ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ອ້າງວ່າມີການສໍ້ໂກງ ໃນການ ເລືອກຕັ້ງ ທີ່ທ່ານໄດ້ຊະນະໄປແລ້ວ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ຍ່າງຂຶ້ນເຮືອບິນຂອງທ່ານທີ່ສະໜາມບິນນານາຊາດ Palm Beach. 27 ພະຈິກ, 2016.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ຍ່າງຂຶ້ນເຮືອບິນຂອງທ່ານທີ່ສະໜາມບິນນານາຊາດ Palm Beach. 27 ພະຈິກ, 2016.

ໃນວັນອາທິດວານນີ້ ທ່ານ ດານາລ ທຣຳ ປະທານາທິບໍດີທີ່ຫາກໍຖືກເລືອກຕັ້ງໃໝ່ຂອງ ສະຫະລັດ ໄດ້ຮື້ຟື້ນຄືນໃໝ່ການກ່າວຫາທີ່ບໍ່ມີຂໍ້ອ້າງອີງຂອງທ່ານທີ່ວ່າ ການລົງຄະແນນ ສຽງທີ່ທ່ານໄດ້ຮັບໄຊຊະນະໄປໃນຕົ້ນເດືອນນີ້ນັ້ນ ມີການທຸຈະລິດ.

ທ່ານໄດ້ຂຽນລົງໃນ ທວິດເຕີ້ ວ່າ ທ່ານຈະຍາດໄດ້ໄຊຊະນະຄະແນນສຽງຈາກມະຫາຊົນ ທົ່ວປະເທດຈາກທ່ານນາງ ຮິລເລິຣີ ຄລິນຕັນ ສັງກັດພັກເດໂມແຄຣັດ “ຖ້າເອົາຈຳນວນ ຜູ້ປ່ອນບັດທີ່ຜິດກົດໝາຍມາລົບອອກ.” ຫຼັງຈາກນັ້ນສີ່ຊົ່ວໂມງຕໍ່ມາ ຜູ້ກ່ຽວກໍໄດ້ຕັ້ງຄຳ ຖາມຂຶ້ນມາ ກ່ຽວກັບ ຜົນຂອງຄະແນນສຽງຢູ່ໃນ 3 ລັດ ທີ່ເພິ່ນໄດ້ເສຍໄຊໃຫ້ແກ່ທ່ານນາງ ຄລິນຕັນໃນວັນທີ 8 ພະຈິກນັ້ນ.

ທ່ານ ທຣຳ ກ່າວວ່າ “ຄວາມບໍ່ຊື່ສັດຢ່າງໃຫຍ່ໃນການປ່ອນບັດໃນ ລັດເວີຈິເນຍ, ນິວ ແຮມເຊຍ ແລະ ລັດ ຄາລິຟໍເນຍ ເປັນຫຍັງຈຶ່ງບໍ່ລາຍງານເລື້ອງນີ້? ນີ້ເປັນການລຳອຽງ ແທ້ໆວ່າໆ ນີ້ເປັນບັນຫາໃຫຍ່!”

ທ່ານ ທຣຳ ຈະຂຶ້ນດຳລົງຕໍ່າແໜ່ງໃນເດືອນມັງກອນທີ່ຈະມາເຖິງ ເພາະວ່າທ່ານໄດ້ໄຊຊະ ນະສຽງສ່ວນຫຼາຍພາຍໃຕ້ລະບົບ Electoral College ທີ່ເລືອກເອົາປະທານາທິບໍດີຢູ່ໃນ ສະຫະລັດ ເຖິງແມ່ນວ່າຈະມີການຊອກຫາເອົາຄະແນນສຽງທັງໝົດຈາກປະມານ 2 ລ້ານ ຄົນທີ່ຈະມາທີຫຼັງກໍຕາມ. ກ່ອນມື້ເລືອກຕັ້ງ ທ່່ານໄດ້ຕັ້ງຂໍ້ຫາເປັນປະຈຳ ວ່າມີການດຳເນີນ ການປ່ອນບັດແບບສໍ້ກົງ ຫຼືຄົດລ້ຽວ ແຕ່ກໍບໍ່ໄດ້ມີຫຼັກຖານອັນໃດມາຄໍ້າຈູນຂໍ້ກ່າວອ້າງນັ້ນ ຈັກເທື່ອ.

ໃນເດືອນຕຸລາ ຜູ້ກ່ຽວເວົ້າວ່າ ການເລືອກຕັ້ງໄດ້ຖືກບິດເບືອນໂດຍສື່ມວນຊົນ “ແລະ ຢູ່ ຕາມໜ່ວຍຢ່ັງສຽງຫຼາຍແຫ່ງນຳ” ເພື່ອເຂົ້າຂ້າງຄລິນຕັນ.

ທ່ານ ອາເລັກ ປາດີລາ ຜູ້ຕາງໜ້າອຳນາດປົກຄອງລັດ ຄາລິຟໍເນຍ ເອີ້ນຖ້ອຍຄຳຖະແຫຼງ ຄັ້ງຫຼ້າສຸດຂອງທ່ານ ທຣຳ ວ່າ “ບໍ່ມີມູນຄວາມຈິງ ແລະ ໄຮ້ປະໂຫຍດ” ທັງເວົ້າວ່າ ທ່ານ ທຣຳ ໃຊ້ທ່າທີແບບບໍ່ມີຄວາມຮັບຜິດຊອບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Election Recount
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG