາທິບໍດີ ຂອງປີ 2016.

​ປະທາ​ນາທິບໍດີສະຫະລັດ ​ໃນ​ອະດີດ ​ໄດ້​ໃຊ້​ສິດ​ພິ​ເສດຝ່າຍ​ບໍລິຫານ ທີ່​ຈະເກັບ​
ການ​ສົນທະນາ​ກັບ​ຜູ້​ຊ່ອຍ​ຄົນ​ສຳຄັນ​ໄວ້​ເປັນຄວາມ​ລັບ. ​ແຕ່​ຖ້າ ທ່ານ​ທຣຳ ​ໄດ້​ໃຊ້​
ໜ້າ​ທີ່​ໃນ​ສິດ​ພິ​ເສດ​ໃນ​ກໍລະນີ​ຂອງ​ທ່ານ Comey ມັນເກືອບ​ເບິ່ງ​ຄື​ວ່າ ​ແນ່ນອນ
ລັດຖະບານ​ຫາ​ຊ່ອງ​ທາງທີ່​ຈະປົກປິດ​ຂໍ້​ມູນ​ກ່ຽວ​ກັບ​ການ​ສືບສວນເລື່ອງຣັດ​ເຊຍ​ນີ້.

ທ່ານ​ທຣຳ ​ໄດ້​ກ່າວ​ວ່າ ທ່ານ​ໄດ້ຄິດກ່ຽວ​ກັບ​ເລື່ອງ “ຣັດ​ເຊຍ ນີ້” ຕອນ​ທີ່​ທ່ານ
​ໄດ້​ປົດ​ທ່ານ Comey ຜູ້​ຊຶ່ງ​ດຳລົງ​ຕຳ​ແໜ່​ງ​ໃນປີ​ທີ 4 ຂອງຕຳ​ແໜ່​ງທີ່​ມີ​ອາຍຸ​ການ
10 ປີ​ ຂອງ​ຜູ້​ທີ່​ທຳ​ການ​ສືບສວນ​ສອບ​ສວນ​ສູງ​ສຸດ​ຂອງ​ປະ​ເທດ. ທ່ານ​ທຣຳ ​
ຢາກ​ໃຫ້​ຍົກ​ເລີກການ​ສືບສວນ​ຂອງ​ອົງການ FBI ​ແລະ​ລັດຖະສະພາ ຢູ່​ເລື້ອຍໆ
ກ່ຽວ​ກັບ​ການ​ເຂົ້າ​ແຊກ​ແຊງຂອງຣັດ​ເຊຍ ​ ​ໃນ​ການ​ເລືອກ​ຕັ້ງ ​ໂດຍ​ກ່າວ​ວ່າ
ນີ້​ແມ່ນ​ການ​ກ່າວ​ອ້າງຂອງທາງ​ພັກ Democrats ​ໃຊ້​ເພື່ອ​ອະທິບາຍ​ເຖິງ​ສາ​ເຫດ​
ຂອງການ​ເສຍ​ໄຊ​ຂອງ​ທ່ານ​ນາງ Clinton.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG