ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍ າກ່າວອ້າງ ໂດຍບໍ່ມີຫລັກຖານວ່າ ມີການສໍ້ໂກງການເລືອກຕັ້ງ


ປະທານາທິບໍດີ Donald Trump ສະແດງຄວາມບໍ່ພໍໃຈຫລັງການກ່າວຄໍາປາໃສຢູ່ໃນຄືນວັນເລືອກຕັ້ງ ທີ 3 ພະຈິກ ຢູ່ໃນຫ້ອງທາງທິດຕາເວັນອອກຂອງທໍານຽບຂາວ
ປະທານາທິບໍດີ Donald Trump ສະແດງຄວາມບໍ່ພໍໃຈຫລັງການກ່າວຄໍາປາໃສຢູ່ໃນຄືນວັນເລືອກຕັ້ງ ທີ 3 ພະຈິກ ຢູ່ໃນຫ້ອງທາງທິດຕາເວັນອອກຂອງທໍານຽບຂາວ

ປະທານາທິບໍດີທີ່ບໍ່ຄ່ອຍຢູ່ຢ່າງສະຫງົບຂອງສະຫະລັດໄດ້ອ້າງໂດຍບໍ່ມີຫຼັກຖານໃນວັນພະຫັດວານນີ້ວ່າ ທ່ານໄດ້ຖືກສໍ້ໂກງໃຫ້ອອກຈາກຕໍາແໜ່ງໃນສະໄໝທີສອງ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຖ້າທ່ານນັບບັດຄະແນນສຽງທີ່ປ່ອນແບບຖືກຕ້ອງຕາມກົດໝາຍ, ຂ້າພະເຈົ້າຈະໄດ້ຊະນະຢ່າງງ່າຍໆ.” ທ່ານກ່າວຕໍ່ໄປອີກວ່າ "ຖ້າທ່ານນັບບັດຄະແນນສຽງທີ່ຜິດກົດໝາຍ, ພວກເຂົາສາມາດພະຍາຍາມລັກເອົາການເລືອກຕັ້ງໄປຈາກພວກເຮົາໄດ້."

ທ່ານ ທຣໍາ ໄດ້ໃຊ້ເວລາ 16 ນາທີຢືນກ່າວຄໍາປາໄສຢູ່ໜ້າເວທີ ໃນຫ້ອງປະຊຸມຖະແຫລງຂ່າວ ໃນທຳນຽບຂາວໂດຍກ່າວວ່າ ຄະແນນນຳໜ້າຂອງທ່ານທີ່ມີຢູ່ໃນລັດຕ່າງໆກຳລັງຖືກ "ລັກເອົາອອກໄປຢ່າງລັບໆເທື່ອລະເລັກລະນ້ອຍ" ໃນຂະນະທີ່ມີການນັບຄະແນນສຽງສືບຕໍ່ດໍາເນີນໄປ.

ອະດີດຮອງປະທານາທິບໍດີໂຈ ໄບເດັນ, ຜູ້ສະໝັກເລືອກຕັ້ງຈາກພັກເດໂມແຄຣັດ, ນຳໜ້າທ່ານທຣໍາ ທັງໃນການລົງຄະແນນສຽງທີ່ໄດ້ຮັບຄວາມນິຍົມ ແລະການຄະແນນສຽງຈາກຜູ້ເທນລັດທີ່ສຳຄັນກວ່າ, ເຊິ່ງຕົວຈິງແລ້ວເປັນສິ່ງຕັດສິນວ່າຜູ້ໃດຊະນະນັ້ນ.

ທ່ານປະທານາທິບໍດີບໍ່ຕອບຄຳຖາມໃດໆຈາກນັກຂ່າວ ແລະເຄືອຂ່າຍໂທລະ ພາບໃຫຍ່ຈາກສາມສໍານັກຂ່າວສານ ໄດ້ຕັດການອອກອາກາດສົດສໍາລັບການກ່າວຄຳປາໄສຂອງທ່ານໃນຂະນະທີ່ທ່ານໄດ້ກ່າວອ້າງແບບບໍ່ມີການຢືນຢັນຊໍ້າແລ້ວຊໍ້າອີກວ່າ ມີການສໍ້ໂກງ, ໂດຍກ່າວຫາພວກສັງກັດພັກເດໂມແຄຣັດວ່າພະຍາຍາມລັກເອົາການເລືອກຕັ້ງແລະຖະແຫລງຄຳເວົ້າທີ່ບໍ່ຖືກຕ້ອງອອກມາວ່າ ພວກສັງກັດພັກຣີພັບບລີກັນບໍ່ໄດ້ຮັບອະນຸຍາດໃຫ້ໄປສັງເກດເບິ່ງການນັບບັດຄະແນນສຽງເລີຍ.

ທ່ານທຣໍາອີກກ່າວວ່າ, "ພວກເຮົາຈະບໍ່ປ່ອຍໃຫ້ການຄໍຣັບຊັນລັກຂະໂມຍການເລືອກຕັ້ງທີ່ສຳຄັນເຊັ່ນນີ້ ໄປເດັດຂາດ," ໂດຍໄດ້ອະທິບາຍວ່າທ່ານກຽມພ້ອມທີ່ຈະນໍາເອົາຄະດີຂອງຕົນ ຂຶ້ນໄປຫາສານສູງສຸດຂອງສະຫະລັດ.

ທ່ານປະທານາທິບໍດີຍັງໄດ້ຖິ້ມໂທດໃສ່ "ການຢັ່ງຫາງສຽງທີ່ເສກສັນປັ້ນແຕ່ງຂຶ້ນມາ" ກ່ອນການເລືອກຕັ້ງວັນທີ 3 ເດືອນພະຈິກ ທີ່ທ່ານຢືນຢັດວ່າ ໄດ້ອອກແບບມາເພື່ອເຮັດໃຫ້ຜູ້ສະໜັບສະໜູນທ່ານພາກັນຢູ່ບ້ານ ບໍ່ອອກໄປປ່ອນບັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG